ຜູ້ຍິງຈີນ ຖືກບັງຄັບໃຫ້ແທ້ງລູກ

ຜູ້ຍິງຖືພາລູກ 8 ເດືອນ ຢູ່ແຂວງພາກໃຕ້ ຂອງຈີນ ຖືກກັກຂັງ, ຕົບຕີແລະບັງຄັບ ໃຫ້ທໍາແທ້ງ ເອົາລູກອອກ ກ່ອນໜ້າຄົບ ກໍານົດຄອດ ພຽງເດືອນດຽວ ເພາະຈະເປັນການ ລ່ວງຣະເມີດ ນະໂຍບາຍ ລູກຄົນດຽວ ຂອງທາງການຈີນ.
ມະນີຈັນ
2010.10.22

ກົດຟັງສຽງ

ຕາມຄໍາເວົ້າຂອງ ຜູ້ເປັນສາມີ ໃນວັນພຣະຫັດ ນີ້. Luo Yanquan ກັມມະກອນ ກໍ່ສ້າງ ເວົ້າວ່າ ເມັຽຂອງລາວ ຖືກເອົາຕົວໄປ ຈາກເຮືອນ ຂອງພວກເຂົາເຈົ້າ ໂດຍກຸ່ມຫລາຍກວ່າ 10 ຄົນ ເມື່ອວັນທີ 10 ຕຸລາ ນີ້ ແລະ ເຈົ້າໜ້າທີ່ວາງແຜນ ຄອບຄົວ ກໍຂັງໄວ້ໃນ ໂຮງໝໍນ້ອຍ 3 ວັນ  ຫລັງຈາກນັ້ນ ກໍນໍາສົ່ງ ໂຮງພຍາບານ ແລະ ສັກຢາຂ້າເດັກນ້ອຍ ທີ່ຢູ່ໃນທ້ອງ.

ນັບເປັນເວລາ 30 ປີແລ້ວທີ່ຈີນ ໄດ້ອະນຸຍາດ ໃຫ້ຄູ່ຜົວເມັຽ ສ່ວນໃຫຍ່ ທີ່ຢູ່ໃນເມືອງ ເອົາລູກໄດ້ພຽງ ຄົນດຽວ ເພື່ອຈໍາກັດການ ຂຍາຍໂຕຂອງ ປະຊາກອນ ແລະ ຮັກສາແຫລ່ງ ຊັພຍາກອນ ຂອງຕົນທີ່ມີ ຢ່າງຈໍາກັດ ຢູ່ນັ້ນ.  ຈີນ ເປັນປະເທດທີ່ ມີປະຊາກອນ ຫລາຍທີ່ສຸດຂອງ ໂລກ ຄືມີຫລາຍກວ່າ 1 ພັນ 3 ຮ້ອຍລ້ານຄົນ. ຄູ່ຜົວເມັຽ ທີ່ຣະເມີດ ຂໍ້ຫ້າມນັ້ນ ຈະຖືກປັບ ໃໝຢ່າງໜັກ, ຈະຖືກ ຍຶດຊັບສົມບັດ ແລະ ສູນເສັຽການງານ ຂອງພວກຕົນ.

ເຫດການດັ່ງກ່າວ ເປັນຕົວຢ່າງທີ່ ແຈ່ມແຈ້ງຂອງມາຕການ ຊຶ່ງບາງຄັ້ງ ເຈົ້າໜ້າທີ່ຈີນໃຊ້ ເພື່ອໃຫ້ສອດຄ່ອງ ກັບຣະບຽບການ ວາງແຜນຄອບຄົວ. ເຖິງແມ່ນວ່າຈະເປັນ ການຜິດກົດໝາຍ ແຕ່ທາງຕໍາຣວດ ແລະສານ ກໍມັກຈະບໍ່ໃຫ້ ຄວາມສໍາຄັນ ເມື່ອມີ ການຣາຍງານ ກ່ຽວກັບ ກໍຣະນີບັງຄັບ ໃຫ້ທໍາແທ້ງ ແລະ ຊື່ມວນຊົນຂອງຈີນ ທີ່ມີການກວດກາ ຢ່າງເຂັ້ມງວດນັ້ນ ກໍຈະຖອຍຫ່າງ ຈາກຂ່າວນັ້ນ.

ແຕ່ຫລາຍປີ ຫລັງໆມານີ້ ຜູ້ປະສົບເຫດການ ໄດ້ພາກັນເລີ່ມກ້າ ເວົ້າກ້າວ່າ ກ່ຽວກັບຄວາມເຈັບປວດ ຂອງພວກຕົນ ໂດຍຜ່ານອິນເທີແນັຕ ແລະສົ່ງຂໍ້ຄວາມ ຜ່ານໂທຣະສັບ ມືຖື. ແລະອີກແຮງນຶ່ງ ທີ່ຊ່ວຍກໍຄື ພວກທີ່ເຄື່ອນ ໃຫວ ເພື່ອສັງຄົມ ແລະທະນາຍຄວາມ ໄດ້ບັນທຶກ ກໍຣະນີ ການບັງຄັບ ໃຫ້ທໍາແທ້ງ ທັ້ງໆທີ່ລູກໃນທ້ອງ ແກ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.