ພະມ້າຍົກເລີກ ຫຼາຍເຂດປ່ອນບັດ
2010.11.03
ກົດຟັງສຽງ
ຄນະກັມມະການ ຮັບຜິດຊອບ ການເລືອກຕັ້ງ ໃນພະມ້າ ໄດ້ຖອດຖອນ ເຂດປ່ອນບັດ ເລືອກຕັ້ງ ໃນມື້ວັນ ອາທິດ ຈະມາເຖິງນີ້ ໃນຫລາຍເຂດ ທີ່ມີຊຸມຊົນ ເຜົ່ານ້ອຍອາສັຍ ຢູ່ຫລາຍ ເພີ້ມຂຶ້ນອີກ.
ສະຫະພັນ ຄນະກັມມະການ ເລືອກຕັ້ງ ໄດ້ຍົກເລີກ ເຂດປ່ອນບັດ ໃນມື້ວັນທີ 7 ພຶສຈິກາ ນີ້ຕື່ມອີກ ໃນ 12 ໝູ່ບ້ານ ຊຶ່ງມີ 6 ເຂດເລືອກຕັ້ງ ຂອງຣັຖ Kayah, ໂດຍໃຫ້ເຫດ ຜົນວ່າ "ເຂດເລືອກຕັ້ງ ດັ່ງກ່າວນີ້ ຈະບໍ່ມີ ເສຣີພາບ ແລະ ບໍ່ຍຸຕິທັມ" ອີງຕາມ ການປະກາດ ຂອງທາງການ ໃນມື້ວັນ ອັງຄານ ທີ 2 ພຶສຈິກາ 2010 ຜ່ານມາ.
ຄຳປະກາດ ຍົກເລີກເຂດ ປ່ອນບັດມີຢູ່ ໃນລາຍງານ ຂອງທາງການ ແຕ່ບໍ່ໄດ້ ໃຫ້ຂໍ້ມູນ ຫຍັງເພິ້ມຕື່ມ. ແຫລ່ງຂ່າວ ພະມ້າພັດຖິ່ນ ລາຍງານວ່າ ອາດເປັນເພາະ ການປະທະກັນ ຫວ່າງມໍ່ໆມານີ້ ລະຫວ່າງ ກຸ່ມຊົນເຜົ່ານ້ອຍ Karenni ກັບກອງກຳລັງ ທະຫານ ຣັຖບານ ໃນຣັຖ Kayah.
ເມື່ອເດືອນກັນຍາ ຜ່ານມາ ຄນະກັມມະການ ຮັບຜິດຊອບ ການເລືອກຕັ້ງ ກໍໄດ້ປະກາດ ຍົກເລີກເຂດ ປ່ອນບັດ ໃນ 300 ໝູ່ບ້ານຂອງ 33 ຫົວເມືອງ ໄປແລ້ວ, ຊຶ່ງເປັນເຂດ ທີ່ມີຊຸມຊົນ ເຜົ່ານ້ອຍ ອາສັຍ ຢູ່ຫລາຍ. ເຊື່ອວ່າການ ຍົກເລີກດັ່ງກ່າວ ເຮັດໃຫ້ ປະຊາຊົນ ປະມານ 1 ລ້ານ 5 ແສນຄົນ ໃນ 3,400 ກວ່າໝູ່ບ້ານ ບໍ່ມີສິດ ໄປປ່ອນບັດ ເລືອກຕັ້ງ, ແຕ່ພາກຣັຖ ກໍບໍ່ໄດ້ ເປີດເຜີຍ ຫລືຢືນຢັນ ຂໍ້ມູນ ດັ່ງກ່າວ. ການປະກາດ ຍົກເລີກເຂດ ປ່ອນບັດເລືອກຕັ້ງ ມີໃນຫລາຍໆ ຫົວເມືອງໃນເຂດ Kachin, Kayah, Mon ແລະ ຣັຖສານ.









