ເຂື່ອນໄຟຟ້ານໍ້າຂອງ ທີ່ໄຊຍະບຸຣີ
2010.04.02
ໂຄງກາຣສ້າງເຂື່ອນ ໄຟຟ້ານ້ຳຕົກ ແຂວງໄຊຍະບຸຣີ ອາຈຈະເຣີ່ມລົງມື ກໍ່ສ້າງໃນໄວໆນີ້ ພາຍຫລັງທີ່ທາງ ຣັຖບາລ ອະນຸມັຕໃຫ້ ກາຣໄຟຟ້າຝ່າຍຜລິຕ ແຫ່ງປະເທສ ໄທຽ ຫລື Egat ຮັບຊື້ໄຟຟ້າ ຈາກໂຄງກາຣດັ່ງກ່າວ ແລະອາຈຈະມີກາຣ ເຊັນສັນຍາຢ່າງເປັນ ທາງກາຣ ຄາວມີກາຣປະຊຸມ ສຸດຍອດ ຄະນະກັມມາທິກາຣ ແມ່ນ້ຳຂອງ ຢູ່ເມືອງຫົວຫີນ ແຂວງ ປຣະຈວບຄີຣິຂັນ ໃນວັນທີ່ 2-5 ເມສາ ນີ້ ດັ່ງທ່ານ ວິທູຣຍ໌ ເພີ່ມພົງສາເຈຣີນ ຈາກເຄືອຂ່າຍພລັງງານ ແລະນິເວສວິທຍາ ແມ່ນ້ຳຂອງກ່າວວ່າ:
“ຣັຖບາລໄທຽ ອະນຸມັຕ ໃຫ້ກາຣໄຟຟ້າ ຝ່າຍຜລິຕ ລົງນາມໃນກາຣ ເຊັນສັນຍາຊື້ໄຟ ຈາກເຂື່ອນໄຊຍະບຸຣີ ຊຶ່ງທາງຝ່າຍລາວ ກັບບໍຣິສັທ ກໍໄດ້ຕົກລົງ ສັມປະທານກັນ ໄປແລ້ວ ເພາະສະນັ້ນ ຕໍ່ຈາກນີ້ ຖ້າທາງບໍຣິສັທ ຫາເງິນໄດ້ ກໍສ້າງໄດ້”.
ຄາວມີກາຣປະຊຸມ ຄະນະກັມມະກາຣ ນະໂຍບາຍພລັງງານ ແຫ່ງຊາຕ ຂອງໄທຽ ໃນມື້ວັນທີ່ 12 ມີນາ ຜ່ານມາ ກໍມີກາຣຕົກລົງ ໃຫ້ທາງກາຣໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ຮັບຊື້ໄຟຟ້າ ຈາກເຂື່ອນໄຊຍະບຸຣີ ດັ່ງກ່າວ ໃນຣາຄາປະມານ 2.159 ບາທ (ສອງບາທກວ່າ) ຕໍ່ໜ່ວຍ ໂດຽແມ່ນ ບໍຣິສັທ ຊ. ກາຣຊ່າງ ເປັນຜູ້ຮັບ ສັມປະທານ ຊຶ່ງຄາດວ່າ ໂຄງກາຣທັງໝົດ ຈະສ້າງແລ້ວສຳເຣັຈ ແລະ ສາມາດຜລິຕ ກະແສໄຟຟ້າ ເພື່ອສົ່ງຂາຍໃຫ້ ໄທຽໄດ້ ພາຍໃນປີ 2019. ສະນັ້ນ ກາຣລົງນາມ ຢ່າງເປັນທາງກາຣ ຣະຫວ່າງ ຣັຖບາລ ລາວ-ໄທຽ ກໍອາຈຈະມີຂຶ້ນ ທີ່ກອງປະຊຸມ ແມ່ນ້ຳ ຂອງຄັ້ງນີ້ ກໍເປັນໄດ້.
ປະເທສສະມາຊິກ ຂອງຄະນະກັມມາທິກາຣ ແມ່ນ້ຳຂອງ ມີຂໍ້ຕົກລົງວ່າ ຖ້າປະເທສໃດ ປະເທສໜຶ່ງ ຈະມີກາຣພັທນາ ໃນແມ່ນ້ຳຂອງ ຈະຕ້ອງໄດ້ແຈ້ງ ໃຫ້ປະເທສ ສະມາຊິກອື່ນໆ ໄດ້ຮູ້ຈັກນຳຢ່າງ ເປັນທາງກາຣ.
ຢ່າງໃດກໍຕາມ ໂຄງກາຣສ້າງເຂື່ອນ ໄຟຟ້າ ໃສ່ແມ່ນ້ຳຂອງ ທີ່ແຂວງ ໄຊຍະບຸຣີ ດັ່ງກ່າວ ເປັນເຂື່ອນແບບຝາຍ ນ້ຳລົ້ນ ທີ່ມີກຳໜົດ ສ້າງຂຶ້ນຢູ່ເໜືອ ເມືອງປາກລາຍ ໃນມູລຄ່າບໍ່ ຕໍ່າກວ່າ 2 ຕື້ດອລລາຣ໌ ສະຫະຣັຖ ແລະຄາດວ່າຈະ ສາມາດຜລິຕ ກະແສໄຟຟ້າ ໄດ້ເຖິງ 1,280 ເມກະວັຕ.









