ຄ່າທໍານຽມ ຈົດທະບຽນ ເຮັດວຽກຢ່າງ ຖືກຕ້ອງ ນັ້ນແພງ ຫລາຍ ຈຶ່ງໄດ້ລັກລອບເຮັດ
2009.10.08
ຄົນງານ ອິນໂດເນເຊັຍ ຕ້ອງໄດ້ຈ່າຍ ຫ້ອງການ ທີ່ຫາວຽກ ໃຫ້ຂະເຈົ້າ ເທົ່າກັບເງິນເດືອນ ເປັນປີ ເພື່ອຊອກຫາວຽກ ຢູ່ຕ່າງປະເທດ ໃຫ້ຂະເຈົ້າ ໃນປະເທດໃຕ້ຫວັນ ແລະ ເທົ່າກັບເງິນເດືອນ 6 ເດືອນ ເພື່ອຈະຍ້າຍໄປ ມະເລເຊັຍ ຫລື ສິງກະໂປ, ອີງຕາມ ຣາຍງານ ວ່າດ້ວຍ ການພັທນາ ມະນຸສ ປີ 2009 ທີ່ອອກເຜີຍແຜ່ ໃນມື້ວັນທີ 5 ຕຸລາ.
ຍານາງ ເຈັນນີ ກະຣຸກແມນ, ນຶ່ງໃນບັນດາ ຜູ້ຂຽນຣາຍງານ ເວົ້າວ່າ: ຄົນງານ ເຄື່ອນຍ້າຍ ຖິ່ນຖານ ຈ່າຍຄ່າ ທໍານຽມ ເລື້ອຍໆ ປະມານ 25 ຫາ 30 ສ່ວນຮ້ອຍ ຂອງຣາຍໄດ້ ທີ່ຂະເຈົ້າ ຄາດວ່າ ຈະໄດ້ຮັບ ໃນລະຍະ 2 ຫາ 3 ປີ ເພື່ອຈະໄດ້ມີລາຍຊື່ ແລະ ຍັງຈ່າຍຄ່າທໍານຽມ ອື່ນໆອີກ.
ນາງ ກ່າວເພີ້ມຕື່ມອີກວ່າ: ພາຍໃຕ້ ຂໍ້ຕົກລົງ ຣະຫວ່າງ ຣັຖບານໄທ, ກັມພູຊາ ແລະ ລາວ, ຄ່າທັມນຽມ ໃນການ ປະກອບເອກສານ ທີ່ຖືກຕ້ອງ ຫລາຍເທົ່າກັບ ເງິນເດືອນ 4 ຫລື 5 ເດືອນ, ແລະ ໃຊ້ເວລາ ໃນການປະກອບ ເອກສານ ປະມານ 4 ເດືອນ, ແລະ 15 ສ່ວນຮ້ອຍ ຂອງເງິນເດືອນ ຍັງຖືກເກັບໄວ້ ຈົນກະທັ້ງ ຄົນງານ ກັບຄືນປະເທດ.
ສ່ວນ ຣາຍງານ ຂອງ ໂຄງການພັທນາ ຂອງສະຫະປະຊາຊາດ ເວົ້າວ່າ, ແຕ່ ກົງກັນຂ້າມ, ພວກທີ່ລັກລອບ ຂົນສົ່ງແຮງງານ ເອົາຄ່າຈ້າງ ເທົ່າກັບ ເງິນເດືອນ 1 ເດືອນເທົ່ານັ້ນ. ຊຶ່ງມີຄວາມແຕກກຕ່ງ ລື່ນກັບຫລາຍເທົ່າ, ດັ່ງນັ້ນ ບໍ່ເປັນເຣື້ອງທີ່ ປະຫລາດໃຈເລີຍ ທີ່ມີ ຄົນງານ ຕ່າງດ້າວ ພຽງແຕ່ 26 ສ່ວນຮ້ອຍ ເທົ່ານັ້ນ ທີ່ລົງທະບຽນ ຢ່າງຖືກຕ້ອງ ໃນປະເທດໄທ ເມື່ອປີ 2006. ຊຶ່ງສະແດງໃຫ້ເຫັນວ່າ ການເຄື່ອນຍ້າຍ ຖິ່ນຖານ ທັງພາຍໃນ ແລະ ຕ່າງປະເທດ ມີການປະກອບ ເອກກະສານ ທາງການ ຢ່າງກ້ວາງຂວາງ, ຊຶ່ງເຮັດໃຫ້ ຄົນງານ ເຄື່ອນທີ່ໄປມາໄດ້ ຫລື ອາດເຮັດໃຫ້ ຂະເຈົ້າ ໄປເຮັດວຽກ ແບບຜິດກົດໝາຍ.
ໃນຂນະທີ່ ມີຫ້ອງການ ຈັດຫາວຽກງານ ຢ່າງຫລວງຫລາຍ, ເຊັ່ນ ໃນຟີລິບປິນ ມີເຖິງ 1,500 ແຫ່ງ ແລະ ເກືອບເຖິງ 2,000 ແຫ່ງ ໃນອິນເດັຍ, ຈຶ່ງເຮັດໃຫ້ ຫລາຍໆແຫ່ງ ບໍ່ເອົາໃຈໃສ່ ກັບ ກົດໝາຍ ໃນເວລາ ໃຫ້ບໍຣິການ.
ຣາຍງານ ຍັງເວົ້າຕື່ມວ່າ ຄວາມແຕກຕ່າງ ຣະຫວ່າງ ເງິນເດືອນ ພາຍໃນ ປະເທດ ແລະ ຕ່າງປະເທດ ເປັນສິ່ງສໍາ ຄັນທີ່ສຸດ ທີ່ກໍານົດ ຣາຄາ ໃນການປະກອບ ເອກກະສານ ເພື່ອໄປເຮັດວຽກ ໃນຕ່າງປະເທດ.









