ການຄ້າ ມະນຸດ ເພີ້ມຂື້ນ ໃນເຂດລຸ່ມ ແມ່ນ້ຳຂອງ

ການລັກລອບ ຄ້າຂາຍມະນຸດ ໃນປະເທດ ເຂດລຸ່ມ ແມ່ນໍ້າຂອງ ໃນປັດຈຸບັນ ມີຫລາຍເພີ້ມຂຶ້ນ, ຮວມທັງ ການຄ້າປະເວນີ, ບັງຄັບໃຊ້ ແຮງງານ ທັງແມ່ຍິງ ແລະ ເດັກນ້ອຍ.
ຊີດນີ ຣາຍງານ
2008.11.06

ທ່ານ ກຽງຄຳ ອີນ​ແປງຖາວອນ ຫົວຫນ້າ ຄະນະ​ ກັມມະການ​ ຕ້ານ​ການ​ຄ້າ​ມະນຸດ ຂອງ​ກຸ່ມ​ປະ​ເທ​ດ GMS ​ເວົ້າ​ວ່າ ການ​ຄ້າ​ມະນຸດ ​ໃນ 6 ປະ​ເທດ​ ລຸ່ມ​ແມ່ນ້ຳຂອງ ຂຍາຍ​ຕົວ​ຂື້ນ ​ຢ່າງ​ວ່ອງ​​ໄວ ​ໃນ​ເວລາ​ນີ້ ​ເປັນ​ເພາະວ່າ ມີ​ການ​ເຄື່ອນຍ້າຍ ​ຂອງແຮງ​ງານ ​ໃນ​ຂົງ​ເຂດ ​ເພີ້​ມຂື້ນ ​ໃນແຕ່ລະ​ ປະ​ເທດ ​ເພື່ອ​ຊອກຫາ​ວຽກ​ເຮັດ​ງານ​ທຳ​ ທ່ານ ວ່າ ການ​ຄ້າ​ມະນຸດ​ ​ໃນ​ເວລາ​ນີ້ ​ເປັນ​ໄປ​ ໃນ​ຫລາຍ​ຮູບ​ແບບ​ ແລະ ຫລາຍ​ເລ້ລ່ຽມ ທີ່​ເຈົ້າຫນ້າ​ທີ່ ​ບໍ່​ສາມາດ ​ຄວບຄຸມ​ໄດ້ ທ່ານ​ໄດ້​ກ່າວ ​ຕໍ່​ກອງ​ປະຊຸມ​ ຄັ້ງທີ 6 ຂອງ​ເຈົ້າຫນ້າ ທີ່ຣະດັບ​ສູງ​ ຈາກ 6 ປະ​ເທດ ກ່ຽວ​ກັບ​ ບັນຫາ​ນີ້ ທີ່​ນະຄອນຫລວງວຽງ​ຈັນ ​ໃນ​ມື້ວານ​ນີ້ ຊື່ງເປັນ​ພາກສ່ວນ​ ຂອງ​ກອງ​ປະຊຸມ ​ຄະນະ ​ກັມມະການ ​ແມ່​ນໍ້າຂອງ ​ກ່ຽວ​ກັບ ​ບັນຫາ​ການ​ຄ້າ​ມະນຸດ.

ອີງ​ຕາມ ບົດ​ລາຍງານ​ ຈາກອົງການ ​​ແຮງ​ງານ​ ເຄື່ອນທີ່​ ສາກົນ ຣະບຸ​ ວ່າ ​ໃນ​ແຕ່ລະ​ປີ ຈະ​ມີ​ຄົນ ​ທີ່​ຕົກ​ເປັນ​ເຫຍື່ອ ຂອງ​ຂະບວນການ​ຄ້າ​ມະນຸດ​ ​ໃນ​ຂົງ​ເຂດ ຣະຫວ່າງ 2 ​ແສນ ຫາ 4 ​ແສນ ​ກວ່າ​ຄົນ. ກອງປະຊຸມ​ຄັ້ງນີ້ ມີ​ເຈົ້າຫນ້າ​ທີ່ ຈາກ 6 ປະ​ເທດ ອະນຸ​ພູມີພາກ ​ລຸ່ມ​ແມ່ນ້ຳຂອງ​ ເຂົ້າຮ່ວມ ດັ່ງ ສປປລາວ ວຽດນາມ ​ໄທ ຈີນ ພະມ້າ ​ແລະ ​ກຳ​ພູ​ຊາ ​ເພື່ອຮ່ວມ​ຂໍ້​ມູນ ​ຂ່າວສານ ​ແລະ ​ປະສົບ​ປະການ​ກ່ຽວ​ກັບ​ເຣື້ອງນີ້ ​ແລະ ​ກໍ່​ເພື່ອວາງ​ແຜນ ຕ້ານການ​ຄ້າ​ມະນຸດ ​ໃນ​ອະນາ​ຄົດ.

ການ​ຄ້າມ​ະນຸດ ຈະ​ບໍ່​ແມ່ນ ສະ​ເພາະ​ແຕ່​ ການ​ຄ້າ​ປະ​ເວ​ນີ ​ເທົ່າ​ນັ້ນ ຍັງ​ມີ​ກາ​ນກົດ​ຂີ່ ​ຂົ່ມ​ເຫັງ ​ແຮງງານ, ການ​​ໃຊ້​ ແຮງ​ງານ​ເດັກນ້ອຍ, ການ​ບັງຄັບຄົນ ​ໄປ​ຂໍທານ, ການ​ເຮັດ​ວຽກ​ ເກີນ​ເວລາ ​ໃນ​ອຸດສາ​ຫາ​ກຳ​ຕ່າງໆ ດັ່ງ ອຸສາ​ຫະ​ກຳ ​ປະມົງ ​ແລະ ​ການ​ກົດ​ຂີ່ ​ຂົ່ມ​ເຫັງ ​ກຸ່ມແມ່​ບ້ານ ​ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.