ຝຣັ່ງຈະສ້າງເຂື່ອນ ໃສ່ນໍ້າຂອງ ພາກໃຕ້ຂອງລາວ

ບໍລິສັດ Compagnie Nationale du Rhone ຊຶ່ງເປັນ ເຈົ້າຂອງເຂື່ອນ ຜລິດໄຟຟ້າ ຫລາຍແຫ່ງ ໃນແມ່ນໍ້າ Rhone ປະເທດ ຝຣັ່ງເສດ ຈະລົງທຶນ 200 ລ້ານ ໂດລາ ສະຫະຣັຖ ກໍ່ສ້າງເຂື່ອນ ທ່າຄໍ້ ຢູ່ໃນເຂດ ເມືອງໂຂງ ແຂວງ ຈໍາປາສັກ.
ໂພໄຊສວັດ
2010.08.04

ເຂື່ອນດັ່ງກ່າວ ຈະສ້າງຂື້ນ ບໍ່ໄກຈາກ ນ້ຳຕົກ ຄອນພະເພັງ ແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງ ຕິດກັບ ຊາຍແດນ ປະເທດ ກຳພູຊາ.

ປັດຈຸບັນນີ້ ການທ່ອງທ່ຽວ ໄດ້ຂຍາຍໂຕ ຢ່າງວ່ອງໄວ ໃນເຂດ ພັທນາ ສີທັນດອນ ເຂດພັທນາ ດັ່ງກ່າວ ກຳລັງມີ ການສ້າງ ຂົວຂ້າມ ແມ່ນ້ຳຂອງ ໃນເຂດນ້ຳຕົກ ຄອນພະເພັງ ມີສນາມກ໋ອຝ ແລະ ມີກາຊີໂນ ຊຶ່ງຕ້ອງການ ໃຊ້ພະລັງ ໄຟຟ້າ ຢ່າງຫລວງຫລາຍ. ທ່ານ ຄຳມະນີ ອິນທິຣາດ ຜູ້ອໍານວຍການ ຣັຖວິສຫະກິຈ ໄຟຟ້າ ລາວ ໄດ້ເປີດ ຖແລງຂ່າວ ຢູ່ສະມາຄົມ ນັກຂ່າວ ນະຄອນຫລວງ ວຽງຈັນ ວ່າ:

“ຫລັງຈາກການ ອະນຸມັດ ຈາກຣັຖບານ ແລ້ວ ການກໍ່ສ້າງ ຄາດວ່າຈະ ໃຊ້ເວລາ 3 ປີ ກັບ 6 ເດືອນ. ກະແສໄຟ ທີ່ເຫລືອໃຊ້ ໃນທ້ອງຖິ່ນ ຈະຂາຍໃຫ້ ປະເທດ ກຳພູຊາ".

ຕາມລາຍງານ ຂອງ ໜັງສືພິມ ເສຖກິດ ສັງຄົມ ເຂື່ອນໄຟຟ້າ ທ່າຄໍ້ ຈະມີສ່ວນ ຊ່ວຍໃນການ ພັທນາ ການທ່ອງທ່ຽວ ຢ່າງຢືນຍົງ ໃນເຂດ ເມືອງໂຂງ ແຂວງ ຈຳປາສັກ ແລະ ເຂດພາກໃຕ້ ອື່ນໆຂອງລາວ.

ທາງບໍຣິສັດ ໄດ້ທຳການ ສຳຣວດ ໃນປີ 2008 ແລະ ພົບວ່າ ເຂື່ອນທ່າຄໍ້ ທີ່ຈະເປັນ ແບບຝາຍນ້ຳລົ້ນ ສາມາດຜລິດ ກະແສໄຟຟ້າ ໄດ້ 360 ກິກກະວັດ ຕໍ່ຊົ່ວໂມງ ຕໍ່ປີ ແລະ ຈະສາມາດ ຜລິດໄດ້ ຢ່າງຕໍ່ເນື່ອງ ແມ່ນແຕ່ ຍາມແລ້ງ ທີ່ລະດັບນ້ຳ ໃນແມ່ນ້ຳຂອງ ຈະບົກລົງ ຫລາຍກໍຕາມ.

ນອກຈາກນີ້ ເຂື່ອນກໍຈະບໍ່ ກະທົບກະເທືອນ ຕໍ່ປະຣິມານ ນ້ຳທີ່ໄຫລ ຜ່ານຂົງເຂດນີ້. ບ່ອນສ້າງເຂື່ອນ ຈະຕັ້ງຢູ່ ຫ່າງຈາກເຂດ ຊາຍແດນ ກຳພູຊາ ພຽງແຕ່ 20 ກວ່າ ກິໂລແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.