ອາຊຽນ ກັບ 3 ປະເທດ ຫາລື ການພັທນາ ທຸຣະກິດ

ກຸ່ມ ປະເທດ ອາຊຽນ ຮ່ວມປະຊຸມ ກັບຄູ່ເຈຣະຈາ ໃນກອງປະຊຸມ ວ່າດ້ວຍ ການພັທນາ ທຸຣະກີດ ຂນາດກາງ ແລະ ຣະດັບນ້ອຍ ໃນປະເທດສະມາຊີກ ທີ່ນະຄອນຫລວງວຽງຈັນ ໃນອາທີດນີ້.

ເຈົ້າຫນ້າ​ທີ່ ພາກຣັຖ ແລະ​ ຫົວຫນ້າ ການ​ຄ້າ ຫລາຍຄົນ ຈາກ​ປະ​ເທດ ​ອາ​ຊຽນ ຮ່ວມ​ປະຊຸມ ກັບປະ​ເທດ​ຄູ່ ​ເຈຣະຈາ ​ການ​ຄ້າ​ 3 ປະ​ເທດ ດັ່ງ​ຈີນ ຍີ​ປຸ່ນ ​ແລະ ​ເກົາຫລີ​ໃຕ້ ທີ່ ນະຄອນຫລວງ​ວຽງຈັນ ກ່ຽວ​ກັບ ​ທຸຣະກີດ ຂນາດ​ກາງ​ ແລະ ​ຂນາດ​ນ້ອຍ ​ໃນ​ຂົງ​ເຂດ ​ເພື່ອຍົກຣະດັບ​ ສັກກະ​ຍາ​ພາບ ​ໃນ​ການ​ແຂ່ງຂັນ ທາງ​ດ້ານ​ການ​ຄ້າ ຂອງ​ປະ​ເທດສະມາ​ຊີກ.

​ໃນ​ກອງະ​ຊຸມ ທີ່​​ໃຊ້ເວລາ 3 ວັນ ​ເລີ້ມ​ແຕ່​ ວັນ​ທີ 4 ​ເປັນຕົ້ນມາ ທີ່​ນະຄອນຫລວງ ​ວຽງັຈນ ກໍ່​ມີ ​ການວາງ​ກົດ​ເກນ ​ຢ່າງ​ເຄັ່ງ​ຄັດ ​ໃນ​ການ​ປະຕິບັດ​ງານ ​ຮ່ວມກັນ ​ໃນ​ບັນຫາ​ນີ້ ຣະ​ຫວ່າງ ກຸ່ມ​ປະ​ເທດ ສະມາ​ຊີກ ຮ່ວມ​ກັບ ປະ​ເທດ ​ຄູ່​ເຈຣະຈາ ​ເພື່ອຊອກຊ່ອງ​ທາງ ຊ່ອຍ ທຸຣະກິດ ຣະດັບ​ກາງ​ ແລະ ຣະດັບ​ຕ່ຳ ​ໃຫ້​ສາມາດ​ ຜ່ານ​ຜ່າ ບັນຫາ​ ເຫດ​ວິກິດ ທາງ​ດ້ານ​ການ​ເງີ​ນ ທີ່​ເກີດ​ຂຶ້ນ ​ໃນ​ໂລກ ​ໃນ​ປັດຈຸບັນ ​ທີ່ອາດ​ຈະ​ສົ່ງ ​ຜົນກະທົບ​ ມາສູ່​ອາ​ຊຽນ. ກໍ່​ມີ​ການວາງ​ແຜນ​ ​ໄວ້ລ່ວງ​ຫນ້າ ​ເພື່ອການ​ແກ້​​ໄຂບັນຫາດັ່ງກ່າວ.

ກອງ​ປະຊຸມ ທຸຣະກີດ ຂນາດ​ກາງ ​ແລະ ​ຂນາດ​ນອ້ຍ ຄັ້ງທີ 23 ​ເທື່ອນີ້ ຍັງ​ໄດ້ວາງ​ນະ​ໂຍບາຍ ​ໃນ​ແຜ​ນການ​ ສຳລັບ​ ປີ 2004 ຫາ​ປີ 2010 ນຳ​ອີກ ທີ່​ເອີ້ນ​ກັນ​ວ່າ ​ແຜນການ ​ວຽງ​ຈັນ ​ເພື່ອ​ປະ​ຕິ​ບັດ​ງານ ​ໃນ​ຊ່ວງ​ເວລາ​ນັ້ນ.