ທີ່ບາງກອງ ວັນທີ 19 ມິຖຸນານີ້ ຮອງ ສາສດາຈານ-ດອກເຕີ ນັນທະນາ ຄົດເສນີ ອາຈານປະຈໍາ ຄະນະ ວິທະຍາສາດ ມະຫາວິທະຍາໄລ ຈຸລາລົງກອນ ເຜີຍວ່າ ຈາກການສຶກສາ-ວິໃຈ ຄວາມເປັນໄປໄດ້ ເບື້ອງຕົ້ນ ກ່ຽວກັບ ໂຄງການກໍ່ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ໃນເຂດບ້ານກຸ່ມ ເມືອງຂົງຈຽມ ແຂວງອຸບົນ ທີ່ຄະນະ ກໍາມະການ ແມ່ນໍ້າຂອງ ໄດ້ວ່າຈ້າງ ບໍຣິສັດທີ່ປຶກສາ ເພື່ອສຶກສາ-ວິໃຈນັ້ນ, ໂຄງການ ດັ່ງກ່າວ ຈະໄດ້ໄຊ້ ງົບປະມານ ໃນການລົງທຶນ ກໍ່ສ້າງ ຈໍານວນ 2,193 ລ້ານ ໂດລາ ສະຫະຣັດ, ແລະ ເຫັນວ່າ ການສຶກສາ ວິໃຈນັ້ນ ຍັງບໍ່ໄດ້ຮວມເອົາ ຜົນເສັຽຫາຍ ທີ່ອາດເກີດຂຶ້ນ ຕໍ່ສີ່ງແວດລ້ອມ ມາເຂົ້ານໍາ ຕົ້ນທຶນ ຂອງໂຄງການ ນັ້ນດ້ວຍ ອັນເຮັດໃຫ້ ໂຄງການ ດັ່ງກ່າວ ມີຕົ້ນທຶນ ຕໍ່າກວ່າ ຄວາມເປັນຈິງຫລາຍ ຈົນຄ້າຍກັບວ່າ ໂຄງການນີ້ ມີຄວາມຄຸ້ມຄ່າ ທາງດ້ານເສດຖະກິດ.
ທ່ານ ເວົ້າຕໍ່ໄປວ່າ ໂດຍ ທໍາມະຊາດແລ້ວ ຕົ້ນໄມ້ ຈະເປັນສີ່ງ ດຶງດູດ ເອົາ gas carbon dioxide. ແລະ ໂຄງການ ກໍ່ສ້າງເຂື່ອນ ບ້ານກຸ່ມນີ້ ມີຕົ້ນໄມ້ ຈໍານວນ 116 ຊນິດ ທີ່ຈະໄດ້ຮັບຜົນກະທົບ. ເມື່ອສຶກສາ-ວິໃຈ ໂຄງການ ດັ່ງກ່າວ ອີກຄັ້ງນຶ່ງ ໂດຍຮວມເອົາ ຄ່າປາລິມານ carbon ທີ່ຈະສູນເສັຽໄປ ຍ້ອນຕົ້ນໄມ້ ຈະຖືກທໍາລາຍ ເປັນຕົ້ນທຶນ ຂອງໂຄງການນໍາແລ້ວ ເຫັນວ່າ ໂຄງການນີ້ ບໍ່ມີຄວາມຄຸ້ມຄ່າ ທາງດ້ານ ເສດຖະກິດ ເລີຍ.
ນອກຈາກນັ້ນ ຍັງພົບວ່າ ການອະນຸຮັກ ຕົ້ນໄມ້ ຍັງເປັນ ການຊ່ວຍເກັບກັກ carbon ຈາກບັນຍາກາດ ມາໄວ້ ໃນຕົ້ນໄມ້ ແລະ ຍັງຊ່ວຍ ຜ່ອນຄາຍ ພາວະໂລກຮ້ອນ ໄດ້ອີກທາງນຶ່ງ ນໍາດ້ວຍ.
