ພລັງງານ ເປັນບັນຫານຶ່ງ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະ ອາຊຽນ

ບັນດາຣັຖມົນຕຣີ ພລັງງານຈາກອາຊຽນ ໄດ້ປະກາດ ເມື່ອເດືອນສີງຫາ ປີ2008, ຢູ່ທີ່ບາງກອກ ວ່າຄວນມີການ ຮ່ວມມືກັນຫລາຍຂຶ້ນ ເພື່ອຄວາມປອດໄພ ດ້ານພລັງງານ ຊື່ງເປັນເສັ້ນທາງນຶ່ງ ໃນການສ້າງຕັ້ງ ປະຊາຄົມ ເສຖກິດອາຊຽນ. ຕາມຣາຍງານຂ່າວ CERA ທີ່ມີສູນກາງ ຢູ່ສີງກະໂປ.

ການທີ່ຈະປ່ຽນ ສູ່ການຜລິດ ພລັງງານ, ສູ່ແບບແຜນການໃຊ້ ແລະການພົວພັນ ຣະຫວ່າງບັນດາ ປະເທດເຫລົ່ານັ້ນ ມັນເປັນຂັ້ນຕອນ ທີ່ດົນນານ, ຊຶ່ງພວກນັກວິຈານ ເຕືອນວ່າ, ຄວາມກະຕືລືລົ້ນ ທາງພລັງງານນັ້ນ, ສາມາດກໍ່ໃຫ້ເກີດ ຄວາມເຄັ່ງຕຶງ ຣະຫວ່າງປະເທດໄດ້.

ເພື່ອແກ້ໄຂ ບັນຫາທ້າທາຍ ດ້ານພລັງງານ, ຮວມທັງຄວາມຍືນຍົງ ດ້ານສະພາບແວດລ້ອມ ໃນການນໍາໃຊ້ ພລັງງານ, ປະເທດໃນພາກພື້ນ ຈະຕ້ອງສົ່ງເສີມ ການຮ່ວມມືກັນ ຫລາຍຂຶ້ນຕື່ມອີກ.

ທ່ານ Andrew Symon ຂຽນໂດຍມີໃຈຄວາມ ສໍາຄັນຕອນນຶ່ງວ່າ, ວຽດນາມເອງ ກໍຊື້ໄຟຟ້າຈາກ ຈີນທາງຕອນໃຕ້ ແລະປັດຈຸບັນ ມີການຕິດຕໍ່ ຣະຫວ່າງໄທ ແລະ ກັມພູຊາ, ໂດຍມີແຜນການ ສນອງໄຟຟ້າຈາກ ທາງພາກຕາເວັນອອກ ຂອງໄທ, ໄປເມືອງຊຽມຣຽບ ຂອງກັມພູຊາ ເຂດຕາເວນຕົກ, ແລະຈາກພາກ ຕາເວັນຕົກສ່ຽງໃຕ້ ຂອງກັມພູຊາ ສູ່ໄທ, ຈາກໂຮງງານ ໄຟຟ້າທ່ານຫີນ ຂນາດໃຫຍ່.

ການສົ່ງອອກ ກະແສໄຟຟ້າ ຈາກລາວໄປໄທ ຊຶ່ງເລີ່ມຂຶ້ນເມື່ອປີ 1998ນັ້ນ, ທ່ານກໍວ່າ ກໍາລັງມີການ ຂຍາຍຕົວ ເຊັ່ນດຽວກັນ. ລາວ ປະສົງທີ່ ຈະເປັນໝໍ້ໄຟ, ໃນເຂດ ລຸ່ມແມ່ນໍ້າຂອງ GMS ໂດຍຂຍາຍ ແຫລ່ງຜລິດ ໄຟຟ້າພລັງນໍ້າ ແລະຕ້ອງການສນອງ ໄຟຟ້າໃຫ້ ວຽດນາມ ແລະກັມພູຊາ. ຂນະດຽວກັນ ພະມ້າກໍອາດ ເປັນຜູ້ສນອງ ໄຟຟ້າໃຫ້ໄທ ຈາກເຂື່ອນທີ່ສ້າງໃສ່ ແມ່ນໍ້າສາລະວີນ ຂອງຕົນຄືກັນ.

ທ່ານ Andrew Symon ຈາກອົງການ CERA ຂຽນຕື່ມວ່າ, ຂນະທີ່ຄວາມ ຕ້ອງການພລັງງານ ທີ່ຮັບປະກັນ ຫລາຍຂຶ້ນນັ້ນ, ອາຊຽນ ຈະປະເຊີນກັບ ສະພາບເຄັ່ງຕຶງ ແລະຄວາມຈໍາເປັນ ໃນການຮ່ວມມືກັນ. ຊຶ່ງການຮ່ວມມືນັ້ນ ຈະນໍາໄປສູ່ ໂຮງໄຟຟ້າພລັງ ນິວເຄັລຽ ແຫ່ງທໍາອິດ ໃນປີ2020ນໍາໜ້າ ໂດຍວຽດນາມແລະ ອິນໂດເນເຊັຽ, ໄທ, ມາເລເຊັຽ ແລະຟິລິບປີນ, ກໍຢູ່ໃນຣະຫວ່າງ ການພິຈາຣະນາ ທີ່ຈະສ້າງເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org