ເຂື່ອນໄຟຟ້າ ນ້ຳເທີນ 2 ໄດ້ເຣີ່ມແລ່ນ ເຄື່ອງຜລິຕ ກະແສໄຟຟ້າ ເພື່ອສົ່ງຂາຍ ເຂົ້າສູ່ຣະບົບ ເຄືອຂ່າຍຜູ້ຊື້ ເປັນທີ່ຮຽບຮ້ອຍແລ້ວ ແຕ່ມື້ວັນທີ່ 24 ມີຖຸນາ ຜ່ານມາ ແລະ ມີກາຣຢືນຢັນວ່າ ຈະໃຫ້ສາມາດ ຜລິຕໄຟຟ້າ ໄດ້ເຕັມກຳລັງ 1,070 ເມກາວັຕ ຕາມກຳໜົດ ພາຍໃນເດືອນທັນວາ 2009 ນີ້ດັ່ງທ່ານ ສຸຣີວົງດາລາວົງຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຽ ຢູ່ກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ຄັ້ງທີ່ 7 ໃນມື້ວັນສຸກຜ່ານມານີ້ ວ່າ:
ໂຄງກາຣໄຟຟ້າ ນ້ຳ ເທີນ 2 ໄດ້ ຜລີ ຕ ໄຟຟ້າ ເມ ກາ ວັຕ ທຳ ອີດ ຫລື ວ່າ ກິ ໂລ ວັຕ ໂມງ ທຳ ອິດ ແລະ ໄດ້ ຂາຍ ເຂົ້າສູ່ຣະບົບ ຕາ ຂ່າຍ ຂອງ ຜູ້ ຊື້ ເປັນ ທີ່ ຮຽບຮ້ອຍ ແລ້ວ ແຕ່ ວ່າ ຫາ ກະ ແມ່ນ ໜ່ວຍ ຈັກ ໜ່ວຍ ທີ່ 1 ໃນ ຈຳນວນ 6 ເຄື່ອງ ຈັກ ແລະ ຢືນຢັນ ວ່າ ເດືອນ 12 ຂອງ ປີ ນີ້ ພວກ ເຮົາ ຈະ ສາມາດ ຜລິ ຕ ໄດ້ ໝົດ ທຸກ ໜ່ວຍ ແລະ ເອົາ ເຂົ້າສູ່ຣະບົບ ກາຣຊື້ ຂາຍ ເປັນ ປົກ ຕິ "
ໂຄງກາຣສ້າງເຂື່ອນ ໄຟຟ້ານ້ຳເທີນ 2 ດັ່ງກ່າວ ມີມູລຄ່າ ກາຣລົງທຶນ ສ້າງເຖີງ 1,200 ລ້ານດອລລາຣ໌ສະຫະຣັຖ ແລະ ໄດ້ເຣີ່ມລົງມື ກາຣກໍ່ສ້າງ ແຕ່ກາງປີ 2005 ເປັນຕົ້ນມາ ແລະ ໃນເມື່ອຫາກສ້າງ ສຳເຣັຈ ເປັນທີ່ຮຽບຮ້ອຍ ທຸກຢ່າງແລ້ວນັ້ນທາງກາຣລາວ ຈະສົ່ງຂາຍ ກະແສໄຟຟ້າ ໃຫ້ແກ່ ທາງກາຣໄທຽເຖີງ 95% ຂອງຜົລກາຣຜລິຕ ທັງໝົດ ຕາມທີ່ໄດ້ມີ ກາຣຕົກລົງກັນ ຊື່ງທາງກາຣ ທະນາຄານໂລກ ກໍວ່າ ຈະເປັນກາຣສ້າງຣາຍຮັບ ໃຫ້ແກ່ ທາງກາຣລາວ ບໍ່ຕໍ່າກວ່າ 34 ລ້ານດອລລາຣ໌ ຕໍ່ປີໃນຣະຍະ 10 ປີທຳອີດ ແລະວ່າ ໂຄງກາຣນ້ຳເທີນ 2 ດັ່ງກ່າວ ຈະສ້າງຣາຍໄດ້ ໃຫ້ແກ່ທາງກາຣລາວ ເຖີງ 2,000 ລ້ານດອລລາຣ໌ ໃນຣະຍະ 25 ປີ.
ຢ່າງໃດກໍຕາມໂຄງກາຣໄຟຟ້າ ນ້ຳເທີນ 2 ແຫ່ງນີ້ທາງກາຣສປປລາວກໍໄດ້ໂຍກຍ້າຍ ປະຊາຊົນ ກວ່າ 6,200 ຄົນ ອອກຈາກເຂຕພື້ນທີ່ ໄປອາສັຍຢູ່ບ່ອນໃໝ່ ທີ່ທາງກາຣ ຣັຖບາລ ໄດ້ໃຫ້ຄວາມຊ່ວຍເຫລືອ ເປັນກາຣຊົດເຊີຽ ທີ່ດິນ ແລະ ສົ່ງເສີມ ທາງດ້ານກາຣກະເສຕ ກາຣລ້ຽງສັຕກາຣໃຊ້ປະໂຍຊ ຈາກປ່າໄມ້ ແລະ ກາຣປະມົງ ໃນອ່າງເກັບນ້ຳນັ້ນ ນຳດ້ວຍ.
ກ່ຽວກັບເຣື່ອງນີ້ ຫວ່າງມໍ່ໆມານີ້ ທາງເຈົ້າໜ້າທີ່ ຈາກໂຄງກາຣ ແມ່ນ້ຳ ເພື່ອຊີວີຕຫລື SEARIN ຂອງໄທຽ ໄດ້ລົງສຳຣວຈ ຕາມພື້ນ ຂອງກາຣຈັດສັນແຫ່ງໃໝ່ ແລະ ພົບວ່າ ຊາວບ້ານ ສ່ວນໜື່ງ ໃຫ້ຄຳເຫັນວ່າກາຣຈັດສັນພື້ນທີ່ດີນ ຄອບຄົວລະ 0.66 ເຮກຕ໊າຣ໌ນັ້ນບໍ່ພຽງພໍ ກັບຄວາມຕ້ອງກາຣ ເພື່ອທຳມາຫາກິນ ແລະ ບັນຫາ ທີ່ວ່າຊາວບ້ານໆໂພນຄຳ ເມືອງມະຫາໄຊ ທີ່ໄດ້ຮັບຜົລກະທົບ ຈາກກາຣເນັ່ງສາຍໄຟຟ້ານັ້ນກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຽພ້ອມກັບ ບໍ່ທັນມີບ່ອນ ທຳມາຫາກິນເທື່ອ ຈົນເທົ່າປັຈຈຸບັນນີ້.
