ນໍ້າເທີນ 2 ຈະລອງ ກະແສໄຟ ເດືອນມິຖຸນາ

ເຂື່ອນນໍ້າເທີນ 2 ຈະທົດລອງ ການຜລິດ ກະແສໄຟຟ້າ ໃນເດືອນ ມິຖຸນາ ແລະ ພ້ອມທີ່ຈະຂາຍໄຟຟ້າ ໃຫ້ແກ່ໄທ ໃນທ້າຍປີນີ້

0:00 / 0:00

ວຽກງານ ການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າເທີນ 2 ໃນແຂວງຄໍາມ່ວນ ໂດຍລວມ ສໍາເຣັດ 100 ສ່ວນຮ້ອຍ ຕາມເປົ້າໝາຍ ທີ່ວາງໄວ້, ເປັນຕົ້ນແມ່ນ ການປະກອບ ອຸປະກອນ ດ້ານເທັກນິກເຂື່ອນ, ການກໍ່ສ້າງສາຍສົ່ງແຮງສູງ, ບັນຈຸນໍ້າເຂົ້າອ່າງ ສໍາເຣັດແລ້ວ ພ້ອມສົ່ງໄຟຟ້າ ອອກຂາຍໄດ້ ຕາມເປົ້າໝາຍ ປີ 2009, ຊຶ່ງປັດຈຸບັນ ກໍຈະເຣີ່ມທົດສອບ ການປັ່ນໄຟ ຕາມຣະບົບ. ທ່ານ ພັກດີ ດິນດາວົງ, ເຈົ້າໜ້າທີ່ ຣະດັບສູງ ຈາກຣັຖວິສາຫະກິດ ໄຟຟ້າ ລາວ ກ່າວວ່າ:

"ນໍ້າເທີນ 2 ຈະທົດລອງ ໃນເດືອນໜ້ານີ້ ຂະເຈົ້າ ຈະເຣີ້ມທົດສອບ ພະລັງງານ, ທົດລອງ ໜ່ວຍຈັກ Stimulator ໂຕນຶ່ງ, ສົ່ງພະລັງງານ ອອກໄປ ເພືອນ 6 ຈະເຣີ້ມພະລັງງານ ເປັນໜ່ວຍ ເປັນໜ່ວຍໄປ."

ທ່ານ ກ່າວຕື່ມວ່າ ຄວາມຄືບໜ້າ ຂອງໂຄງການ ຜລິດໄຟຟ້າ ເຂື່ອນນໍ້າເທີນ 2 ນັ້ນ, ພາບລວມ ມີຄວາມຄືບໜ້າ ໄປຫລາຍເຕີບ, ມີຄວາມພ້ອມ ທີ່ຈະຜລິດໄຟຟ້າ, ຊຶ່ງຈະທົດລອງ ການຜລິດ ຢ່າງເຕັມຮູບແບບ ໃນເດືອນ ມີຖຸນາ 2009 ນີ້ ແລະ ຈະສົ່ງໄຟຟ້າ ຂາຍໃຫ້ໄທ ໄດ້ໃນທ້າຍປີ.

ການສົ່ງໄຟຟ້າ ໃຫ້ກັບໄທນັ້ນ ບໍຣິສັດ ໄຟຟ້າ ນໍ້າເທີນ 2 ຈະເປັນຜູ້ຮັບຜິດຊອບ ເສົານໍາສົ່ງໄຟຟ້າ ທັງໝົດ ໂດຍບໍ່ຜ່ານ ຣັຖວິສະຫະກິດ ໄຟຟ້າລາວ. ທ່ານ ພັກດີ ກ່າວຕື່ມວ່າ:

"ມີຮຽບຮ້ອຍແລ້ວ ສາຍສົ່ງ ເຂົ້າສ້າງສໍາເລັດໝົດຮຽບຮ້ອຍແລ້ວ, ເຂົາສ້າງຜ່ານ ມຸກດາຫານ ສາຍສົ່ງ 500 ກິໂລໂວລທ໌."

ຣັຖບານລາວ ຈະມີຣາຍໄດ້ ຈາກການຂາຍໄຟຟ້າ ໃຫ້ໄທ ນັບແຕ່ມື້ທໍາອິດ ຂອງການສົ່ງໄຟຟ້າ ອອກຈາກເຂື່ອນນໍ້າເທີນ 2 ຢ່າງເປັນທາງການ ແລະ ຈະໄດ້ຮັບເງິນ ຣາຍໄດ້ ຈາກຄ່າພາສີອາກອນ ສົ່ງອອກ ອີກດ້ວຍ. ສໍາລັບ ເຂື່ອນນໍ້າເທີນ 2 ດໍາເນີນການ ພາຍໃຕ້ ບໍຣິສັດ ນໍ້າເທີນ 2 ພາວເວີ ຈໍາກັດ ມະຫາຊົນ ຫລື EGCO 25 ສ່ວນຮ້ອຍ, ຣັຖບານລາວ 25 ສ່ວນຮ້ອຍ, ບໍຣິສັດ EDF international 35 ສ່ວນຮ້ອຍ ແລະ ບໍຣິສັດ ອີຕາລຽນ-ໄທ ຈໍາກັດ ມະຫາຊົນ ຫລື ITD ອີກ 15 ສ່ວນຮ້ອຍ.