ນັກວິຊາການລາວ ບໍ່ແນ່ໃຈ ໃນໂຄງການເຂື່ອນ 70 ແຫ່ງ
2010.09.03
ນັກວິຊາການ ໃນລາວ ບໍ່ແນ່ໃຈວ່າ ສປປລາວ ຈະສາມາດ ສ້າງເຂື່ອນ ໄດ້ເຖິງ 70 ແຫ່ງຕາມໂຄງການ ທີ່ວາງໄວ້ ຈົນກ່ວາຈະໄດ້ ສືກສາ ຄວາມເປັນໄປໄດ້ ທາງເສຖກິດ ແລະ ຜົນກະທົບ ສິ່ງແວດລ້ອມ ຢ່າງລະອຽດ ເສັຽກ່ອນ.
ກ່ຽວກັບເຣື້ອງນີ້ ນັກວິຊາການ ຈາກອົງການ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນ ໃຫ້ຄໍາເຫັນ ສ່ວນຕົວວ່າ:
"ກໍບໍ່ແນ່ໃຈວ່າ ຢູ່ໃນຈໍານວນ 70 ແຫ່ງນີ້ ບໍ່ສາມາດ ເວົ້າໄດ້ວ່າ ມັນຈະສາມາດ ສ້າງໄດ້ໝົດບໍ່ ຫລືວ່າຈະມີ ຜົນກະທົບ ຫຍັງແດ່ ແຕ່ລະແຫ່ງນີ້ ຕາບໃດທີ່ບໍ່ມີ ການສືກສາ ແຕ່ລະແຫ່ງລົງເລິກ ອັນນີ້ ກໍບໍ່ຮູ້ວ່າ ມັນເປັນຫຍັງ
ມັນກໍເວົ້າຍາກ ມັນກໍເວົ້າ ລໍາບາກນ້ອຍນື່ງ".
ທ່ານວ່າ ໂຄງການສ້າງເຂື່ອນ 70 ກ່ວາແຫ່ງ ໃນລາວ ຕາມຫລັກການແລ້ວ ເປັນໄປໄດ້ ແຕ່ຄວາມສາມາດ ທາງດ້ານ ພູມີປະເທດ, ແຕ່ວ່າ ການດໍາເນີນງານ ອັນແທ້ຈິງນັ້ນ ຈະສາມາດ ເປັນໄປໄດ້ ຫລືບໍ່ນັ້ນ ຈະຕ້ອງໄດ້ ສໍາຣວດ ຢ່າງລະອຽດ ເພື່ອສົ່ງເປັນ ບົດລາຍງານ ໃຫ້ພາກສ່ວນ ຮັບຜິດຊອບ ຂອງຣັຖບານ ເປັນຜູ້ ພິຈາຣະນາ. ຫລັງຈາກ ພິຈາຣະນາ ຜົນກະທົບ ຈາກໂຄງການ ສ້າງເຂື່ອນຕ່າງໆແລ້ວ ທາງບໍຣິສັດ ທີ່ຈະມາລົງທືນນັ້ນ ຕ້ອງສໍາຣວດ ຢ່າງລະອຽດຕື່ມ.
ໜັງສືພິມ Thailand megaproject ລາຍງານວ່າ ຣັຖບານລາວ ໄດ້ໃຊ້ກົລຍຸດ IPP ເພື່ອດືງເອົາ ການລົງທືນ ຈາກຕ່າງປະເທດ ມາລົງທືນ ແບບອິສຣະ ຍ້ອນວ່າ ລາວມີຄວາມ ຈໍາກັດດ້ານທືນ ບຸຄລາກອນ ແລະ ເທັກໂນໂລຈີ ເພື່ອນໍາເອົາ ຊັພຍາກອນ ຂອງປະເທດ ອອກມາໃຊ້ ໃຫ້ໄວທີ່ສຸດ ແລະ ຣັຖບານ ກໍໄດ້ປະສົບ ຜົນສໍາເຣັດ ຈົນເຮັດໃຫ້ ການຜລິດ ພະລັງງານໄຟຟ້າ ໃນລາວ ກາຍເປັນ ການຜລິດແບບ ອິສຣະ ຫລາຍເຈົ້າຂອງ ແຕກຕ່າງກັນ.