ຊາວບ້ານຍ້າຍຈາກເຂື່ອນ ຫາກິນຍາກໃນຖິ່ນໃໝ່

ຊາວບ້ານ ທີ່ຖືກໂຍກຍ້າຍ ຈາກໂຄງການ ສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ມີຄວາມຫຍຸ້ງຍາກ ໃນການ ດໍາຣົງຊີພ.
ສິດນີ
2010.09.08
F-namtheun-kids ບ້ານເຮືອນ ທີ່ກໍາສ້າງໃຫ້ ຊາວບ້ານຜູ້ຕ້ອງ ໄດ້ໂຍກຍ້າຍ ອອກຈາກເຂດ ກໍ່ສ້າງເຂື່ອນ ນໍ້າເທີນສອງ ໃນປີ2007.ມາຮອດເວລານີ້ ການຊ່ວຍເຫລືອ ຊາວບ້ານກໍຍັງຕ້ອງ ດໍາເນີນຕໍ່ໄປ
AFP

ຊາວບ້ານ ທີ່ຖືກໂຍກຍ້າຍ ຈາກໂຄງການ ສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ມີຄວາມລຳບາກ ໃນການ ດຳຣົງຊີພ ໃນພື້ນທີ່ ແຫ່ງໃຫມ່ ຫລັງຈາກສູນເສັຽ ດິນນາ ບ່ອນຜລິດ ຂອງພວກຂະເຈົ້າ ໃຫ້ແກ່ການ ສ້າງເຂຶ່ອນ ຮ່ວມດ້ວຍການ ໄດ້ຮັບຄ່າ ຊົດເຊີຍຫນ້ອຍ ແຮງເຮັດໃຫ້ ຂະເຈົ້າ ບໍ່ສາມາດ ສ້າງຜົລຜລິດ ໃຫ້ກຸ້ມຢູ່ກຸ້ມກິນ ດັ່ງທີ່ ເຄີຍເປັນມາໄດ້. ຊາວບ້ານບາງຄົນ ກໍໄປຊອກຫາ ອາຊີບໃຫມ່ ເພື່ອຫາລາຍໄດ້ ມາຊ່ອຍຄອບຄົວ. ດັ່ງຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ທ່ານນື່ງ ເວົ້າວ່າ:

"ເອີ້ນວ່າບໍ່ດີ  ແມ່ນບໍ່ດີ ທີ່ວ່າເຮົາ ບໍ່ໄດ້ດິນນາ ບໍ່ໄດ້ດິນສວນ ເຮົາບໍ່ໄດ້ດິນ ທຳການຜລິດ ທຸກໆປີ ບ່ອນລ້ຽງສັດ ກໍບໍ່ມີ ບ່ອນປູກໄມ້ ບໍ່ມີ ອຸກໃຈ ຫລາຍແນວ".

ມີປະຊາຊົນ ຈາກ 2 ຫມູ່ບ້ານ ຖືກໂຍກຍ້າຍ ຈາກໂຄງການ ສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ໃນນັ້ນ ກໍແມ່ນ ປະຊາຊົນ ຈາກ ບ້ານສົມບູນ ບ້ານຜາບັງ ເມືອງຄຳເກີດ ຍ້າຍໄປຢູ່ ບ້ານຈັດສັນ ຫນອງຊົງ ຊື່ງທາງ ບໍຣິສັດ ກໍໄດ້ຕັດ ເສັ້ນທາງ ສ້າງບ້ານເຮືອນ ໃນຫມູ່ບ້ານ ແຫ່ງໃຫມ່ໃຫ້ ພ້ອມທັງໃຫ້ ເງິນຊົດເຊີຍ ຈຳນວນນື່ງ.

ແຕ່ເຖີງຢ່າງໃດ ກໍຕາມ ພວກຂະເຈົ້າ ເວົ້າວ່າ ເງິນຊົດເຊີຍ ດັ່ງກ່າວ ຫນ້ອຍເກີນໄປ ບໍ່ເຫມາະສົມ ກັບສີ່ງທີ່ ພວກຂະເຈົ້າ ສູນເສັຽ ເຊັ່ນພື້ນທີ່ ໄຮ່ນາ ແລະບອ່ນເຮັດ ການຜລິດ ທາງດ້ານການ ກະເສດ ດັ້ງເດີມຂອງ ພວກຂະເຈົ້າ. ການທີ່ຈະເຮັດ ໃຫ້ພື້ນທີ່ ແຫ່ງໃຫມ່ ອຸດົມ ສົມບູນ ໃນການປູກຝັງ ແລະ ລ້ຽງສັດ ແບບພື້ນທີ່ ເດີມໄດ້ນັ້ນ ກໍຕ້ອງໃຊ້ເງິນ ເປັນຈຳນວນ ຫລວງຫລາຍ ໃນການປັບປຸງ. ຍ້ອນຄ່າຊົດເຊີຍ ທີ່ໄດ້ມາຫນ້ອຍ ພວກຂະເຈົ້າ ກໍບໍ່ສາມາດ ປັບປຸງ ພື້ນທີ່ໃຫມ່ ເພື່ອໃຫ້ ສາມາດ ປູກຝັງ ໃຫ້ກຸ້ມຢູ່ ກຸ້ມກີນ ດັ່ງທີ່ເຄີຍ ເປັນມາໄດ້.

ບັນຫາດ່ັງກ່າວ ເຮັດໃຫ້ບາງ ຄອບຄົວ ຕ້ອງໄດ້ຊອກຫາ ວຽກເຮັດ ງານທຳ ໃນອາຊີພອື່ນ ເພື່ອລ້ຽງຄອບຄົວ ແລະໃນ ປັດຈຸບັນ ການພັທນາ ອາຊີພໃຫມ່ ໃນຂົງເຂດ ກໍ່ບໍ່ມີ. ຕໍ່ໜ້າ ສະພາບການ ດັ່ງກ່າວ ຈື່ງຢາກໃຫ້ ບໍຣິສັດ ເທີນຫີນບູນ ແລະ ຫນ່ວຍງານທີ່ ກ່ຽວຂ້ອງ ເຂົ້າມາເບີ່ງແຍງ ແລະ ຈັດສັນອາຊີພ ໃຫ້ແກ່ພວກ ຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.