ອົງການເອກກະຊົນໄທ ຕ້ານສ້າງເຂື່ອນຢູ່ລາວ

ການທີ່ ໄທ-ລາວ ມີບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍ ຄວາມຮ່ວມມື ການໄຟຟ້າ ໃນລາວ ທີ່ໄທ ຈະຮັບຊື້ ເຮັດໃຫ້ພາກ ທຸຣະກິດ ໃນໄທ ແລະ ນານາຊາດ ພາກັນ ເຂົ້າໄປ ສໍາຣວດພື້ນທີ່ ທີ່ຈະ ສ້າງເຂື່ອນ.
ສິດນີ
2010.08.03

ມາຮອດ ປັດຈຸບັນ ຫລາຍພາກສ່ວນ ກໍ່ເປັນຫ່ວງ ຢ້ານວ່າ ການສ້າງເຂື່ອນ ໃນລາວ ຈະສົ່ງຜົລ ກະທົບ ຕໍ່ສິ່ງ ແວດລ້ອມ ລາຍໃຫຍ່ ຈື່ງຢາກໃຫ້ ຣັຖບານໄທ ຮັບຜິດຊອບ ກ່ຽວກັບເຣື້ອງ ດັ່ງກ່າວ ດັ່ງທ່ານ ຫານນະຣົງ ເຍົາວະເລີກ ຈາກມູນນິທິ ບໍຣິຫານ ຈັດການ ເຄືອຂ່າຍ ແມ່ນ້ຳຂອງ ຂອງໄທ ກ່າວໃນ ຕອນນຶ່ງວ່າ:

"ຖ້າສ້າງເຂື່ອນ ໃນປະເທດໄທ ປະຊາຊົນ ມີປະສົພການ ຈາກເຂື່ອນຕ່າງໆ ທີ່ຜ່ານມາ ກໍ່ເລີຍໄມ່ ເຫັນຊອບເຣື້ອງ ການສາງເຂື່ອນ ສະນັ້ນ ຖ້າມອງວ່າ ຈຳເປັນໃນ ການພັທນາ ພລັງງານ ຈະສ້າງທີ່ ໃຫນກໍ່ໄດ້ ມັນໄມ່ຖືກຕ້ອງ ປະເທດໄທ ຈະຕ້ອງຮັບ ຜີດຊອບ ເຣື້ອງນີ້".

ໃນບົດບັນທືກ ຄວາມຮ່ວມມື ໃນການພັທນາ ໄຟຟ້າ ຣະຫວ່າງ ໄທ-ລາວ ຣະບຸວ່າ ປະເທດໄທ ຈະຮັບຊື້ ໄຟຟ້າ ຈາກລາວເຖີງ 7 ພັນ ເມກກາວັດ ພາຍໃນປີ 2015.  ໂດຍການ ຈັດການຊື້ຂາຍ ແບບສັນຍາ ຊື້ຫລື power purchase agreement-PPA ກັບໂຄງການ ໄຟຟ້າຕ່າງໆ ໃນລາວ ເປັນພື້ນຖານ ເພື່ອສ້າງຄວາມ ຫມັ້ນໃຈແກ່ ນັກລົງທືນ ແລະ ແຫລ່ງເງີນກູ້ ຊື່ງໃນ ປັດຈຸບັນ ມີໂຄງການ ຈັດຕັ້ງ ປະຕິບັດ ໄປແລ້ວເຊັ່ນ ໂຄງການໄຟຟ້າ ເທີນຫີນບູນ ນ້ຳເທີນສອງ ແລະຍັງຢູ່ ຣະຫວ່າງການ ພັທນາຫລາຍ ໂຄງການດັ່ງ ໂຄງການ ນ້ຳງື່ມ 2 ໂຄງການ ຫົງສາລີກນາຍ.

ໂຄງການ ທີ່ຍັງຢູ່ໃນ ການສຳຣວດ ກໍມີຫລາຍ ໂຄງການເຊັ່ນ ໂຄງການ ເຂື່ອນໄຟຟ້າ ໄຊຍະບຸຣີ ຊື່ງເປັນເຂື່ອນ ກັ້ນນ້ຳຂອງ ແລະອີກ ຫລາຍໂຄງການ. ໂຄງການ ດັ່ງກ່າວ ສ່ວນໃຫຍ່ຈະ ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ຣະບົບນິເວດ ຮ່ວມດ້ວຍ ວິຖິຊິວິດ ຂອງ ປະຊາຊົນ ໃນເຂດລຸ່ມ ແມ່ນ້ຳຂອງ ລາຍໃຫຍ່. ຣັຖບານໄທ ຄວນປົກປ້ອງ ຜົລກະທົບ ເຫລົ່ານັ້ນ ຈາກ ການສ້າງເຂື່ອນ ບໍ່ແມ່ນຈະ ເປັນພຽງ ແຕ່ຜູ້ຮັບຊື້ ແລະ ຜູ້ລົງທືນ ເທົ່ານັ້ນ. ທ່ານກ່າວ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.