ຈີນບໍ່ພໍໃຈ ການຢ້ຽມຢາມ ໃຕ້ຫວັນ ຂອງອົງ ດາໄລລາມາ

ທາງການຈີນ ປະທ້ວງການຢ້ຽມຢາມ ໃຕ້ຫວັນ ຂອງ ອົງດາໄລລາມາ ດ້ວຍຄວາມຣະມັດ ຣະວັງທີ່ສຸດ.

ອົງດາໄລລາມາກຳລັງຖືກຕ້ອນຮັບທີ່ສນາມບິນນາໆຊາດ Taoyuanໃກ້ກັບTaipeiໃນວັນທີ30ສິງຫາ2009. ການຢ້ຽມຢາມໃຕ້ຫວັນຂອງທ່ານໃນຄັ້ງນີ້ແມ່ນເພື່ອສວດມົນ ແລະຮ່ວມໄວ້ອາລັຍແດ່ດວງວິນຍານຂອງຜູ້ຖືກເຄາະຮ້າຍ ຈາກພະຍຸໃຕ້ຝຸ່ນ. AFP PHOTO/SAM YEH

ທາງການຈີນ ປະທ້ວງ ໃຕ້ຫວັນ ທີ່ອະນຸຍາດໃຫ້ ອົງດາໄລລາມາ, ຜູ້ນໍາທາງດ້ານ ສາສນາ ຂອງຊາວທີເບດ ໄປຢ້ຽມຢາມໃຕ້ຫວັນ, ໂດຍບໍ່ໃຫ້ ເກີດຄວາມເສັຽຫາຍຕໍ່ ຄວາມສໍາພັນ ຣະຫ່ວາງກັນ ເພາະວ່າ ຈີນແລະໃຕ້ຫວັນ ກໍາລັງປັບປຸງ ຄວາມສໍາພັນຕໍ່ກັນ ໃຫ້ດີຂື້ນ.

ຈີນຖືວ່າ ອົງດາໄລລາມາ ເປັນຜູ້ທີ່ຕ້ອງການ ຢາກແຍກດິນແດນ ອອກຈາກ ຈີນແຜ່ນດິນໃຫ່ຽ. ສ່ວນອົງດາໄລລາມາ ນັ້ນອ້າງວ່າຕ້ອງການ ຢາກໃຫ້ແຄວ້ນທີເບດ ປົກຄອງດ້ວຍຕົນເອງ.

ໃນວັນຈັນຜ່ານມາ ທາງການຈີນກ່າວວ່າ ການຢ້ຽມຢາມຂອງ ອົງດາໄລລາມາ ອາດເປັນການທໍາລາຍ ຄວາມສໍາພັນ ຣະຫ່ວາງຈີນ ກັບໃຕ້ຫວັນ ທີ່ກໍາລັງຂະຫຍາຍ ຕົວຢ່າງວ່ອງໄວ.

ເຖິງຈະເວົ້າຈາ ແບບແຂງກະດ້າງ ແລະຮຸນແຮງໃສ່ກັນ ປານໃດກໍດີ ແຕ່ໃນທາງດ້ານ ປະຕິບັດນັ້ນ ຈີນພຽງແຕ່ຍົກເລີກ ກິຈກັມ ທີ່ບໍ່ສໍາຄັນ ທີ່ແນໃສ່ພັກ ການເມືອງຝ່າຍຄ້ານ ຄືພັກກ້າວໜ້າ ປະຊາທິປະໄຕ, ແທນທີ່ຈະແນໃສ່ ປະທານາທິບໍດີ ໃຕ້ຫວັນ ທ່ານ Ma Ying Jeou ຜູ່ຊຶ່ງມີຄວາມ ເປັນມີດກັບຈີນ.

ທາງການຈີນບໍ່ໄດ້ ຕໍານິທ່ານMa ແຕ່ຢ່າງໃດເລີຍ ເພາະວ່າບໍ່ຢາກ ເພີ້ມການຜິດຖຽງກັນ ໃຫ້ຫລາຍຂື້ນ ຍ້ອນວ່າ ໃຕ້ຫວັນ ແລະແຄວ້ນທີເບດ ເປັນບັນຫາທີ່ ຫລໍ່ແຫລມທີ່ສຸດ ສໍາລັບ ຈີນແຜ່ນດິນໃຫ່ຽ. ອົງດາໄລລາມາ ໄດ້ໄປເຖິງໃຕ້ຫວັນ ເມື່ອວັນ ອາທິດຜ່ານມາ ເພື່ອໃຫ້ກໍາລັງໃຈ ແກ່ຜູ້ປະສົບ ໄພພິບັດຈາກ ພາຍຸມໍຣະກົດ ທີ່ພັດເຂົ້າໄປ ຖະລົ່ມເກາະໃຕ້ຫວັນ ເຮັດໃຫ້ມີຜູ້ ເສັຽຊີວິດຍ້ອນ ນໍ້າຖ້ວມ ແລະດິນເຈື່ອນທັບ ປະມານ750ຄົນ.

ອົງດາໄລລາມາ ວ່າຈຸດປະສົງ ຂອງການຢ້ຽມຢາມ ບໍ່ແມ່ນກ່ຽວກັບ ການເມືອງ, ແຕ່ວ່າ ທາງການຈີນບໍ່ໄດ້ ເຫັນແນວນັ້ນ. ໃນວັນອັງຄານນີ້ ອົງດາໄລລາມາ ໄດ້ທໍາພິທີສວດມົນ ຕໍ່ໜ້າຊາວ ພຸທສະນິກະຊົນ ນັບເປັນໝື່ຄົນ ຢູ່ທີ່ສນາມກິລາ ເມືອງກາວຊິງ ເພື່ອລະລຶກເຖິງ ດວງວິນຍານ ຂອງຜູ້ທີ່ເສັຽຊີວິດ ຈາກໄພພິບັດ ດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org