ເສື້ອແດງຍຶດສະຖານີ ໂທຣະທັດຄືນໄດ້

ກຸ່ມເສື້ອແດງ ບຸກເຂົ້າຍຶດເອົາ ສະຖານີ ໂທຣະທັດ ຄືນໄດ້ ຊື່ງກໍາລັງທະຫານ ກໍພຍາຍາມຕ້ານໄວ້ ດ້ວຍຣະເບີດນໍ້າຕາ ແລະຣົດສີດນໍ້າ ແຮງສູງ ແຕ່ກໍຕ້ອງຍອມ ຖອຍກໍາລັງອອກໄປ.

ທ່ານພັນເອກ ສັນເສີນ ແກ້ວກຳເນີດ ໂຄສົກ ຂອງກອງທັພບົກ ໄດ້ກ່າວເປັນກາຣ ປະກາສ ໃຫ້ປະຊາຊົນ ຮູ້ວ່າ ທາງກາຣໄທຽໄດ້ສົ່ງເຈົ້າໜ້າທີ່ ຂອງກອງທັພ ຈຳນວນໜື່ງ ໄປປະຈຳກາຣ ຮັກສາຄວາມເປັນ ຣະບຽບຮຽບຮ້ອຍ ຢູ່ອ້ອມບໍຣິເວນ ສະຖານີ ໂທຣະທັສ ເຂຕລາດຂຸມແກ້ວ ປະທຸມທານີ ພາຍຫລັງທີ່ໄດ້ ອັດໄວ້ແຕ່ມື້ ວັນພຸທ ເປັນຕົ້ນມາ ເພື່ອບໍ່ໃຫ້ ກຸ່ມເສື້ອແດງ ໃຊ້ສຳຫລັບຣະດົມ ປະຊາຊົນ ໄປຮ່ວມຊຸມນຸມ ປະທ້ວງຣັຖບາລ ຕື່ມຕໍ່ ໄປແຕ່ຢ່າງໃດ.

ແຕ່ພາຍຫລັງ ທີ່ທາງເຈົ້າໜ້າທີ່ ອອກປະກາສ ໃນຕອນບ່າຍ ບໍ່ເທົ່າໃດນາທີ ພວກກຸ່ມຜູ້ຊຸມນຸມ ເສື້ອແດງ ຈຳນວນ 3,000 ກວ່າຄົນ ດັ່ງກ່າວ ກໍສາມາດເຄື່ອນ ກຳລັງ ເຂົ້າພັງ ຕ້າຍກຳແພງ ເຂົ້າໄປທາງໃນ ທັ້ງໆທີ່ທາງເຈົ້າໜ້າທີ່ ພຍາຍາມສກັດກັ້ນ ເຖິງຂັ້ນໄດ້ໃຊ້ ຣົຖສີດນ້ຳ ແຮງສູງໃສ່ ແລະ ຣະເບີດນ້ຳຕາ ຍິງໃສ່ ແຕ່ກໍບໍ່ສາມາດ ຕ້ານທານ ກຸ່ມພວກຊຸມໄວ້ໄດ້ ຈື່ງຈຳເປັນຕ້ອງ ໄດ້ເຄື່ອນກຳລັງ ຖອຍອອກ ແລະໃນທີ່ສຸດ ພວກຊຸມນຸມ ເສື້ອແດງ ກໍສາມາດຍຶດ ສະຖານີ ຄືນໄດ້ໃນ ເວລາບ່າຍ 2:45 ໂມງ ເພື່ອຈະໃຊ້ສະຖານີ ໂທຣະທັສ ທຳກາຣຕໍ່ຕ້ານ ຣັຖບາລຕໍ່ໄປ.

ຈາກເຫຕກາຣ ການປະທະກັນ ເປັນຊົ່ວຣະຍະໜຶ່ງ ທັງສອງຝ່າຍ ກໍມີຜູ້ໄດ້ຮັບ ບາດເຈັບຈຳນວນໜື່ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org