ການສ້າງເຂື່ອນ ທໍາລາຍ ການດໍາຣົງຊີວິດ ຂອງຊຸມຊົນ

ອົງການ ແມ່ນ້ຳສາກົນ ອອກບົດຣາຍງານ ຂັດຄ້ານ ການສ້າງເຂື່ອນໄຟຟ້າ ຢູ່ລາວອີກ; ບົດນີ້ ຂຽນວ່າ ເຂື່ອນທຳລາຍ ບ້ານເຮືອນ ປາ ແລະ ຣາຍໄດ້ ຂອງປະຊາຊົນ.

ອົງການ ​ແມ່ນ້ຳສາກົນ ຊຶ່ງ​ມີ​ສຳນັກງານ​ໃຫຍ່ ​ຢູ່​ຣັດຄາ​ລີ​ຟໍ​ເນັຍ ສະຫະຣັຖ ອະ​ເມ​ຣິກາ ອອກຣາຍງານ​ເມື່ອ​ວັນ​ທີ່ 3 ​ເດືອນ​ຕຸລາ​ນີ້ ​ວ່າ ປັດຈຸບັນ ປະ​ເທດ​ລາວ ​ມີ​ເຂື່ອນ​ໄຟຟ້າ​ແລ້ວ​ 6 ​ແຫ່ງ ກຳລັງ​ສ້າງ​ຢູ່ ​7​​ເຂື່ອນ ກຳລັງ​ ສຶກສາ​ສຳຣວດ 12 ​ແຫ່ງ ​ແລະ​ ມີ​ແຜນ​ຈະ​ສ້າງ ​ໃນ​ອານາ​ຄົດ​ 35 ​ແຫ່ງ.

ເຂື່ອນ​ທັງ​ໝົດ​ ຈະ​ເຮັດ​ໃຫ້​ປະຊາຊົນ​ລາວ ​ຈຳ​ເປັນ​ຕ້ອງ​​ໂຍ້ກຍ້າຍ ​ອອກ​ຈາກ​ບ້ານ​​ເຮືອນ ​ແລະ ​ບ່ອນ​ທຳ​ມາ​ຫາ​ກິນ ​​ເຖິງ​ນຶ່ງ​ແສນ​ຄົນ. ປັດຈຸບັນ ຫລາຍ​ໝື່ນ​ຄົນ ​ໄດ້​​ໂຍ້ກຍ້າຍ ​ອອກ​ໄປ​ແລ້ວ; ຫຼາຍພັນ​ຄົນ ​ອອກ​ຈາກເຂື່ອນ ​ນ້ຳ​ເທີນ​ສອງ ​ແລະ ຜູ້​ທີ່​ຍົກຍ້າຍ ກໍຍັງ​ບໍ່​ໄດ້​ ຮັບ​ການ​ຊ່ວຍ​ເຫລືອດີ ເທົ່າ​ທີ່​ຄວນ.

ອົງການ​ ແມ່ນ້ຳສາກົນ​ ຂຽນ​ໃນ​ບົດ​ຄວາມ​ໃໝ່​ນີ້ ​ອີກ​ວ່າ ​ເຂື່ອນ​ຈະ​ຕັນ​ທາງ​​ຂື້ນ​ລົງ ຂອງ​ປາ; ຕາມ​ທັມມະ​ຊາດ​ແລ້ວ ຍາມ​ນ້ຳຂື້ນ ປາ​ກໍ​ຕ້ອງ​ຂື້ນ​ໄຂ່ ຍາມ​ນ້ຳລົງ ປາ​ກໍ​ລົງ; ນັ້ນ ແມ່ນ​ການ​ດຳ​ເນີນ ​ຊີວິດ ​ຂອງ​ປາ ​ແຕ່​ຖ້າ​ແມ່ນ້ຳ ລຳ​ຄອງ ຖືກ​ຕັນ ການ​ດຳ​ເນີນ​ ຊີວິດ ​ຂອງ​ປາ ກໍ​ຈະຖືກ​ຕັນ ຈະ​ບໍ່​ມີ​ປາ​ຂື້ນ​ລົງ​ ເໝືອນ​​ເດີມ ປະຊາຊົນ ຈະຂາດ​ເຂີນ ອາຫານ ​ການ​ກິນ ​ແລະ ຣາຍ​ໄດ້. ​

ແຕ່ຣັ​ຖບານ​ລາວ ​ພັດ​ມີ​ເຫດຜົນ ​ໃນ​ການ​ສ້າງ​ເຂື່ອນ. ​ເຈົ້າໜ້າ​ທີ່​ ທາງ​ການ​ລາວ ​ກ່າວ​ຢູ່​ສ​ເມີ ວ່າ ປະ​ເທດ​ລາວ​ ມີ​ແມ່ນ້ຳລຳ​ທານ​ຫລາຍ ​ເໝາະ​ສົມ ​ສຳຣັບການ​ສ້າງ​ເຂື່ອນ​ໄຟຟ້າ ​ແລະ ​ໃນຂະນະ​ດຽວ​ກັນ ປະ​ເທດ​ໃກ້​ຄຽງ​ ແລະ ​ປະ​ເທດ​ລາວ​ເອງ ​ກໍ​ຕ້ອງການ​ໄຟຟ້າ. ລາວ​ຍັງເປັນ ​ປະ​ເທດ​ທຸ​ກຍາກ ​ຂາດ​ເຂີນ ຣັຖບານ​ຕ້ອງການ ຣາຍ​ໄດ້ ​ເພື່ອ​ສ້າງສາ​ພັທນາ​; ຣັຖບານ​ລາວ ຄາດ​ວ່າ ​ໂຄງການ​ສ້າງ​ເຂື່ອນ ​ທັງ​ໝົດ ​ທີ່​ກ່າວ​ມານັ້ນ ຈະ​ຊ່ວຍ​​ໃຫ້​ ປະ​ເທດ​ລາວ ​ມີຣາຍ​ໄດ້ ​ເຖິງ​ນຶ່ງ​ພັນ​ລ້ານ​ດອນ​ລ່າ​ ສະຫະຣັຖ ຕໍ່​ປີ.

ອົງການ ສາກົນ ​ແລະ ​ຣັຖບານ ຂອງ​ຫລາຍ​ປະ​ເທດ ກໍ​ສນັບ​ສນູນ ການ​ສ້າງ​ເຂື່ອນ ​ຢູ່​ລາວ ​ເຊັ່ນ​ທະນາຄານ​ໂລກ ​ແລະ ​ທະນາຄານ ​ພັທນາ​ເອ​ເຊັຍ. ຕໍ່​ບັນຫາ​ ທີ່​ວ່າ ເຂື່ອນຈະ​ທຳລາຍ ສະພາບ​ແວດ​ລ້ອມ​ນັ້ນ ​ເຈົ້າໜ້າ​ທີ່​ລາວ ​ກໍ​ເວົ້າວ່າ ຕ້ອງຣະມັດ​ຣະວັງ ຕ້ອງ​ມີ​ການ​ສຶກສາ ​ສຳຣວດຢ່າງ​ດີ ກ່ອນ​ຈະ​ສ້າງ​ເຂື່ອນ.