ວຽດນາມ ລັກລອບໄມ້ ຈາກປະເທດ ເພື່ອນບ້ານ ຢ່າງຫລວງຫລາຍ

ວຽດນາມ ປົກປັກຮັກສາ ປ່າໄມ້ ຂອງຕົນຢ່າງເຂັ້ມງວດ ແຕ່ລັກລອບໄມ້ ຈາກປະເທດເພື່ອນບ້ານ ຢ່າງຫລວງຫລາຍ.

ວຽດນາມ ເປັນປະເທດ ທີ່ບໍ່ມີປ່າໄມ້ ແລະຕົ້ນໄມ້ຫລາຍ, ໃນຣະຍະ15ປີ ທີ່ຜ່ານມາ ທາງການວຽດນາມ ຫ້າມຕັດໄມ້ແລະ ທຳລາຍປ່າ ຢ່າງເຄັ່ງຄັດ ແຕ່ອຸດສາຫະກັມ ຜລິດເຟີນີເຈີ ຂອງວຽດນາມ ຂຍາຍຕົວຢ່າງວ່ອງໄວ, ສົ່ງໂຕະຕັ່ງ ແລະຜລິດຕະພັນໄມ້ ອອກໄປຂາຍ ຕ່າງປະເທດຫລາຍ ຂື້ນເລື້ອຍໆ.

ເມື່ອບໍ່ດົນຜ່ານມາ ນັກຊ່ຽວຊານດ້ານ ສະພາບແວດລ້ອມ ໃນຕ່າງປະເທດ ໄດ້ສຶກສາສຳຣວດ ເບິ່ງທີ່ມາຂອງໄມ້ ໃນວຽດນາມ ແລະອອກຣາຍງານ ໃນວັນທີ່2ກັນຍາ    ປີ2009ນີ້ວ່າ:

“ວຽດນາມປົກປັກຮັກສາ ປ່າໄມ້ຂອງຕົນ ເປັນຢ່າງດີ, ແຕ່ສາມາດ ພັທນາເສຖກິດ ໃຫ້ຂຍາຍຕົວ ຢ່າງວ່ອງໄວ, ໂດຍອາໃສໄມ້ ຈາກປະເທດເພື່ອນບ້ານ, ໃນວຽດນາມ ປ່າໄມ້ເພິ້ມຂື້ນ ແຕ່ໃນ ປະເທດເພື່ອນບ້ານ, ປ່າໄມ້ກຳລັງ ຫາຍສາບສູນ.”

ທ່ານ Patrick Meyfroidt ແລະທ່ານ Eric Lambin ຈາກ ມະຫາວິທະຍາໄລ ກາໂຕລິກ ທີ່ປະເທດແບນຢຽມ ຊຶ່ງເປັນຜູ້ຂຽນ ຣາຍງານສະບັບ ນັ້ນກ່າວວ່າ:

“ປ່າໄມ້ແລະຕົ້ນໄມ້ ຢູ່ວຽດນາມເພິ້ມຂື້ນ 39ສ່ວນຮ້ອຍ ນັບແຕ່ປີ1987 ຈົນເຖິງປີ2006 ກໍຍ້ອນວຽດນາມ ຕັດໄມ້ມາຈາກ ປະເພດເພື່ອນບ້ານ ເປັນຕົ້ນຈາກລາວ ແລະກຳພູຊາ. ໄມ້ເຄິ່ງນຶ່ງທີ່ ວຽດນາມ ນຳເຂົ້າມາ ແມ່ນໄມ້ຜິດກົດໝາຍ."

ນັກຊ່ຽວຊານກ່າວຕື່ມວ່າ: ວຽດນາມໄດ້ຮັບ ຜົນປໂຍດຫລາຍ ບໍ່ພຽງແຕ່ປ່າໄມ້ ໃນປະເທດ ຂອງຕົນຕຶບໜາ ຂື້ນເທົ່ານັ້ນ ແຕ່ວຽດນາມ ຍັງມີສິດໄດ້ ຮັບການຊ່ວຍ ເຫລືອ ທາງດ້ານການເງິນ ຈາກຕ່າງປະເທດ ໃນນາມເປັນຜູ້ ປົກປັກຮັກສາ ປ່າໄມ້ໄດ້ດີ ຊຶ່ງຈະຊ່ວຍຫລຸດ ຜ່ອນຄວັນພິດ Carbon dioxide ໃນນ່ານບັນຍາກາດລົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org