ກອງປະຊຸມ ຂອງກຸ່ມຜູ້ນໍາ ດ້ານເສຖກິດ 20ປະເທດ
ຜູ້ນໍາດ້ານເສຖກິດ ຂອງໂລກຈາກ 20ປະເທດ ເປີດກອງປະຊຸມ ທີ່ນະຄອນ Pittsburg ສະຫະຣັຖ ອະເມຣິກາ ເພື່ອປະຕິຣູບ ເສຖກິດການເງິນ ຂອງໂລກ.
-
ສົມເນ
2009-09-25 -
-
-
Your browser doesn’t support HTML5 audio
ກຸ່ມຜູ້ນໍາທາງ ດ້ານເສຖກິດ ຂອງໂລກ 20ປະເທດ ຫລືທີ່ເອີ້ນວ່າ G-20 ໃຫ້ຄໍາສັນຍາກັນ ຢູ່ທີ່ກອງປະຊຸມ ນະຄອນPittsburgຣັຖ ເພັນຊິວເວເນັຽ ສະຫະຣັຖ ອະເມຣິກາ, ວ່າຈະເອົາມາຕການ ເຂັ້ມງວດໃນການ ກວດກາຕລາດການເງິນ, ເພື່ອປ້ອງກັນ ບໍ່ໃຫ້ເສຖກິດ ລົ້ມລະລາຍ.
ກອງປະຊຸມສຸດຍອດ ຂອງກຸ່ມຜູ້ນໍາ 20ປະເທດ ຄັ້ງນີ້ແມ່ນພາຍໃຕ້ ການເຊື້ອເຊີນຂອງ ທ່ານBarack Obama ປະທານາທິບໍດີ ສະຫະຣັຖ ອະເມຣິກາ. ທ່ານ Obama ກ່າວກ່ອນວັນເປີດ ກອງປະຊຸມວ່າ, ພວກເຮົາຈະເຮັດວຽກ ຮ່ວມກັບຜູ້ນໍາ ດ້ານເສຖກິດ ທີ່ໃຫ່ຽທີ່ສຸດ ຂອງໂລກ ເພື່ອວາງແຜນ ຟື້ນຟູເສຖກິດ ໃຫ້ເຕີບໃຫ່ຽ, ສ້າງຄວາມກໍ້າເກິ່ງ ແລະຍືນຍົງ, ຊຶ່ງມີຄວາມໝາຍວ່າ ເຮັດໃຫ້ລະບຽບ ຫລັກການຂອງ ສູນການເງິນຕ່າງໆ ມີຄວາມເຂັ້ມແຂງ, ເພື່ອຈະກໍາຈັດ ປັດເປົ່າຄວາມມັກໂລບ ໂລພາ ການລະເມີດກົດ, ຫລືລະບຽບຫລັກການ ຊຶ່ງໄດ້ນໍາພາ ພວກເຮົາເຂົ້າສູ່ ຄວາມຫາຍຍະນະ ແລະ ເພື່ອປ້ອງກັນວິກິດການ ປັ່ນປ່ວນ ດັ່ງທີ່ເຄີຍມີ ມາແລ້ວນັ້ນ ບໍ່ໃຫ້ເກີດຂື້ນອີກ.
ກອງປະຊຸມສຸດຍອດ ດັ່ງກ່າວ ຈະດໍາເນີນໄປ ເປັນເວລາສອງວັນ ຈາກວັນພຣະຫັດ ໄປຫາວັນສຸກ. ບັນຫາໃຫ່ຽໆ ທີ່ຍົກຂື້ນມາ ສົນທະນາ ໃນກອງປະຊຸມ ນັ້ນໄດ້ແກ່:
1-ບັນຫາການ ປະຕິຮູບ ກອງທຶນສາກົນ IMF ກ່ຽວກັບສິດທິ ໃນການລົງຄະແນນສຽງ ເພາະວ່າປະເທດ ທີ່ມີເສຖກິດ ກໍາລັງເຕີບໃຫ່ຽ ຍັງມີຈໍານວນໜ້ອຍ ໃນການ ລົງຄະແນນສຽງ. ຕໍ່ບັນຫານີ້ ກອງປະຊຸມ ຍັງມີຄວາມເຫັນ ທີ່ແຕກຕ່າງກັນ.
2-ນະໂຍບາຍການ ໃຊ້ເງິນໂດລາ ສະຫະຣັຖ ເປັນເງິນສໍາລອງ ເງິນຕຣາຕ່າງປະເທດ. ຕໍ່ບັນຫານີ້ ຈີນ, ຍີ່ປຸ່ນ ແລະສະຫະຣັຖ ເຫັນພ້ອມກັນວ່າ ເງິນໂດລາ ສະຫະຣັຖ ຕ້ອງມີຄ່າທີ່ແຂງ.
3-ລະບຽບຫລັກການ ໃນການໃຫ້ເງິນ ໂບນັສ ແກ່ພວກບໍຣິຫານ ທະນາຄານ. ຕໍ່ບັນຫານີ້ ຄນະຜູ້ນໍາ ເຫັນພ້ອມກັນ ຈໍາກັດການໃຫ້ໂບນັສ ເນື່ອງຈາກວ່າ ຜ່ານມາ ພວກບໍຣິຫານ ທະນາຄານໄດ້ ຮັບເງິນໂບນັສ ຫລາຍເກີນຄວນ ອັນເຮັດໃຫ້ຕລາດ ການເງິນມີຄວາມສ່ຽງ.
ປະເທດອິນເດັຽ ຊຶ່ງເປັນຜູ້ຕາງໜ້າ ຂອງປະເທດທີ່ ກໍາລັງພັທນາ ທີ່ມີເສຖກິດ ກຳລັງເຕີບໃຫ່ຽ ຕ້ອງການທຶນຊ່ວຍເຫລືອ ຫລາຍຕື້ໂດລາ ສະຫະຣັຖ ຈາກປະເທດ ອຸດສາຫະກັມ ທີ່ຮັ່ງມີ ເພື່ອຊ່ວຍປະເທດ ທີ່ກໍາລັງພັທນາ ສາມາດປ່ຽນ ເທັກໂນໂລຈີ ທີ່ບໍ່ຜລິດ ອາຍແກສຄາບອນ. ຖ້າຫາກວ່າປະເທດ ທີ່ກໍາລັງພັທນາ ຕົກລົງ ຮັບຮອງເອົາ ສົນທິສັນຍາ ສະບັບໃໝ່ວ່າດ້ວຍ ການປ່ຽນແປງ ດິນຟ້າອາກາດ ທີ່ຈະປະຊຸມ ກັນນອີກໃນເດຶອນ ທັນວາ ຢູ່ທີ່ກຸງ ໂກເປັນຮາເກີ໊ນ ປະເທດ ແດັນມ໊າກ.