47 ຄອບຄົວ ຈະໄດ້ເຮືອນແລ້ວ

ການປຸກສ້າງເຮືອນໃໝ່ ສຳລັບປະຊາຊົນ 47 ຄອບຄົວ ທີ່ໄດ້ຮັບຜົນ ກະທົບຈາກໂຄງ ການຂຍາຍເຂື່ອນ ເທີນ-ຫີນບູນ ນັ້ນສຳເຣັດແລ້ວ ຈຳນວນນຶ່ງ
ຈຳປາທອງ
2009.04.17

ປັດຈຸບັນໄດ້ ມີການເລີ້ມຈັດ ພື້ນທີ່ໃໝ່ແລະ ປຸກສ້າງບ້ານເຮືອນ ໃຫ້ປະຊາຊົນ ໃນກຸ່ມທີ 3 ທີ່ໄດ້ຮັບ ຜົນກະທົບ ຈາກການຂຍາຍ ເຂື່ອນເທີນ-ຫີນບູນ ຂອງລາວຊຶ່ງມາ ຮອດຂະນະນີ້ ກໍ່ສ້າງເຮືອນ ໄດ້ແລ້ວຈຳນວນ ນຶ່ງແລະຄາດວ່າ ຈະຍ້າຍ ໄປຢູ່ໄດ້ ໃນທ້າຍເດືອນ ເມສາ 2009 ນີ້.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ກອງ ເລຂາໜ່ວຍງານ ຄຸ້ມຄອງ ການຍົກຍ້າຍ ຂອງໂຄງການ ຂຍາຍເຂື່ອນໄຟຟ້າ ເທີນ-ຫີນບູນ ແຂວງ ບໍລິຄຳໄຊ ໄດ້ກ່າວວ່າ:

ດຽວນີ້ກຸ່ມທີ 3 ສຳລັບ ບ້ານພະບັງ ມີ 63 ກຳລັງຕັ້ງເຮືອນ ຄາດຄະເນວ່າ 47 ຫລັງຄາເຮືອນ ຈະແມ່ນ ບ້ານພະບັງ ຈະຍ້າຍ ທ້າຍເດືອນ 4 ສຳລັບ ປະຊາຊົນ ໃນ ກຸ່ມທີ 1 ແລະກຸ່ມທີ 2 ນັ້ນແມ່ນໄດ້ ຍົກຍ້າຍໄປຢູ່ ເຂດຈັດສັນ ໃໝ່ແລ້ວ.

ທ່ານວ່າໃນການ ທີ່ຈະຍົກຍ້າຍ ປະຊາຊົນ 47 ຫລັງຄາເຮືອນ ໃນກຸ່ມທີ 3 ໄປຢູ່ພື້ນ ທີ່ໃໝ່ນັ້ນ ກໍມີບັນຫາ ຍ້ອນວ່າໄລຍະ ນີ້ເປັນຊ່ວງ ທີ່ຈະເຂົ້າສູ່ ຣະດູຝົນ ເຮັດໃຫ້ ເກີດມີຄວາມ ຫຍຸ້ງຍາກໃນ ເລື່ອງຕ່າງໆ ຢ່າງຫລວງຫລາຍ  ດັ່ງທີ່ທ່ານ ບອກໃຫ້ຮູ້ວ່າ:

ຊ່ວງນີ້ ຊ່ວງຝົນຕົກ ລະດູຝົນ ມາແລ້ວແລະກໍ ເສັ້ນທາງກໍ ລຳບາກ ການຂົນສົ່ງສິ່ງ ຂອງວັດຖຸຕ່າງໆ ກໍລຳບາກ.

ທ່ານເວົ້າຕື່ມ ອີກວ່າ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບຈາກ ການຂຍາຍເຂື່ອນ ເທີນ-ຫີນບູນ ແລະຈຳເປັນຕ້ອງ ໄດ້ມີການ ຍົກຍ້າຍນັ້ນ ມີຢູ່ທັງໝົດ 11 ບ້ານຊຶ່ງໃນ ຂະນະນີ້ໄດ້ ຍົກຍ້າຍອອກ ໄປແລ້ວ 2 ບ້ານ ຍັງເຫລືອອີກ 9 ບ້ານ.

ດັ່ງນັ້ນເຈົ້າ ໜ້າທີ່ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ຈຳເປັນຕ້ອງໄດ້ ແກ້ໄຂໃຫ້ ແລ້ວຕໍ່ໄປ ຈົນສຳເລັດ. ແລະວ່າຖ້າ ຫາກບໍ່ມີ ອຸປສັກທີ່ ໃຫຍ່ໂຕແລະ ຍາກຕໍ່ການ ແກ້ໄຂ ບັນຫານັ້ນ ຄາດວ່າ ການຍົກຍ້າຍ ປະຊາຊົນ ທັງໝົດອອກຈາກ ບ້ານເດີມຂອງ ພວກເຂົາເຈົ້ານັ້ນ ຈະສຳເຣັດ ພາຍໃນປີ 2011 ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.