ຈີນກ່າວວ່າ Switzerland ຄິດຜິດທີ່ຮັບ ນັກໂທດຂອງຕົນ

ຈີນ ວ່າ ການຕັດສິນໃຈ ຂອງຣັຖບານ Switzerland ທີ່ຮັບເອົາ ນັກໂທດຈີນ ສອງຄົນ ທີ່ສູນອ່າວ ກວນຕານາໂມນັ້ນ ຈະກະທົບກະເທືອນ ຕໍ່ຄວາມສັມພັນ ຣະຫວ່າງປະເທດ.

0:00 / 0:00

ຕາມຣາຍງານ ຂ່າວຈາກ AP ວັນພະຫັດນີ້.

ໃນວັນພຸດ ຣັຖບານ Switzerland ໄດ້ຮັບຮອງເອົາ ການເຂົ້າໄປ ຕັ້ງຖີ່ນຖານ ຂອງນັກໂທດ ສອງອ້າຍນ້ອງ ຊົນເຜົ່າວີເກີ ຊຶ່ງຖືເປັນ ສ່ວນນຶ່ງ ຂອງພັນທະ ຕົນເພື່ອຊ່ວຍ ຣັຖບານ ສະຫະຣັຖ ອະເມຣິກາ ປິດສູນກັກຂັງ ພວກຄົນທີ່ ເອີ້ນກັນວ່າ ‘ນັກຕໍ່ສູ້ທາງ ຝ່າຍສັຕຣູ’ ທີ່ຖືກຈັບ ໄດ້ໃນສົງຄາມ ຕໍ່ຕ້ານພວກ ກໍ່ການຮ້າຍ.

ໂຄສົກການ ຕ່າງປະເທດຈີນ Ma Zhaoxu ກ່າວຕໍ່ສື່ມວລຊົນ ໃນວັນພະຫັດ ນີ້ວ່າ ການຕັດສີນໃຈນັ້ນ ຈະສົ່ງຜົນກະທົບ ໃສ່ການພົວພັນ ຂອງຈີນແລະ Switzerland ຢ່າງແນ່ນອນ. ທ່ານ Ma ກ່າວວ່າ ສອງອ້າຍນ້ອງ ດັ່ງກ່າວ ເປັນສມາຊິກ ກຸ່ມຂະບວນ Turkistan Islam ຕາເວັນອອກ ຊຶ່ງຈີນເອີ້ນວ່າ ເປັນກຸ່ມ ກໍ່ການຮ້າຍ.

ຣັຖບານຈີນ ໄດ້ຮຽກຮ້ອງ ໃຫ້ສົ່ງຕົວ ສອງອ້າຍນ້ອງ ແລະ ຊາວວີເກີ ຄົນອຶ່ນໆທີ່ ຖືກກັກຂັງຢູ່ສູນ ກວນຕານາໂມ ນັ້ນຄືນໃຫ້ຈີນ ແຕ່ຣັຖບານ ປະທານາທິບໍດີ Obama ກັບຊອກຊ່ອງທາງ ໃຫ້ພວກເຂົາໄປຢູ່ ປະເທດທີສາມ ຍ້ອນຢ້ານວ່າ ຊາວວີເກີ ຈະຖືກກັ່ນແກ້ງ ຢູ່ຈີນ.

ທ່ານ Ma ບໍ່ໄດ້ເວົ້າເຖິງ ການໂຕ້ຕອບ ຂອງຈີນຕໍ່ Switzerland. ຣັຖມົນຕຣີ ຍຸຕິທັມຂອງ Switzerland ກ່າວວ່າ ການຕັດສິນໃຈ ຮັບເອົາສອງ ອ້າຍນ້ອງວີເກີ ຊຶ່ງເປັນ ຊົນເຜົ່ານ້ອຍ ຂອງຈີນນັ້ນ ແມ່ນບົນພື້ນຖານ ມະນຸສທັມ ແລະ ບໍ່ຄວນຖືວ່າ ເປັນການໃຫ້ ຄວາມສໍາຄັນ ແກ່ປະເທດນຶ່ງ ເໜືອປະເທດນຶ່ງ.

ຕໍ່ນັກຂ່າວ ທີ່ກຸງ Bern ທ່ານເວົ້າວ່າ ພວກທ່ານ ມີການພົວພັນ ປົກກະຕິດີ ກັບຈີນ ແລະພວກທ່ານ ກໍປະສົງ ທີ່ຈະຮັກສາ ໃຫ້ເປັນແນວນັ້ນ ຕໍ່ໄປ. ຊາວວີເກີເວົ້າວ່າ ພວກເຂົາເຈົ້າ ພົບກັບການ ຖືກຈໍາແນກ ໂດຍຊາວຈີນຮັນ ຊຶ່ງເປັນຊົນຊາດ ສ່ວນໃຫຍ່ຂອງຈີນ. ທັງສອງ ອ້າຍນ້ອງວີເກີ ຊຶ່ງຖືກກັກຂັງ ຢູ່ສູນ ກວນຕານາໂມ ນັບຕັ້ງແຕ່ ຖືກຈັບຢູ່ Afghanistan ໃນປີ2001 ແລະ2002ນັ້ນ ອາຈຈະຖືກສົ່ງໄປ Switzerland ພາຍໃນເດືອນນີ້.

ໃນເດືອນ ມົກກະຣາ ອະດີດນັກໂທດ ສູນອ່າວ ກວນຕານາໂມ ຄົນອຸສເບັກກິສຖານ ຖືກສົ່ງໄປຢູ່ Switzerland ເປັນຄົນທໍາອິດ ແລະ ຊາວວີເກີ ອີກຫົກຄົນ ໄປຢູ່ປະເທດ ໝູ່ເກາະ Palau ເຂດມະຫາສມຸດ Pacific ເມື່ອປີກາຍ.