ການສ້າງເຂື່ອນ ນ້ຳທານ 1 ເລື່ອນອອກໄປ
ໂຄງການສ້າງ ເຂື່ອນນ້ຳທານື່ງ ທີ່ແຂວງບໍ່ແກ້ວມີການເລື່ອນ ເວລາໄປອີກນື່ງປີ ຍ້ອນພາວະເສຖກີດ ທົດຖອຍ.
-
ສິດນີ
2009-02-19 -
-
-
Your browser doesn’t support HTML5 audio
ຈາກເຫດວິກິດ ທາງດ້ານເສຖກິດ ທີ່ເກີດຂື້ນໃນ ເວລານີ້ໄດ້ສົ່ງ ຜົລກະທົບຕໍ່ ໂຄງການໃຫຍ່ໆ ໃນລາວໃຫ້ມີ ການສະລໍຕົວໄປ ຫລາຍໂຄງການ ນື່ງໃນນັ້ນກໍ່ແມ່ນ ໂຄງການສ້າງເຂື່ອນ ນ້ຳທາ 1 ທີ່ແຂວງບໍແກ້ວ ຂອງນັກລົງທືນຈີນ ຈະມີການເລື່ອນເວລາ ໃນການສ້າງໄປ ອີກນື່ງປີດັ່ງ ເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:
ນ້ຳທານື່ງ ຖືວ່າຊ້າໄປອີກນື່ງປີ ພົບພໍ້ເຣື້ອງ ເສຖກິດຄືກັນ ເພາະວ່າຕລາດ ໄຟຟ້າແມ່ນ ຕລາດໄທ ຄ່າໄຟຟ້າທີ່ຈະ ໄປຂາຍໃຫ້ໄທ ມັນຕ້ອງຫນີງຕີງ ຣາຄາມັນຂື້ນລົງ ມັນບໍ່ເປັນປົກຕິ.
ໂຄງການເຂື່ອນໄຟຟ້າ ນ້ຳທານື່ງ ໃນເຂດເມືອງ ຜາອຸດົມສາມາດ ຜລິດກະແສໄຟຟ້າ ໄດ້ປະມານ 168 ເມກາວັດ ໂດຍມີຕລາດຮັບ ຊື້ທີ່ປະເທດໄທ ແຕ່ຈາກການຕົກລົງ ຊື້ຂາຍໄຟຟ້າ ຣະຫວ່າງຜູ້ຜລີດ ແລະຜູ້ຊື້ຍັງ ບໍ່ມີຄວາມຊັດເຈນ ຮ່ວມດ້ວຍການຂາດ ເງີນທືນທີ່ຈະມາ ຜລີດ ຈື່ງເຮັດໃຫ້ໂຄງການ ນີ້ຕ້ອງເລື່ອນເວລາ ຈາກຕົ້ນປີ 2009 ມາເປັນທ້າຍປີ 2009 ກ່ອນຈະໄດ້ລົງມື ເຈົ້າຫນ້າທີ່ທ່ານ ດຽວກັນນັ້ນ ກ່າວເພີ້ມອີກວ່າ:
ດຽວນີ້ກຳລັງ ເຮັດເຣື້ອງໂຍກຍ້າຍ ຈັດສັນເຣື້ອງ ສີ່ງແວດລ້ອມຢູ່ ກຳລັງທຳຫົນທາງ ແລະທາງເຂົ້າໄປ ຫາເຂື່ອນແຕ່ວ່າ ກໍ່ບໍ່ໄດ້ເລັ່ງ ເທົ່າໃດ ກຳລັງເຮັ້ດ ໄປປົກກະຕິ ທັມມະດາ.
ໂຄງການ ພັດທະນາເຂື່ອນ ນ້ຳທານື່ງ ໄດ້ໂຍກຍ້າຍ ປະຊາຊົນໃນ ຈຳນວນ 34 ຫມູ່ບ້ານ ທີ່ມີປະຊາ ກອນກ່ວາ 7,000 ຄົນ ໃນເຂດເມືອງ ຜາອຸດົມ ແຂວງບໍ່ແກ້ວແລະ ເມືອງນາແລແຂວງ ຫລວງນ້ຳທາ ຈາກພື້ນທີ່ ນ້ຳຖ້ວມ ແລະ ບໍຣີສັດຜູ້ລົງ ທືນຈາກຈີນ ກໍ່ພ້ອມທີ່ຈະ ຈ່າຍຄ່າຊົດເຊີຍ ໂຄງການດັ່ງກ່າວ ໄດ້ຮັບສັມປະທານ ຈາກຣັຖບານລາວ ເປັນເວລາ 30 ປີ ແລະຣັຖບານລາວ ມີຫຸ້ນສ່ວນ 20%.