ຜູ້ນໍາຣັຖບານ ທະຫານພະມ້າ ຈະຢ້ຽມຢາມ ຈີນ

ທ່ານ Than Shwe ຜູ້ນໍາສູງສຸດ ຂອງຣັຖບານ ທະຫານພະມ້າ ຈະໄປຢ້ຽມຢາມ ສປຈີນ ໃນອາທິດໜ້າ ກ່ອນການ ເລືອກຕັ້ງ ທີ່ສໍາຄັນ ຊຶ່ງທາງການ ຈີນ ຫວັງວ່າ ຈະມີ ສະເຖັຍຣະພາບ ແລະ ບໍ່ຖືກຕໍານິ ຈາກສາກົນ.
ຈໍາປາທອງ
2010.09.03

ຕາມລາຍງານ ຂອງ ອົງການຂ່າວ AP ຈາກກຸງ ປັກກິ່ງ ໃນວັນທີ 2 ກັນຍາ 2010. ຍານາງ Jiang Yu ໂຄສົກ ກະຊວງການ ຕ່າງປະເທດ ຂອງຈີນ ໄດ້ຖແລງໃນວັນ ພຣະຫັດ ວ່າ ທ່ານ Than Shwe ນາຍພົນ ອາວຸໂສ ຜູ້ນຳ ຣັຖບານ ທະຫານພະມ້າ ຈະຢ້ຽມຢາມ ຈີນ ເປັນເວລາ 4 ວັນ ຊຶ່ງຈະເລີ້ມແຕ່ ວັນອັງຄານ ເປັນຕົ້ນໄປ ຈະໄປກຸງ ປັກກິ່ງ ແລະ ງານວາງສະແດງ ທີ່ ນະຄອນຊຽງຮາຍ.

ສຳລັບຝ່າຍ ຈີນ ທ່ານ Wen Jiabao ນາຍົກ ຣັຖມົນຕຣີ ໄດ້ໄປຢ້ຽມຢາມ ພະມ້າ ເມື່ອເດືອນ ມິຖຸນາ ຊຶ່ງເປັນການ ຢ້ຽມຢາມ ຄັ້ງທຳອິດ ຂອງ ຜູ້ນຳຂັ້ນສູງ ຂອງຈີນ ໃນເກືອບ 10 ປີ ມານີ້. ຈີນ ເປັນປະເທດ ພັນທະມິດ ທີ່ສຳຄັນ ຂອງພະມ້າ ໃຫ້ຄວາມຊ່ວຍເຫລືອ ອັນຈຳເປັນ ຫລາຍຢ່າງ ທາງດ້ານການທູດ ແລະ ສນັບສນູນ ທາງເສຖກິດ ຍ້ອນວ່າ ຣັຖບານ ທະຫານພະມ້າ ຖືກປະເທດ ຕາເວັນຕົກ ຕຳນິຕິຕຽນ ຢ່າງຮຸນແຮງ ໃນບັນຫາ ການລ່ວງຣະເມີດ ສິດທິມະນຸດ ແລະບົກຜ່ອງ ໃນການບໍ່ມອບ ອຳນາດໃຫ້ ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ພະມ້າ ອັນມີ ມາດາມ ອອງຊານຊູຈິ ເປັນຜູ້ນຳ ທີ່ໄດ້ຮັບ ໄຊຊະນະ ຢ່າງຖ້ວມທົ້ນ ໃນການເລືອກຕັ້ງຄັ້ງທີ່ຜ່ານມາ ເມື່ອ 20 ປີກ່ອນ.

ທາງການຈີນ ຢາກຈະເຫັນ ພະມ້າ ມີສະເຖັຍຣະພາບ ແລະໄດ້ມີຄວາມ ທໍ້ແທ້ໃຈ ໃນເວລາທີ່ມີ ການຕໍ່ສູ້ກັນ ຢູ່ຊາຍແດນ ຈີນແລະພະມ້າ ອັນເຮັດໃຫ້ ມີພວກອົພຍົບ ຫລັ່ງໄຫລເຂົ້າໄປ ໃນດິນແດນຈີນ ເມື່ອທ້າຍປີ 2009 ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.