ການເລືອກຕັ້ງໃນພະມ້າ ຄວນເປັນທັມ

ເລຂາທິການ ສະຫະ ປະຊາຊາດ ຮຽກຮ້ອງ ໃຫ້ພະມ້າ ຈັດຕັ້ງການ ປ່ອນບັດເລືອກຕັ້ງ ແບບເປັນທັມ.
ສົມເນ
2010.09.28
F-TIN_OO ທ່ານ ທິນ ອູ ຮອງຫົວໜ້າ ພັກຝ່າຍຄ້ານ ຂອງຍານາງ ອອງ ຊານ ຊູ ຈິ ກ່າວຕໍ່ຄນະພັກ ໃນງານສລອງ ຄົບຮອບ 22 ປີ ຂອງພັກ. ງານລ້ຽງໄດ້ຈັດຂື້ນ ທີ່ບ້ານພັກ ຂອງທ່ານເອງ ໃນວັນທີ 27 ກັນຍາ 2010.
AFP PHOTO

ກຸ່ມມະຫາອໍານາດ ທີ່ສົນໃຈ ນໍາບັນຫາ ຂອງພະມ້າ ສະແດງຄວາມ ກັງວົນ ນໍາການເລືອກຕັ້ງ ໃນພະມ້າ ຊື່ງຈະມີຂື້ນ ໃນເດືອນ ພືສຈິກາ ນີ້. ຈື່ງໄດ້ຮຽກຮ້ອງ ໃຫ້ຣັຖບານ ທະຫານພະມ້າ ປ່ອຍນັກໂທດ ການເມືອງທັງໝົດ. ຕາມຄໍາເວົ້າຂອງ ເລຂາທິການ ສະຫະ ປະຊາຊາດ ທ່ານ ບານກີມູນ. ຫລັງຈາກໄດ້ ຮ່ວມກອງປະຊຸມ ລະດັບ ຣັຖມົນຕຣີ ທີ່ເອີ້ນວ່າ ກຸ່ມເພື່ອນມິດ ກ່ຽວກັບບັນຫາ ພະມ້າ.

ທ່ານ ບານກີມູນໄດ້ບອກກັບ ສື່ມວນຊົນ ວ່າ ທັງໂລກ ຕ້ອງການຢາກໃຫ້ ການເລືອກຕັ້ງ ໃນພະມາ ເປັນການເລືອກຕັ້ງ ທີ່ເຊື່ອຖືໄດ້ ຣັຖບານ ພົລເຮືອນ ແລະ ປະຊາທິປະໄຕ. ທ່ານວ່າ ກຸ່ມດັ່ງກ່າວ ເວົ້າຢໍ້າອີກວ່າ ຕ້ອງການໃຫ້ ຂັ້ນຕອນ ການເລືອກຕັ້ງ ມີຫລາຍພາກສ່ວນ ເຂົ້າຮ່ວມ ແລະ ເປັນການເລືອກຕັ້ງ ທີ່ໂປ່ງໃສ.

ກຸ່ມເພື່ອນມິດ ບັນຫາພະມ້າ ຕ້ອງການຢາກໃຫ້ ຣັຖບານພະມ້າ ປ່ອຍນັກໂທດ ການເມືອງ ຮ່ວມທັງ ມາດາມ ອອງຊານຊູຈີ ຫົວໜ້າພັກ ຝ່າຍຄ້ານ ອີກດ້ວຍ. ນີ້ຄືບາດກ້າວ ສໍາຄັນ ທີ່ສະແດງເຖິງ ການປ່ອນບັດເລືອກຕັ້ງ ທີ່ເຊື່ອຖືໄດ້ ຊື່ງຈະເຮັດໃຫ້ ພະມ້າ ມີສະເຖັຽຣະພາບ ແລະ ການພັທນາ. ກຸ່ມປະເທດ ເພື່ອນມິດ ບັນຫາພະມ້າ
ມີທັງໝົດ 15 ປະເທດ ແລະ ກຸ່ມສະຫະພາບ ຢູໂຣບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.