ຊາວບ້ານໂຍກຍ້າຍຈາກ ເຂື່ອນໄຟຟ້ານໍ້າງື່ມ 2

ປະຊາຊົນ ພັນກວ່າຄອບຄົວ ໄດ້ຖືກໂຍກຍ້າຍ ອອກຈາກເຂດ ເຂື່ອນໄຟຟ້ານໍ້າງື່ມ 2 ຊຶ່ງກຳລັງສ້າງ ຢູ່ໃນ ປັດຈຸບັນ ນີ້ແລ້ວ.

ປະຊາຊົນ 1000 ກວ່າຄອບຄົວ ໄດ້ຖືກໃຫ້ໂຍກຍ້າຍ ອອກຈາກ ເຂື່ອນໄຟຟ້ານ້ຳງື່ມ 2 ຊຶ່ງກຳລັງສ້າງ ຢູ່ໃນປັດຈຸບັນນີ້ ແລ້ວ ພາຍຫລັງທີ່ທາງ ໂຄງການນັ້ນໄດ້     ຈັດສັນ ພື້ນທີ່ແຫ່ງໃໝ່ໃຫ້ ດັ່ງເຈົ້າໜ້າທີ່ ຫ້ອງການພະລັງງານ ແລະບໍ່ແຮ່ ແຂວງວຽງຈັນ ທ່ານນຶ່ງ ເວົ້າວ່າ:

"ກໍເສັດແລ້ວເດ ຍົກຍ້າຍເສັດແລ້ວ ເສັດຣະຫວ່າງອາທິດ ແລ້ວນີ້ນະ ປະມານ 1,060 ຄອບຄົວ ຢູ່ໃນອ່າງເຂື່ອນ ຢູ່ໃນເຂດນ້ຳ ຈະຖ້ວມນະ ເພີ່ນສ້າງໄປແລ້ວ ແລ້ວເພີ່ນຫາ ກໍຍົກຍ້າຍ ປະຊາຊົນ ເຂົ້າບ້ານຈັດສັນ ອະນະ".

ທ່ານວ່າ ບ້ານຈັດສັນ ແຫ່ງໃໝ່ນີ້ ຢູ່ໃນເຂດເມືອງເຟືອງ ແຂວງວຽງຈັນ ການໂຍກຍ້າຍນັ້ນ ແມ່ນທາງບໍຣິສັດ ເຈົ້າຂອງໂຄງການ ເປັນຜູ້ຮັບຜິດຊອບ ຮວມທັງການກໍ່ສ້າງ
ໂຄງຮ່າງພື້ນຖານ ໃຫ້ປະຊາຊົນ. ສະຖານທີ່ແຫ່ງໃໝ່ ມີບ້ານເຮືອນ, ໂຮງຮຽນ, ໂຮງໝໍ, ຕລາດ, ຫົນທາງ ແລະຈັດສັນພື້ນທີ່ ການຜລິດ ໃຫ້ຈຳນວນນຶ່ງ ແຕ່ກໍບໍ່ເປັນ ໄປໄດ້ຄືກັບ ບ້ານເກົ່າຂອງພວກ ເຂົາເຈົ້າ ຊຶ່ງຊິນເຄີຍຢູ່ມາ ຕັ້ງແຕ່ດົນນານນັ້ນ ດັ່ງທ່ານ ເວົ້າວ່າG

"ສິໃຫ້ຄືເກົ່າ ກໍບໍ່ປານໃດແຫລະ ດຽວນີ້ເຂົາເຈົ້າ ກໍກຳລັງຟື້ນຟູເນອະ ປົວແປງຊີວິດ ການເປັນຢູ່ຂອງ ເຂົາເຈົ້າ ມາຢູ່ທີ່ໃໝ່ເດ ກຳລັງສິປັບ ສະພາບເຂົ້າ ກັບສະຖານທີ່ ບ່ອນທຳການ ຜລິດກໍໃໝ່ໝົດ".

ທ່ານວ່າ ການກໍ່ສ້າງເຂື່ອນ ມາຮອດຂະນະນີ້ ສຳເລັດແລ້ວ 90 ກວ່າ % ແລະຄາດວ່າ ຈະສຳເລັດທັງໝົດ ໃນມໍ່ໆນີ້. ໂຄງການ ເຂື່ອນນ້ຳງື່ມ 2 ມີ 2 ບໍຣິສັດຖືຫຸ້ນຄື: ຣັດວິສາຫະກິດ ໄຟຟ້າລາວ ແລະບໍຣິສັດ ຊາວອິສ ເອເຊັຍ ແອນ ເອເເນກຈີ ຈຳກັດ, ມີກຳລັງການຜລິດ 615 MW ແລະ ຈະຂາຍກະແສ ໄຟຟ້າໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org