ຜູ້ຕາງໜ້າ ຂອງບໍຣິສັດ ທັງສອງ ໄດ້ລົງນາມ ໃນສັນຍາສະບັບນີ້ ເມື່ອວັນສຸກ ວັນທີ່ 18 ເມສານີ້ ທີ່ນະຄອນຫລວງຮາໂນ່ຍ, ປະເທດວຽດນາມ. ສັນຍາສະບັບດັ່ງກ່າວ ບົ່ງໄວ້ວ່າ ບໍຣິສັດ Vatech-Hydro ຂອງອອສເຕຣັຍ, ຊຶ່ງເປັນປະເທດນຶ່ງ ໃນສະຫະພາບຢູໂຣບ ຈະລົງທຶນເຖິງ 42 ລ້ານດອນລ່າ ສະຫະຣັຖ ເພື່ອຊື້ຈັກປັ່ນໄຟຟ້າ ຊື້ອຸບປະກອນ ແລະ ໃຫ້ບໍຣິການທາງດ້ານແທກນິກ ທຸກຢ່າງ ແກ່ບໍຣິສັດ ເຂື່ອນເຊກະໝານ ສາມ ຊຶ່ງເປັນບໍຣິສັດ ລົງທຶນຮ່ວມ ຣະຫວ່າງລາວ ແລະ ວຽດນາມ.
ປັດຈຸບັນ ບໍຣິສັດຮ່ວມ ລາວ ແລະ ວຽດນາມ ນີ້ ກຳລັງລົງທຶນ ສ້າງເຂື່ອນດັ່ງກ່າວ ຊຶ່ງຈະເປັນເຂື່ອນຂນາດກາງ ຈະຜລິດກະແສໄຟຟ້າໄດ້ ປະມານ 250 ເມກາວັດ ແລະ ຈະສ້າງໃຫ້ສຳເຣັດໃນປີ 2010. ຖ້າສຳເຣັດແລ້ວ ໄຟຟ້າ ທີ່ຜລິດໄດ້ເຖິງ 90 ສ່ວນຮ້ອຍ ຈະຖືກສົ່ງໄປຂາຍທີ່ວຽດນາມ.
ເຂື່ອນເຊກະໝານສາມ ເປັນເຂື່ອນ ທີ່ຕັ້ງຢູ່ໃນເຂດ ເມືອງດັກຈຶ່ງ, ແຂວງເຊກອງ. ທາງບໍຣິສັດກໍ່ສ້າງ ຈະລົງທຶນ ປະມານ 273 ລ້ານດອນລ່າ ສະຫະຣັຖ ເພື່ອສ້າງ. ໃນຂະນະນີ້ ປະກົດວ່າ ວຽດນາມ ມີຈຸດປະສົງ ຢາກລົງທຶນສ້າງເຂື່ອນໄຟຟ້າ ຢູ່ລາວ ຫລາຍຂື້ນ. ເມື່ອສັບປະດາ ທີ່ແລ້ວ ທ່ານ ຫງຽນຊິນຮຸ່ງ, ຮອງນາຍົກຣັຖມົນຕຣີວຽດນາມ, ກໍໄດ້ຕິດຕໍ່ກັບ ຣັຖບານລາວ ເພື່ອຂໍລົງທືນສ້າງເຂື່ອນ ໄຟຟ້ານ້ຳແອດ 1, ນ້ຳແອດ 2 ແລະ ນ້ຳແອດ 3 ຢູ່ແຂວງຫົວພັນ. ເຂື່ອນເຊກະໝານນຶ່ງ ກໍແມ່ນວຽດນາມ ເປັນຜູ້ລົງທຶນສ້າງເຊັ່ນກັນ.
