ວຽດນາມ ມີຜູ້ເສັຽຊີວິດ ຍ້ອນໄຂ້ຫວັດໝູ ຄົນທໍາອິດ
ມະນີຈັນ
2009.08.05
2009.08.05
ຕາມຄໍາເວົ້າຂອງທ່ານໝໍ Le Tan Phung: ລູກຊາຍຂອງຜູ້ຕາຍ ອາຍຸ9ປີທີ່ຕິດເຊື້ອ ໄຂ້ຫວັດໝູ ເຊັ່ນກັນນັ້ນ ກໍາລັງໄດ້ຮັບການປີ່ນປົວ ແລະອາການຂອງເຂົາ ກໍ່ຢູ່ໃນສະພາບດີ.
ຕົວເລກລ້າສຸດ ຂອງທາງກະຊວງ ສາທາຣະນະສຸກ ແຈ້ງໃຫ້ຮູ້ວ່າວຽດນາມ ພົບຄົນຕິດເຊື້ອ ໄຂ້ຫວັດໝູ ຕື່ມອີກ35ກໍຣະນີ ເມື່ອວັນຈັນແລະວ່າ ວຽດນາມ ຣາຍງານຄົນ ຕິດເຊື້ອໄຂ້ຫວັດໝູ ເກືອບ1ຮອດພັນກໍຣະນີ ໃນນັ້ນມີປະມານ 500ກໍຣະນີ ປີ່ນປົວຢູ່ ໂຮງພຍາບານ.
ວຽດນາມຣາຍງານ ຜູ້ຕິດເຊື້ອ ກໍຣະນີທໍາອິດ ເມື່ອທ້າຍເດືອນ5 2009 ໂຮງຮຽນຫລາຍແຫ່ງ ໃນນະຄອນໂຮຈິມິນ ແລະກຸງຮ່າໂນ່ຍ ປິດພາກຮຽນຣະດູຮ້ອນ ຍ້ອນການຕິດເຊື້ອ ໄຂ້ຫວັດໝູ ຂອງພວກນາຍຄຣູ ແລະນັກຮຽນ.
ເຈົ້າໜ້າທີ່ ສາທາຣະນະສຸກ ແລະການສຶກສາ ຂອງວຽດນາມ ໄດ້ຮຽກຮ້ອງໃຫ້ ປະຊາຊົນມີ ຄວາມຣະມັດຣະວັງ ສູງເລື່ອງເຊື້ອໂຣກ ໄຂ້ຫວັດໝູ ຖ່າມກາງການເປີດ ສົກຮຽນໃໝ່ ໃນອີກ2ສັປດາ ຂ້າງໜ້ານີ້.









