ກຸ່ມປະທ້ວງ ບໍຣິຈາກເລືອດ

ກຸ່ມເສື້ອແດງ ທີ່ປະທ້ວງຢູ່ ບາງກອກ ພາກັນ ບໍຣິຈາກເລືອດ ເພື່ອແສດງເຖິງຄວາມ ເດັດດ່ຽວ ແລະຄວາມເສັຽສລະ ຢ່າງແທ້ຈິງ ໃນກາຣ ຕໍ່ສູ້ຂອງເຂົາເຈົ້າ.

ພວກປະທ້ວງ ຊາວໄທ ທີ່ນຸ່ງເສື້ອແດງ ປະກາດ ເມື່ອວັນຈັນທີ່ ຜ່ານມາວ່າ ພວກເຂົາ ຈະຣະດົມ ສະມາຊິກເສື້ອແດງ ໃຫ້ບໍຣິຈາກເລືອດ ຢ່າງໜ້ອຍຜູ້ລະ 10 ຊີຊີ ຮ້ອຍພັນຄົນ ລວມທັງໝົດໃຫ້ໄດ້ ເລືອດເຖິງນຶ່ງລ້ານ ຊີຊີ ແລ້ວຈະນຳເອົາ ເລືອດນັ້ນໄປທາ ທາງເຂົ້າທຳນຽບ ຣັຖບານ. ຕໍ່ມາ ໃນຕອນເຊົ້າຂອງ ວັນອັງຄານ ຄະນະຜູ້ນຳ ແລະ ພວກປະທ້ວງຫລາຍຄົນ ກໍໄປເອົາເລືອດ ຕາມທີ່ໄດ້ ປະກາດໄວ້. ທ່ານ ວິຣະ ມຸສິກະພົບ ຜູ້ນຳພວກປະທ້ວງ ໄປເອົາເລືອດອອກ ກ່ອນໝູ່ ແລ້ວເວົ້າວ່າ:

“ເລືອດນີ້ໝາຍເຖິງ ຄວາມເສັຍສະລະ ຄວາມຮັກຊາດ ແລະ ຄວາມເດັດດ່ຽວ ໃນການຕໍ່ສູ້ ຂອງພວກເຂົາ.”

ແຕ່ນັກວິຊາການ ແພດຄິດຢ້ານວ່າ ການເອົາເລືອດອອກ ໂດຍທີ່ບໍ່ມີ ການກວດ ແລະ ການອານະໄມ ຢ່າງຄັກແນ່ ອາດຈະພາໃຫ້ ເຊື້ອໂຣກ ແຜ່ຣະບາດ. ທ່ານ ຈຸຣິນ ລັກຊະນະວິສິດ ຣັຖມົນຕຣີ ສາທາຣະນະສຸກ ຂອງໄທເວົ້າວ່າ:

“ນັກວິຊາການ ວິຕົກກັງວົນ ຢ້ານພວກປະທ້ວງ ຈະຕິດເຊື້ອໂຣກ ຈາກການໃຊ້ເຂັມ ໃນເວລາເອົາ ເລືອດອອກ.”

ນັກວິຊາການ ຜູ້ນຶ່ງເວົ້າວ່າ: ນາງເວົ້າວ່າ

“ເມື່ອໄປ ບໍຣິຈາກເລືອດ ເຂົາກໍຈະເອົາແຕ່ ຜູ້ມີນ້ຳໜັກແຕ່ 45 ກິໂລກຣາມ ຂື້ນໄປ ບໍ່ມີໂຣກຕິດຕໍ່ ຮ້າຍແຮງ ແລະກໍບໍ່ກິນຢາ ແກ້ອັບເສບ ຖ້າເປັນຜູ້ຍິງ ກໍຕ້ອງບໍ່ມີ ປະຈຳເດືອນ.”

ແຕ່ຜູ້ນຳພວກ ປະທ້ວງເວົ້າວ່າ “ຜູ້ເອົາເລືອດອອກ ລ້ວນແລ້ວແຕ່ແມ່ນ ທ່ານໝໍ ນາງໝໍ ແລະ ນັກວິຊາການ ທີ່ແທ້ຈິງ ແລະ ທີ່ອາສາສມັກ ທັງນັ້ນ.”

ພວກເສື້ອແດງ ວາງແຜນໄວ້ວ່າ ເມື່ອໄດ້ເລືອດຫລາຍແລ້ວ ຈະນຳໄປທາ ທາງເຂົ້າທຳນຽບ ຣັຖບານ ໃນຕອນແລງ ຂອງມື້ນີ້ ແລະຖ້າ ນາຍົກຣັຖມົນຕຣີ ຍັງບໍ່ຍອມລາອອກ ຫລືຍຸບສະພາ ຕາມຄຳຮຽກຮ້ອງ ພວກເຂົາຈະປະທ້ວງ ສືບຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org