ແມ່ຍີງ ຊາວວີກເກີ ຖືກບັງຄັບ ໃຫ້ເອົາລູກ ຄົນທີ 3 ອອກ

ນາງ ອາຊີກຸຍ ເຕີຊັນ ຖືພາ ລູກຄົນ ທີ່ 3 , ໄດ້ 6 ເດືອນ ເຈົ້າຫນ້າທີ່ຈີນ ໄດ້ຢືນເຝົ້າ ຢູ່ຕໍ່ຫນ້າຫ້ອງ ເອົາລູກອອກ ທີ່ໂຮງພຍາບານ ແບບບັງຄັບ ທີ່ແຂວງຊີນຈຽງ ຂອງຈີນ ເປັນການບັງຄັບ ໃຫ້ຫມໍ ເອົາອອກ ຊື່ງເປັນນະໂຍບາຍ ຂອງຣັຖບານຈີນ ກ່ຽວກັບ ກັບການເກີດລູກ ຂອງຊົນເຜົ່າວີກເກີ ສາມາດ ເອົາລູກໄດ້ ແຕ່ 2 ຄົນ ເທົ່ານັ້ນ ຄົນຕໍ່ໄປ ຕ້ອງຖືກບັງຄັບ ໃຫ້ເອົາອອກ.
ຊິດນີ ຣາຍງານ
2008.11.14

ໃນ​ຖານະ ​ທີ່​ນາງ ​ເປັນ​ຊົນ​ເຜົ່ານ້ອຍ ຊາວ​ວີກ​ເກີ ຣັຖບານ​ຈີນ ອະນຸຍາດ​ ໃຫ້​ເອົາ​ລູກ ​ໄດ້ 2 ຄົນ​ຫລາຍ​ກວ່າ​ ຄົນ​ຈີນ ທົ່ວ​ໄປ ​ເມື່ອລາວ ​ມີ​ລູກຄົນທີ​ສາມ ທາງ​ການ​ຈີນ ​ກໍ່​ມາ​ ທີ່​ບ້ານ ​ຂອງ​ນາງ ​ເພື່ອນຳ​ນາງ ​ໄປ​ເອົາ​ອອກ ທີ່​ໂຮງພຍາ​ບານ ອີງ​ຕາມ ​ຄຳ​​ເວົ້າ ​ຂອງ​ສາມີ​ ຂອງ​ນາງ.

ສາມີ​ ຂອງ​ນາງ​ ບອກ​ວ່າ ​ເຈົ້າຫນ້າ​ທີ່​ຈີນ ​ໄດ້​ເຝົ້າ ຢູ່​ຕໍ່ຫນ້າ​ ຫ້ອງ​ເອົາ​ລູກ​ອອກ ​ເພື່ອປະຕິບັດ​ ຕາມ​ນະ​ໂຍບາຍ ລູກ​ສອງ​ຄົນ ​ຂອງ​ຊາວ​ວີກ​ເກີ, ​ແຕ່​ຊາວຫັ້ນ​ຈີນ ​ໃນ​ເຂດ​ດັ່ງກ່າວ ສາມາດ​ ເອົາລູກໄດ້​ ນື່ງຄົນ​ ເທົ່າ​ນັ້ນ. ​ເຖີງຢ່າ​ງ​ໃດ​ກໍ່ຕາມ ນອກຈາກ ການ​ກຳຈັດ ​ຮັດ​ແຄບ ​ສິດທິ​ມະນຸດ ​ແລະ ​ສີດ​ທິ ທາງ​​ສາສນາ​ ຂອງ​ຊາ​ວວິກ​ເກີ ​ແລ້ວ ຣັຖບານ​ຈີນ ຍັງ​ກຳຈັດ ​ຮັດ​ແຄບ ດ້ານ​ການ​ສືບ​ພັນ ​ຂອງ​ພວກ​ຂະ​ເຈົ້າ ນຳ​ອີກ​, ຊາວ​ວີກ​ເກີ ​ເປັນ​ຊົນ​ກຸ່ມ​ນ້ອຍ ຢູ່​ໃນ​ແຄ້ວນ ​ຊີ​ນຈຽງ​ຂອງ​ຈີນ ທີ່​ຖື​ສາສນາ ອີສລາມ​ ​ແລະ ​ບໍ່​ພໍໃຈ​ ໃນ​ການ​ປົກຄອ​ງ ຂອງ​ຈີນ​ ​ແບບ​ດຽວ​ກັບ ​ຊາວ​ຕິ​ເບດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.