ປະເທດ ໃນຂົງເຂດພູມີພາກ ແມ່ນ້ຳຂອງ ຄວນແກ້ໄຂ ສະພາບອາກາດ ຮ່ວມກັນ

ມີຄວາມຈຳເປັນ ຕ້ອງເຊັນສັນຍາຮ່ວມ ກ່ຽວແກ່ດ້ານການ ປ່ຽນແປງ ສະພາບອາກາດ ໃນຂົງເຂດພູມີພາກ ແມ່ນ້ຳຂອງ.
ໂພໄຊສວັດ
2009.10.05

ລາຍງານຂອງອົງການ ທີ່ບໍ່ຂື້ນກັບ ຣັຖບານນາໆຊາດ NGO ເປີດເຜີຍໃນມື້ ວັນຈັນທີ5ຕຸລາ 2009 ວ່າ ໄດ້ຮຽກຮ້ອງໃຫ້ ກອງປະຊຸມຄັ້ງ ທຳອິດຂອງ ເອເຊັຍ ກ່ຽວກັບ ການປ່ຽນແປງຂອງ ສະພາບອາກາດ ຕົກລົງ ເຊັນສັນຍາກັນ ລະຫວ່າງປະເທດ ໃນພູມີພາກ ແມ່ນ້ຳຂອງຊຶ່ງ ມີຊີວະນາໆພັນ ທີ່ອຸດົມສົມບູນ ທີ່ສຸດໃນໂລກ ແລະກຳລັງ ຖືກຄຸກຄາມຢ່າງ ຮ້າຍແຮງ ຈາກການປ່ຽນແປງ ຂອງ ສະພາບອາກາດ.

ທ່ານ Geoffrey Blate ຜູ້ປະສານງານ ດ້ານການປ່ຽນແປງ ສະພາບອາກາດ ຂອງອົງການກອງທຶນ ສັດປ່າໂລກ ຫລື WWF ສາຂາເອເຊັຍ ກ່າວວ່າປະເທດ ໃນພູມີພາກ ແມ່ນ້ຳຂອງ ຕ້ອງການການ ຮ່ວມໄມ້ຮ່ວມມື ແລະ ການປະສານງານ ຮ່ວມກັນຫລາຍຂື້ນ ເພື່ອຈະສາມາດ ຕໍ່ສູ້ຕ້ານທານ ການກະທົບຈາກ ການປ່ຽນແປງ ຂອງສະພາບ ອາກາດໄດ້. ການຮັກສາສຸຂພາບ ຂອງສິ່ງທີ່ມີຊີວິດ ແລະສິ່ງແວດລ້ອມ ຂ້າມເຂດຊາຍແດນ ແລະ ກວມໃສ່ພື້ນທີ່ດິນ ອັນກວ້າງໃຫຍ່ ເປັນການຊ່ອຍ ຫລຸດຜ່ອນຄ່າ ໃຊ້ຈ່າຍແລະ ເປັນນະໂຍບາຍທີ່ ສ້າງຄວາມຍືນຍົງ ສຳລັບພາກພື້ນນີ້.

WWF ລາຍງານເນັ້ນໜັກວ່າ ພູມີພາກ ແມ່ນ້ຳຂອງ ຊຶ່ງມີພື້ນທີ່ 6ແສນຕາຕະລາງ ກິໂລແມັດ ປະກອບດ້ວຍ ກຳພູຊາ, ລາວ, ພະມ່າ, ໄທ ວຽດນາມ ແລະແຂວງ  ພາກໃຕ້ຂອງຈີນ ກຳລັງປະເຊີນ ກັບສະພາບການ ປ່ຽນແປງທາງ ດ້ານອາກາດ.

ພາກພື້ນນີ້ ເປັນເຂດທີ່ມີ ຜູ້ຄົນອາສັຍ ຢູ່300ລ້ານກວ່າຄົນ ແລະເປັນເຂດທີ່ມີ ຄວາມສ່ຽງສູງ ທີ່ຈະໄດ້ຮັບ ຜົນກະທົບຈາກ ການປ່ຽນແປງຂອງ ສະພາບອາກາດ ດັ່ງນັ້ນ WWF ຈຶ່ງແນະນຳໃຫ້ ຣັຖບານ ໃນພາກພື້ນນີ້ ເຊັນສັນຍາ ຮ່ວມມືກັນ ຊຶ່ງຈະເປັນ ບາດກ້າວທຳອິດ ທີ່ຈະຕໍ່ຕ້ານ ບັນຫານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.