ການຍົກຍ້າຍ ປະຊາຊົນ ລ້ານກວ່າຄົນ ຈາກບໍຣິເວນ ເຂຶ່ອນສາມແລວ

ທາງການຈີນຍົກຍ້າຍປະຊາຊົນເຖິງ 1 ລ້ານ 2 ແສນແລະ 7 ໝື່ນຄົນອອກຈາກບໍຣິເວນເຂື່ອນສາມແລວ ຊຶ່ງເປັນທີ່ໃຫຍ່ທີ່ສຸດໃນໂລກ.

ໜັງສືພິມຊິນຫົວ ຊຶ່ງເປັນໜັງສືພິມ ທາງການຂອງຈີນ ຣາຍງານວ່າ, ຈີນເລິ້ມຍົກຍ້າຍ ປະຊາຊົນ ອອກຈາກເຂື່ອນສາມແລວ ນັບແຕ່ປີ 2004 ເປັນຕົ້ນມາ, ແລະຈົນເຖິງ ເດືອນມິຖຸນາ ປີນີ້ ໄດ້ຍົກຍ້າຍ ເຖິງ1.27ລ້ານຄົນ.

ທາງການມີແຜນ ຈະຍົກຍ້າຍ ປະຊາຊົນ ອອກຈາກເຂື່ອນນັ້ນ ທັງໝົດ 1ລ້ານ 4ແສນຄົນ. ປັດຈຸບັນ ຍັງເຫລືອຢູ່ປະມານ 1ແສນ 3ໝື່ນຄົນ, ທີ່ຈຳເປັນຕ້ອງ ຍົກຍ້າຍໃນໄວໆນີ້, ເພາະທາງເຂື່ອນ ຈະກັກຂັງນ້ຳ ຫລາຍຂື້ນເພື່ອທີ່ ຈະຜລິດກະແສ ໄຟຟ້າໃຫ້ໄດ້ ຫລາຍຂື້ນ.

ໃນຂນະດຽວກັນ ພວກທີ່ຂັດຄ້ານ ການສ້າງເຂື່ອນ ດັ່ງກ່າວຣາຍງານວ່າ ປະຊາຊົນຈີນ ທີ່ຖືກຍົກຍ້າຍ ອອກຈາກເຂື່ອນນັ້ນ ຫລາຍໆຄົນຖືກ ຍັງຄັບໃຫ້ຍ້າຍ ແລະ ອີກບັນຫານຶ່ງ ພວກເຂົາບໍ່ໄດ້ ຮັບເງິນຄ່າຊົດເຊີຍ ຕາມທີ່ທາງການ ໄດ້ໃຫ້ສັນຍາ ໄວ້ໃນເມື່ອກ່ອນ. ບໍ່ເທົ່ານັ້ນ ປະຊາຊົນ ທີ່ຖືກຍົກຍ້າຍ ບໍ່ໄດ້ຮັບການ ຝຶກອົບຮົມເພື່ອ ຊອກຫາວິຊາ ອາຊີບໃໝ່. ຫລາຍຄົນບໍ່ພໍໃຈ ທີ່ໄດ້ມີການ ສໍ້ຣາສບັງຫລວງ ໃນໂຄງການ ໃຫ້ການຊ່ວຍເຫລືອ ແກ່ປະຊາຊົນ ຜູ້ທີ່ຖືກຍົກຍ້າຍ.

ແຫລ່ງຂ່າວທາງການ ຂອງຈີນ ຣາຍງານວ່າ ໃນຣະຫວ່າງປີ 2004ແລະປີ2005 ເທົ່ານັ້ນ, ເຈົ້າໜ້າທີ່ໄດ້ ສໍ້ໂກງເອົາເງິນ ຊ່ວຍເຫລືອເຖິງ 37ລ້ານດອນລ່າ ສະຫະຣັຖ, ພວກຂັດຄ້ານການ ສ້າງເຂື່ອນເວົ້າອີກວ່າ, ທາງການຈີນ ຍັງມີໂຄງການ ຈະຍົກຍ້າຍ ປະຊາຊົນ ອອກຈາກບໍຣິເວນ ເຂື່ອນຕື່ມອີກ ຢ່າງນ້ອຍ 4ລ້ານຄົນ ພາຍໃນປີ2020 ແຕ່ການຍົກຍ້ານ ປະຊາຊົນ ເຫລົ່ານີ້ບໍ່ມີ ສ່ວນກ່ຽວຂ້ອງກັບ ການສ້າງເຂື່ອນ ແຕ່ຢ່າງໃດ.

ເຂື່ອນສາມແລວ ຊຶ່ງແປວ່າ ເຂື່ອນທີ່ສ້າງຢູ່ ໃນບໍຣິເວນ ສາມແມ່ນ້ຳພົບກັນ ຢູ່ແຂວງຮູເບ່ ຂອງຈີນ ເປັນເຂື່ອນໃຫຍ່ ທີ່ສຸດໃນໂລກ ມີຄວາມຍາວເຖິງ 2,300ແມັດ ແລະສູງ185ແມັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org