ສົງຄາມໂລກຄັ້ງໃໝ່ ອາຈເກີດ ຢູ່ທີ່ເຄືອຄ່າຍທາງ ອິນເຕິເນັທ
2009.10.07
ໃນກອງປະຊຸມ ກ່ຽວກັບ ໂທຣະຄົມ ມະນາຄົມນາໆຊາດ ປີ2009 ຢູ່ກຸງເຈເນວາ ສວິສເຊີແລນ ເລຂາທິການ ໂທຣະຄົມ ມະນາຄົມ ສະຫະປະຊາຊາດ ທ່ານ Hamadoun Toure ກ່າວວ່າ ສົງຄາມໂລກຄັ້ງໃໝ່ ອາດຈະເກີດ ຢູ່ກັບເຄືອຄ່າຍ ທາງອິນເຕິເນັທ ຊຶ່ງຈະສ້າງຄວາມ ເສັຍຫາຍ ຢ່າງມະຫາສານ.
ທ່ານກ່າວຕໍ່ວ່າ ການສູນເສັຍເຄືອຄ່າຍ ອັນສຳຄັນທາງ ອິນເຕິເນັທ ເຮັດໃຫ້ປະເທດ ໝົດປະສິດທິພາບ ແລະກໍບໍ່ມີ ປະເທດໃດທີ່ ຈະສາມາດມີພູມ ຕ້ານທານຈາກ ການຖືກໂຈມຕີ ທາງອິນເຕິເນັທໄດ້.
ທ່ານ Toure ກ່າວຕື່ມອີກວ່າ ເກືອບທຸກປະເທດ ເພິ່ງພາອາສັຍ ເຄືອຄ່າຍ ທາງອິນເຕິເນັທ ຫລາຍເກີນໄປ ໃນການຄ້າ ການເງິນ ການຮັກສາສຸຂພາບ ການບໍຣິການ ເຫດສຸກເສີນ ແລະແມ່ນແຕ່ການ ແຈກຢາຍອາຫານ ການກິນ.
ນັກວິຊາການ ກ່າວວ່າ ໃນເມື່ອເຄືອຄ່າຍ ທາງອິນເຕເນັທ ເຂົ້າເປັນສ່ວນນຶ່ງ ຂອງຊີວິດປະຈຳວັນ ການໂຈມຕີທາງ ອິນເຕິເນັທ ແລະອາສຍາກັມ ກໍເພີ້ມຫລາຍຂື້ນ, ຕົວຢ່າງ ການໂຈມຕີທີ່ ໃຊ້ຄຳວ່າPhishing ເປັນເຄື່ອງມືໃນ ການຊອກຄົ້ນເກັບກຳ ລະຫັດຜ່ານຫລື password ເພື່ອທຳການທຸຈຣິດ ແລະ ການພຍາຍາມ ຂອງກຸ່ມເຈາະເຄືອຄ່າຍ ຄອມພິວເຕີ້ hackers ເພື່ອທຳລາຍຣະບົບ ປ້ອງກັນຂອງເຄືອຄ່າຍ.
ຫລາຍປະເທດທີ່ ເຂົ້າຮ່ວມປະຊຸມ ເຊັນສັນຍາຮ່ວມມື ໃນການຕໍ່ຕ້ານ ການໂຈມຕີ ທາງເຄືອຄ່າຍ ທາງອິນເຕິເນັທ ແລ້ວ.









