ຈີນມິດງຽບ ເຣື້ອງຈັບ ທະນາຍຄວາມ

ທາງການຈີນ ຍັງມິດງຽບຢູ່ ກ່ຽວກັບການຈັບ ທະນາຍຄວາມ ທີ່ປົກປ້ອງສິດທິ ຂອງຊາວຈີນ.
ສົມເນ
2010.02.05

ທາງການຈີນ ໃນວັນພະຫັດນີ້ ບໍ່ໃຫ້ຄວາມເຫັນ ແນວໃດໝົດ ຕໍ່ຄໍາຖາມ ຂອງນັກຂ່າວ ສື່ມວນຊົນ ຕ່າງປະເທດ ທີ່ຖາມວ່າ ທ່ານ Gao Zhisheng ທະນາຍຄວາມ ດ້ານສິດທິມະນຸດ ຜູ້ຊື່ງເປັນ ບຸກຄົນທີ່ ທາງເຈົ້າໜ້າທີ່ ຮັກສາຄວາມ ປອດໄພຂອງຈີນ ຈັບໄປຕັ້ງແຕ່ ນື່ງປີຜ່ານ ມານັ້ນຢູ່ໃສ?

ທ່ານ Ma Zhaoxu ໂຄສົກປະຈໍາ ກະຊວງການ ຕ່າງປະເທດຈີນ ພຽງແຕ່ຕອບວ່າ: ຂ້າພະເຈົ້າ ໄດ້ແຈ້ງທ່າທີ ຂອງຣັຖບານຈີນ ໃຫ້ຊາບຫລາຍ ຄັ້ງແລ້ວ ຢ່າງນ້ອຍສາມຄັ້ງ. ເມື່ອວັນທີ່ສີ່ ກຸມພາ ປີຜ່ານມາ ເຈົ້າໜ້າທີ່ຮັກສາ ຄວາມປອດໄພຈີນ ໄດ້ໄປຄຸມເອົາ ຕົວຂອງທ່ານ Gao ຢູ່ທີ່ບ້ານພັກ ຂອງລາວເອງ ທີ່ແຂວງຊານສີ ພາກເໜືອ ຂອງປະເທດຈີນ. ຕັ້ງແຕ່ນັ້ນມາ ບໍ່ໄດ້ຍິນຂ່າວ ເລີຽວ່າ ລາວຢູ່ບ່ອນໃດ?

ຕາມການ ເປີດເຜີຽຂອງ ອົງການ ສິດທິມະນຸດຈີນ ທີ່ມີສໍານັກງານ ຢູ່ນະຄອນນີວຢອກ. ເມື່ອຫລາຍສັປດາ ຜ່ານມານີ້ ນັກຂ່າວຕ່າງ ປະເທດຫລາຍຄົນ ໄດ້ຖາມແລ້ວຖາມອີກ ກ່ຽວກັບ ສະພາບການ ຂອງທ່ານ Gao ໂຄສົກປະຈໍາ ກະຊວງການ ຕ່າງປະເທດຈີນ ກໍຕອບວ່າ ທ່ານ Gao ຄວນຢູ່ບ່ອນ ທີ່ລາວຄວນຢູ່ ແລະວ່າ ບໍ່ມີທາງໃດ ທີ່ຈະຮູ້ຂໍ້ມູນ ກ່ຽວກັບເຣື້ອງນີ້ໄດ້.

ຕາມທີ່ກຸ່ມ ສິດທິມະນຸດ ຊາວຄຣິສະຈຽນ ChinaAid ທີ່ມີສໍານັກງານ ຢູ່ສະຫະຣັຖ ອະເມຣິກາ ນັ້ນວ່າ ເຈົ້າໜ້າທີ່ ຕໍາຣວດ ຜູ້ທີ່ຈັບທ່ານ Gao ໄດ້ບອກກັບ ອ້າຍຂອງທ່ານ Gao ວ່າທ່ານ Gao ຫາຍສາບສູນ ນັບແຕ່ວັນທີ 25 ກັນຍາ ພຸ້ນ ແລະໄດ້ເຮັດໃຫ້ ຫລາຍຄົນເປັນຫ່ວງ ຢ້ານວ່າລາວ ເສັຽຊີວິດໄປແລ້ວ.

ທ່ານ Gao ເຄີຽເປັນ ທະນາຍຄວາມ ທີ່ຄົນນັບໜ້າຖືຕາ ແລະເຄີຽເປັນ ສະມາຊິກ ພັກຄອມມູຍນິສ. ທ່ານມັກຊ່ວຍເຫລືອ ຜູ້ທີ່ມີບັນຫາ ເຊັ່ນວ່າ ຊ່ວຍເຫລືອຄົນງານ ເໝືອງຖ່ານຫີນ ຊ່ວຍເຫລືອ ຊາວຄຣິສຈຽນ ແລະຊ່ວຍເຫລືອ ກຸ່ມຖືສາສນາ ຟາລຸງກັງ ທີ່ທາງການຈີນ ຫ້າມ.

ໃນປີ 2006 ລາວຖືກຕັດສີນ ວ່າມີຄວາມຜິດ ໂຄ່ນລົ້ມອໍານາດຣັຖ ແລະ ໃຫ້ຝາກໂທດ ສາມປີ ໂດຍໃຫ້ ຢູ່ເຮືອນກັກ ບໍຣິເວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.