ໂຄງກາຣສ້າງເຂື່ອນ ຢູ່ແຂວງໄຊຍະບູຣີ
ໂຄງກາຣສ້າງເຂື່ອນ ກັ້ນແມ່ນໍ້າຂອງ ຢູ່ແຂວງ ໄຊຍະບູຣີ ອາຈຈະເຣີ່ມ ກາຣກໍ່ສ້າງ ໃນໄວໆນີ້.
-
ຫວາດ ສີມູນ
2010-07-07 -
-
-
ຫວ່າງມໍ່ໆມານີ້ ທາງບໍຣິສັດ ຊ. ກາຣຊ່າງ ທີ່ໄດ້ຮັບ ສັມປະທານ ໃນໂຄງກາຣສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຢູ່ແຂວງໄຊຍະບູຣີ ໄດ້ມີກາຣລົງນາມ ບັນທຶກຄວາມເຂົ້າໃຈ ກັບທາງກາຣ ໄຟຟ້າຝ່າຍຜລິຕ ແຫ່ງປະເທສໄທຽ ຫລື Egat ກ່ຽວດ້ານຣາຄາ ຮັບຊື້ໄຟຟ້າ ຢ່າງເປັນທາງກາຣ ເປັນທີ່ຮຽບຮ້ອຍ ໄປແລ້ວ ແລະຍິ່ງເຮັດໃຫ້ ທາງອົງກາຣ ປະຊາຊົນ ຂອງໄທຽມີຄວາມ ເປັນຫ່ວງຍ້ອນມີ ຄວາມຄືບໜ້າທີ່ ອາຈຈະມີກາຣລົງມື ເຣີ່ມກາຣກໍ່ສ້າງ ໃນໄວໆນີ້ ກໍເປັນໄດ້ ຈຶ່ງຮຽກຮ້ອງໃຫ້ ພາຄສ່ວນອື່ນໆ ໄດ້ມີສ່ວນເຂົ້າ ມາຮ່ວມໃນກາຣ ພິຈາຣະນານຳ ໂຄງກາຣພັທນາ ດັ່ງກ່າວໃນຂັ້ນ ຕໍ່ໄປນຳດ້ວຍ ດັ່ງທ່ານ ວິທູນ ເພີ່ມພົງສາຈະເຣີນ ເຄືອຂ່າຍພລັງງານ ເພື່ອນິເວສວິທຍາ ແມ່ນໍ້າຂອງໄດ້ ກ່າວວ່າ:
“ກາຣເຊັນສັນຍາ ດັ່ງກ່າວນີ້ ກໍເທົ່າກັບວ່າ ປະເທສໄທຽ ຈະຕ້ອງໄດ້ຊື້ໄຟຟ້າ ຈາກໂຄງກາຣນີ້ ຊຶ່ງກໍໝາຍຄວາມວ່າ ເຂົາມີຜູ້ຮັບຊື້ ກະແສໄຟຟ້າ ເປັນທີ່ຮຽບຮ້ອຍແລ້ວ ສະນັ້ນຜູ້ລົງທຶນ ກາຣສ້າງກໍຈະເອົາ ຂໍ້ຜູກມັດດັ່ງກ່າວ ໄປເປັນຂໍ້ອ້າງ ເພື່ອຄວາມສະດວກ ໃນກາຣຫາກູ້ຢືມເງິນ ໄດ້ຢ່າງສະບາຍ ໃນຂັ້ນຕໍ່ໄປ ແລະໂດຽສະເພາະ ກໍມີກາຣອະນຸມັຕ ຈາກທາງກາຣ ສປປລາວ ເປັນຢ່າງດີ ແລະໂຄງກາຣນີ້ ກໍສາມາດທີ່ ຈະເຣີ່ມຕົ້ນ ໄດ້ແລ້ວ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣເຊັນບົທບັນທຶກ ຄວາມເຂົ້າໃຈ ຣະຫວ່າງ EGAT ແລະບໍຣິສັທ ຊ. ກາຣຊ່າງ ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 5 ກໍຣະກະດານີ້ ໂດຽທາງກາຣໄຟຟ້າ ແຫ່ງປະເທສໄທຽ ຈະຮັບຊື້ ໄຟຟ້າ ຈາກໂຄງກາຣເຂື່ອນ ໄຊຍະບູຣີ ດັ່ງກ່າວ ທີ່ຄາດວ່າ ຈະສາມາດຜລິຕ ກະແສໄຟຟ້າໄດ້ 1,220 ເມກາວັຕ ຫລັງຈາກກາຣໃຊ້ ເວລາກໍ່ສ້າງ ທັງໝົດ 8 ປີ ໂດຽກາຣລົງທຶນ ກວ່າ 3 ຕື້ດອລລາ ສະຫະຣັຖ.
ໃນຂນະດຽວກັນ ນີ້ ທ່ານວິທູຣຍ໌ ກໍມີຄວາມເປັນ ຫ່ວງແລະບໍ່ຢາກໃຫ້ມີ ກາຣລົງມີກາຣ ກໍ່ສ້າງເຂື່ອນດັ່ງ ກ່າວນີ້ເທື່ອ ຈົນກວ່າທາງກາຣ ກ່ຽວຂ້ອງຈະໄດ້ ຮັບຟັງແລະພິຈາຣະນາ ຕາມຂໍ້ມູລຈາກ ພາຄສ່ວນ ປະຊາຊົນ ແລະ ອົງກາຣຈັດຕັ້ງອື່ນໆ ທີ່ມີຄວາມເປັນຫ່ວງ ນຳຜົລກະທົບຕໍ່ ຣະບົບນິເວສ ໃນລຸ່ມແມ່ນໍ້າຂອງ ເສັຽກ່ອນ:
“ກໍຢາກຮູ້ເຊັ່ນກັນວ່າ ເປັນຫຍັງຈຶ່ງ ຈະຟ້າວລົງມື ກໍ່ສ້າງແທ້? ທັ້ງໆທີ່ທາງອົງກາຣ ແມ່ນ້ຳຂອງ MRC ທີ່ສຶກສາເບິ່ງ ແລ້ວແລະວ່າ ກາຣສ້າງເຂື່ອນໃສ່ ແມ່ນ້ຳຂອງ ຈະສ້າງຜົລກະທົບ ເຮັດໃຫ້ເກີດກາຣ ປ່ຽນແປງຕໍ່ຣະບົບ ນິເວສ ຂອງແມ່ນ້ຳຂອງ ທີ່ຈະກະທົບກະເທືອນຕໍ່ ປະຊາຊົນທີ່ ອາສັຍຢູ່ຕາມ ແຄມແມ່ນ້ຳສາຍ ຫລັກດັ່ງກ່າວນີ້”.
ທ່ານວິທູນ ໄດ້ເນັ້ນເພີ່ມວ່າ ຄວນຈະໃຫ້ໂອກາສ ແກ່ພາຄສ່ວນກ່ຽວຂ້ອງ ອື່ນໆເຂົ້າມາມີ ສ່ວນຮ່ວມນຳກາຣແສດງ ຂໍ້ມູລວິຊາກາຣ ແລະຄວາມເຫັນຈາກ ປະຊາຊົນ ໂດຽທົ່ວໄປ ຮ່ວມກັບທາງ ບໍຣິສັດເຈົ້າ ຂອງສັມປະທານ ຕລອດຮອດຣັຖບາລໄທຽ ແລະ ສປປລາວ ນຳດ້ວຍ ເພື່ອຮັບປະກັນ ຜົລກະທົບຕໍ່ ນິເວສວິທຍາ ໃນລຸ່ມແມ່ນ້ຳຂອງ ດັ່ງກ່າວນີ້ເສັຽກ່ອນ.