ອົງການ ຕໍ່ຕ້ານ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ

ອົງການທີ່ບໍ່ ຂື້ນກັບຣັຖບານ ຕັ້ງພັນທະມິດ ຮ່ວມໃນການ ຕໍ່ຕ້ານການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ

0:00 / 0:00

ອົງການ NGO ຫລືອົງການທີ່ ບໍ່ຂື້ນກັບ ຣັຖບານ ໄດ້ຮວມໂຕກັນ ກໍ່ຕັ້ງ ”ພັນທະມິດປົກປ້ອງ ແມ່ນ້ຳຂອງ” ຂື້ນມາ ໂດຍຕັ້ງເປົ້າໝາຍ ເພື່ອຄັດຄ້ານໂຄງ ການສ້າງ ເຂື່ອນພະລັງ ໄຟຟ້າ ກັ້ນລຳ ແມ່ນ້ຳຂອງ 11 ແຫ່ງ ໃນເຂດທີ່ ໄຫລຜ່ານ ສາມປະເທດ ລາວ-ໄທ ແລະ ກຳພູຊາ.

ອົງການ ຮ່ວມເລົ່ານີ້ ປະກາດການ ກໍ່ຕັ້ງ ຢ່າງເປັນທາງການ ເມື່ອວັນເສົາທີ 14 ມີນາ ໃນການ ສະແດງ ພາບຖ່າຍ ທີ່ມີຊື່ວ່າ ”ສີ່ພັນດອນ ເມື່ອແມ່ນ້ຳຂອງ ຖືກຄຸກ ຄາມ” ຢູ່ຫ້າງ ສັພສິນຄ້າ ເຊັນທັນດວີດ ທີ່ບາງກອກ. ຂ່າວການ ກໍ່ຕັ້ງນີ້ ເປີດເຜີຍຂື້ນໂດຍ ອົງການ ຟື້ນຟູນິເວດ ໃນພູມີພາກ ແມ່ນ້ຳຂອງ ຫລື (TERRA)

ອົງການ TERRA ອະທິບາຍວ່າ ຊຸມຊົນ ຜູ້ອາສັຍຢູ່ ແຄມຝັ່ງແມ່ ນ້ຳຂອງ ຈະໄດ້ຮັບຜົນ ກະທົບ ເພາະເຂື່ອນໃນແມ່ ນ້ຳຂອງຈະທຳລາຍ ລະບົບນິເວດ ຫລືການເປັນຢູ່ ເພາະພັນຂອງປາ ອັດການ ອົພຍົບເສັ້ນທາງ ຂອງປາ ເຮັດໃຫ້ເສັຍຄວາມ ໝັ້ນຄົງ ທາງດ້ານອາຫານ ແລະເສຖກິດ ຂອງປະຊາຊົນ ໃນພູມີພາກ ຫລາຍໄປກວ່າ 3 ເຂື່ອນທີ່ ມີຢູ່ໃນ ຈີນ ທາງພາກເໜືອ ໃນປັດຈຸບັນນີ້.

ອົງການ TERRA ຢ້ຳອີກວ່າ ເຂື່ອນກັ້ນລຳແມ່ ນ້ຳຂອງ 3 ແຫ່ງ ໃນຈີນ ສ້າງຜົນກະທົບ ຢ່າງຮຸນແຮງ ຕໍ່ປະເທດ ທາງພາກລຸ່ມ ແມ່ນ້ຳຂອງທັງຕໍ່ ລະດັບນ້ຳທີ່ ປ່ຽນ ແປງແລະ ການຫລຸດລົງ ຂອງຈຳນວນ ແລະພັນປາ.

ການສະແດງ ຮູບພາບ ໄດ້ສະທ້ອນ ເຖິງຊີວິດ ກັບຄວາມຜູກພັນ ລະຫວ່າງ ຜູ້ຄົນທີ່ ອາສັຍຢູ່ກັບ ແມ່ນ້ຳຂອງ ໃນພາກໃຕ້ ຂອງລາວ ຊຶ່ງເປັນທັງແຫລ່ງ ອາຫານ, ເສັ້ນທາງ ຄົມມະນາຄົມ ແລະ ເສັ້ນເລືອດໃຫຍ່ ເພື່ອລໍ່ລ້ຽງການ ກະເສຖ ກັບການ ຜລິດອາຫານ ລ້ຽງຜູ້ຄົນອີກ ຫລາຍລ້ານຄົນ.