ຈີນ-ສະຫະຣັຖ ຫາວິທີປັບຄ່າເງິນຍວນ
2010.04.05
ຄວາມຄາດຫວັງວ່າ ຈີນ ຈະຂື້ນຄ່າຂອງ ເງິນຢວນ ມີເພີ້ມຂື້ນຫລັງຈາກ ສະຫະຣັຖ ຢຸດເຊົາ ວ່າຈະບໍ່ຕອບໂຕ້ ຈີນດ້ວຍການລົງໂທດ ແຕ່ວ່າ ການປັບຄ່າຂອງ ເງິນຢວນ
ແນວໃດກໍດີ ຈະບໍ່ພຽງພໍ ສໍາລັບ ທີ່ຈະເຮັດໃຫ້ ສະມາຊິກສະພາ ແລະບໍຣິສັດຕ່າງໆ ຂອງສະຫະຣັຖ ຣະງັບ ຄວາມບໍ່ພໍໃຈ ທີ່ມີຕໍ່ຈີນລົງໄດ້. ຕາມລາຍງານຂອງ ອົງການຂ່າວ ເອແອບພີ.
ຣັຖມົນຕຣີການຄັງ ຂອງສະຫະຣັຖ ທ່ານ Timothy Geithner ໃນວັນເສົາ ຜ່ານມານີ້ ປະກາດວ່າ ຈະເຜີຽແຜ່ລາຍງານ ປະຈໍາເຄິ່ງປີ ທີ່ກໍານົດວ່າ ຈະອອກໃນວັນທີ່ 15 ເມສາ ໃຫ້ຊ້າລົງ. ລາຍງານດັ່ງກ່າວ ອາດປະກາດວ່າ ຈີນເປັນຜູ້ຫລີ້ນເກມ ຊັກຈູງໃຫ້ຄ່າ ຂອງເງິນຢວນຕໍ່າ ເພື່ອສາມາດ ສົ່ງອອກສິນຄ້າ ໃຫ້ໄດ້ຫລາຍ ຊື່ງລາຍ ງານ ດັ່ງກ່າວນີ້ ອາດເຮັດໃຫ້ ສະພາສະຫະຣັຖ ລົງໂທດດ້ານການຄ້າ ຕໍ່ຈີນ ກໍເປັນໄດ້.
ການອອກລາຍງານຊ້າ ກໍຍ້ອນຄາດກັນ ຢ່າງກວ້າງຂວາງວ່າ ປະທານ ປະເທດຈີນ ທ່ານ Hu Jintao ຈະມາກຸງວໍຊິງຕັນ ເພື່ອຮ່ວມ ກອງປະຊຸມກ່ຽວກັບ ຄວາມປອດ ໄພ ດ້ານອາວຸດນີວເຄລັຽ ຊື່ງກໍານົດມີຂື້ນ ລະຫ່ວາງວັນທີ 12-13 ເມສານີ້. ຜູ້ທີ່ສີ້ງຊອມ ເບິ່ງຈີນເວົ້າວ່າ: ທ່ານ Hu Jintao ຈະບໍ່ກ້າມາຢ້ຽມຢາມ ນະຄອນຫລວງ ວໍຊິງຕັນ ແລະ ສ່ຽງຕໍ່ການເສັຽໜ້າ ຫລືການຖືກເວົ້າໃສ່ ໃນວັນຂ້າງໜ້າ ເວັ້ນເສັຽແຕ່ວ່າ ທ່ານໄດ້ຮັບຄໍາ ຄໍ້າປະກັນ ທີ່ບໍ່ເປັນທາງການ ຈາກທ່ານ Geithner ວ່າຈະບໍ່ ອອກບົດລາຍງານນັ້ນ.
ແຕ່ເຖິງຢ່າງໃດ ກໍດີ ສະມາຊິກ ສະພາສະຫະຣັຖ ກໍສີ້ງຊອມເບິ່ງວ່າ ຈີນຈະຕອບສນອງ ທ່າທີຂອງທ່ານ Geithner ໂດຍການຂື້ນຄ່າ ຂອງເງິນຫລືບໍ່. ທ່ານ Eswar Prasad ສາສດາຈານ ຈາກມະຫາວິທຍາໄລ ຄໍແນວ ຜູ້ທີ່ເຄີຽເປັນ ຫົວໜ້າຜແນກ ກອງທືນເງິນຕຣາຈີນ ໃຫ້ຄວາມເຫັນວ່າ ທ່າທີທີ່ຈີນ ຈະປັບຄ່າຂອງເງິນຢວນ ມີຫລາຍຂື້ນ ໃນສອງສາມວັນ ຜ່ານມານີ້.
ກ່ຽວກັບເຣື້ອງນີ້ ທີປືກສາ ທະນາຄານກາງ ຂອງຈີນ ຄົນໃໝ່ ທ່ານ Li Daokui ເມື່ອບໍ່ນານມານີ້ ໄດ້ຮຽກຮ້ອງ ໃຫ້ມີການປັບຄ່າ ຂອງເງິນຢວນຂື້ນຕື່ມ ພາຍໃນເດືອນ ກັນຍາ ເພື່ອບໍ່ຢາກໃຫ້ ກາຍເປັນປະເດັນ ໃນການເລືອກຕັ້ງ ເຄິ່ງວາຣະຂອງ ສະຫະຣັຖ ໃນສອງເດືອນຕໍ່ມາ.
ທ່ານ Prasad ເວົ້າວ່າ ການເຂົ້າມາຮ່ວມ ປະຊຸມສຸດຍອດ ຂອງ ທ່ານ Hu Jintao ແບບສະດວກສະບາຍໃຈ ຮວມທັງການຮ່ວມມື ໃນບັນຫາທີ່ ກ່ຽວຂ້ອງຕ່າງໆ ຈະສ້າງຄວາມ ສະດວກໃຫ້ຈີນ ປ່ຽນຄ່າຂອງ ເງິນຢວນ ໂດຍທີ່ບໍ່ມີ ຄວາມຮູ້ສືກວ່າ ຖືກບັງຄັບ.









