ສາຍເຫດ ການເສັຽຊີວິດ ຂອງເດັກນ້ອຍ ໃນທົ່ວໂລກ
2009.10.06
ຕາມຣາຍງານຂອງ ອົງການ ຊ່ວຍກອບກູ້ ຊີວິດເດັກ Save the Children ວັນທີ5ຕຸລານີ້. ຣາຍງານ ທີ່ພິມເຜີຍແພ່ ເພື່ອໂຄສະນາ ໃຫ້ແກ້ໄຂບັນຫາ ການເສັຽ ຊີວິດ ຂອງເດັກນ້ອຍ ເທື່ອນີ້ຣະບຸວ່າ: ໃນແຕ່ລະປີ ມີເດັກນ້ອຍເສັຽ ຊີວິດ2ລ້ານຄົນ ພາຍໃນ24ຊົ່ວໂມງ ຫລັງເກີດ ແລະເກືອບ9ລ້ານຄົນ ເສັຽຊີວິດກ່ອນ ຮອດອາຍຸ ເຖິງ5ຂວບ ໃນປີ2008ຜ່ານມາ.
ຫົວໜ້າອົງການ Save the Children ໃນອິນເດັຽ ກາວວ່າແນ່ນອນ ອັຕຣາການຕາຍ ຂອງເດັກນ້ອຍ ປ່ຽນແປງໄດ້. ສາເຫດຕົ້ນຕໍ ທີ່ເຮັດໃຫ້ເດັກນ້ອຍ ຕາຍໃນ ລະຍະເລີ່ມຕົ້ນ ຂອງຊີວິດກໍມີ ທັງການຂາດອາຫານ, ໂຣກປອດບວມ pneumonia ແລະຖອກທ້ອງ diarrhea ຊຶ່ງເປັນໂຣກທີ່ ປົວງ່າຍແລະຖືກ.
ນາງວ່າ ເດັກນ້ອຍທຸກຄົນ ບໍ່ວ່າຈະຢູ່ໃສ ເກີດນໍາໃຜ ແມ່ນມີສິດ ເທົ່າທຽມແລະ ຄວນມີໂອກາດ ເທົ່າທຽມໃນການ ມີຊີວິດຢູ່ລອດ, ແລະທຸກຄົນມີ ຄວາມຮັບຜິດຊອບ ທາງດ້ານສີລທັມ ເພື່ອຊ່ວຍ ໃນເລື່ອງນີ້.
Save the Children ທໍາການສໍາຣວດ ຫລາຍກວ່າ15ພັນຄົນ ໃນປະເທດຕ່າງໆ ເຊັ່ນອັງກິດ, ອິຕາລີ, ຈີນ, ເຄນຢ໊າ, ແຕ່ເດືອນສີງຫາ ຫາເດືອນກັນຍາ ຜ່ານມາ ແລະພົບວ່າມີ ປະມານເຄິ່ງນຶ່ງ ຄິດວ່າຣາຍຈ່າຍ ເພື່ອປ່ຽນແປງອັຕຣາ ການຕາຍຂອງເດັກນ້ອຍ ຈະຕ້ອງໄຊ້ຢ່າງໜ້ອຍ 400ພັນລ້ານໂດລາ ຕໍ່ປີ ຊຶ່ງນັ້ນກໍເປັນ ຕົວເລກ ທີ່ຫລາຍກວ່າ ຕົວຈິງເຖິງ10ເທົ່າ.
ໃນຈໍານວນ14 ປະເທດທີ່ມີ ການຄົ້ນຄວ້າສໍາຣວດ ພົບວ່າການຕາຍ ຂອງເດັກນ້ອຍ ໃນອິນເດັຽສູງກວ່າ ບັນດາປະເທດ ເພື່ອນບ້ານເຊັ່ນ Bangladesh. ເດັກນ້ອຍອິນເດັຽ ເສັຽຊີວິດໃນ ແຕ່ລະປີຍ້ອນ ພຍາດ ທີ່ສະກັດກັ້ນໄດ້ ພາຍໃນ24ຊົ່ວໂມງ ຫລັງເກີດນັ້ນ ມີເຖິງ400ພັນຄົນ.
ຜູ້ຍີງອິນເດັຽ ຫລາຍກວ່າເຄີ່ງ ອອກລູກໂດຍບໍ່ໄດ້ ຮັບການຊ່ວຍເຫລືອ ຈາກແພດ ທີ່ສໍານານງານ ອັນເຮັດໃຫ້ເກີດ ສະພາບການຕິດເຊື້ອ ແລະ ສ່ຽງຕໍ່ບັນຫາ ທີ່ເປັນອັນຕະລາຍ ຕ່າງໆ.









