ບໍຣິຄຳໄຊ ແລະ ບໍຣິສັທ ຍັງຕົກລົງກັນ ບໍ່ໄດ້
ທາງກາຣແຂວງ ບໍຣິຄຳໄຊ ແລະບໍຣິສັທ ສ້າງເຂື່ອນ ນ້ຳເທີນຫິນບູນຍັງບໍ່ທັນຕົກລົງກັນໄດ້
-
ຫວາດ ສີມູນ
2009-05-12 -
-
-
Your browser doesn’t support HTML5 audio
ທາງກາຣແຂວງ ບໍຣິຄຳໄຊ ແລະບໍຣິສັທ ສ້າງເຂື່ອນ ນ້ຳເທີນຫິນບູນ ຍັງບໍ່ທັນ ຕົກລົງກັນໄດ້, ສຳຫລັບກາຣ ແຈກຢາຍເຂົ້າສາຣ ໃຫ້ແກ່ຄອບຄົວ ທີ່ຖືກໂຍກຍ້າຍ
ເຈົ້າໜ້າທີ່ ໜ່ວຍງານຄຸ້ມຄອງ ກາຣໂຍກຍ້າຍ ຈັດສັນ ໄດ້ຣາຍງານຕໍ່ ທາງຫ້ອງກາຣແຂວງ ບໍຣິຄຳໄຊ ກ່ຽວກັບບັນຫາ ທີ່ທາງ ບໍຣິສັທ ເທີນຫີນບູນ ບໍ່ຍອມ ປະຕິບັຕ ຕາມສັນຍາກາຣ ສັມປະທານ ທີ່ຕ້ອງແຈກຢາຍ ເຂົ້າໃຫ້ແກ່ ປະຊາຊົນ ທີ່ໄດ້ຮັບຜົລ ກະທົບ ແລະຕ້ອງໄດ້ ໂຍກຍ້າຍອອກຈາກ ເຂຕກາຣກໍ່ສ້າງ ແລະວ່າທາງເຈົ້າ ໜ້າທີ່ກ່ຽວຂ້ອງ ກໍໄດ້ຮ່ວມ ປະຊຸມກັບທາງ ຄະນະຕົວແທນ ຂອງບໍຣິສັທ ໄປແລ້ວ ດັ່ງທີ່ທ່ານໄດ້ ໃຫ້ກາຣຊີ້ແຈງວ່າ:
ໄມ່ (ບໍ່) ເຂົ້າໃຈກັນ ບໍຣິສັທ ກໍໃຫ້ເຂົ້າ ແກ່ປະຊາຊົນ ດ້ວຍແບບທີ່ວ່າ ຖ້າວ່າກາຣ ຈຳເປັນແທ້ ເຖີງຈ່າຍໃຫ້ ຈ່າຍໃຫ້ກໍຕໍ່ ເມື່ອທີ່ວ່າ ປະຊາຊົນ ນ້ຳມີຄວາມຈຳເປັນ.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ ຕາມຂໍ້ສັນຍາ ນັ້ນທາງບໍຣິສັທ ຈະຕ້ອງໄດ້ຈ່າຍ ເຂົ້າສາຣເປັນ ລາຍເດືອນໃຫ້ ປະຊາຊົນທີ່ ໄດ້ຮັບຜົລກະທົບ ຈາກໂຄງກາຣ ສ້າງເຂື່ອນເທີນ ຫີນບູນ ພາຄຂຍາຍ ແຕ່ບໍ່ໄດ້ມີ ກາຣກ່າວເຖີງວ່າ ຕ້ອງຈ່າຍໃຫ້ແຕ່ ຜູ້ທີ່ຈຳເປັນ ເທົ່ານັ້ນ ສະນັ້ນທາງໜ່ວຍ ງານຈື່ງຈະຕ້ອງ ໄດ້ມີກາຣ ກວດສອບກັນ ໃໝ່ຢ່າງຄັກແນ່ ແລ້ວສົ່ງຣາຍງານ ເຖີງຂັ້ນ ສຳນັກງານ ນາຍົກຣັຖມົລຕຣີ. ນອກຈາກນັ້ນ ປະຊາຊົນ ທີ່ຖືກໂຍກຍ້າຍ ຍັງມີບັນຫາ ດ້ານກາຣ ດຳຣົງຊີວີຕ ໃນເຂຕພື້ນ ທີ່ໃໝ່ທີ່ຕ້ອງ ກາຣຄວາມຊ່ວຍເຫລືອ ເຊັ່ນກັນ ດັ່ງທີ່ທ່ານໄດ້ ຊີ້ແຈງເພີ່ມ ອີກວ່າ:
ແມ່ນເລື້ອງຂອງ ປະຊາຊົນ ເຂົ້າໃຈບ້າງ (ແດ່) ບໍ່ເຂົ້າໃຈແດ່ ຮຽກຮ້ອງເຖີງ ງົບປະມານຫລາຍ ຕາງໜ້າໃຫ້ ຣັຖບາລ ຢາກໃຫ້ສົມ ເຫຕສົມຜົລ ບໍ່ໃຫ້ຄົນເຮົາ ມາເອົາເງີນນຳ ຣັຖບາລ ເພື່ອເປັນຜົລ ປະໂຍຊຂອງ ບຸຄຄົນ.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣໂຍກຍ້າຍ ປະຊາຊົນ ຄັ້ງນີ້ຕ້ອງໄດ້ ແກ້ໄຂບັນຫາ ຫລາຍໆຢ່າງ ໂດຽສະເພາະ ກໍແມ່ນທາງກາຣ ກ່ຽວຂ້ອງຕ້ອງໄດ້ ໃຫ້ກາຣ ອະທິບາຍ ແກ່ປະຊາຊົນ ເພື່ອໃຫ້ເຂົ້າໃຈດີ ຢ່າງແທ້ຈີງ ໂດຽບໍ່ຕ້ອງໃຫ້ ມີແຕ່ກາຣຄິດ ວ່າເພື່ອຜົລປະໂຍຊ ສ່ວນຕົວເທົ່ານັ້ນ.