ເຂື່ອນໄຟຟ້າ ເຊເຊັດ2 ເປີດນຳໃຊ້ ເປັນທາງການ ແລ້ວ
ໂຄງການ ເຂື່ອນໄຟຟ້າ ເຊເຊັດ2 ຊຶ່ງເປັນເຂື່ອນ ແຫ່ງທີ2 ໃນແມ່ນໍ້າເຊເຊັດ ທີ່ຕັ້ງຢູ່ຣະຫວ່າງ ແຂວງສາຣະວັນ ແລະ ຈໍາປາສັກ ໄດ້ກໍ່ສ້າງສໍາເຣັດ ເປັນທີ່ ຮຽບຮ້ອຍແລ້ວ.
-
ມະນີຈັນ
2009-09-11 -
-
-
Your browser doesn’t support HTML5 audio
ເຂື່ອນໄຟຟ້າ ເຊເຊັດ2 ໄດ້ເລີ້ມຜລິດ ກະແສໄຟຟ້າ ເປັນຄັ້ງທໍາອິດ, ໂດຍມີເປົ້າໝາຍ ສົ່ງໄປຂາຍໃຫ້ ວຽດນາມແລະໄທ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການພລັງ ງານແລະບໍ່ແຮ່ ແຂວງສາຣະວັນ:
"ແມ່ນແລ້ວເຮົາກໍ ໄດ້ນໍາໄຊ້ອີກ ປະມານເດືອນນຶ່ງ ວັນທີ9ນີ້, ຄືເຂື່ອນເຊເຊັດ2 ກະມີກໍາລັງ ຕິດຕັ້ງຢູ່ປະມານ 76ແມັກກາວັດ ແລະຕາມເງື່ອນໄຂ ເຮົາກໍຈະສົ່ງຂາຍ ວຽດນາມ ແດ່ສົ່ງເຂົ້າໄທ ແນ່."
ນອກຈາກສົ່ງຂາຍໄປ ຕ່າງປະເທດແລ້ວ ໄຟຟ້າສ່ວນນຶ່ງ ກໍຈະນໍາໃຊ້ ຢູ່ພາຍໃນແຂວງ ອັຕປື, ຈໍາປາສັກ, ສາຣະວັນ ແລະແຂວງເຊກອງ ຕາມຣະບົບຕາຂ່າຍ ໄຟຟ້າຂອງ ຣັຖວິສາຫະກິດ ໄຟຟ້າລາວ. ນອກຈາກການສ້າງ ຣາຍໄດ້ໂດຍກົງ ຈາກການຂາຍກະແສ ໄຟຟ້າທີ່ທາງ ໂຄງການເຂື່ອນຜລິດ ໄດ້ແລ້ວກໍຍັງມີ ໂຄງການພັທນາ ພື້ນທີ່ລຸ່ມເຂື່ອນ ໃຫ້ເປັນສຖານທີ່ ທ່ອງທ່ຽວທີ່ສໍາຄັນ ອີກແຫ່ງນຶ່ງຂອງ ແຂວງສາຣະວັນ. ເຈົ້າໜ້າທີ່ລາວ ກ່າວກ່ຽວກັບ ເຣື້ອງນີ້ວ່າ:
"ລຸ່ມລົງໄປຫັ້ນ ນອກຈາກທີ່ຈະຂາຍ ພລັງງານແລ້ວ, ເຮົາຈະເຮັດແຫລ່ງ ທ່ອງທ່ຽວນໍາ ມີແຫລ່ງທ່ອງທ່ຽວ ໄປນໍາຕາມຄວາມ ເໝາະສົມ. ເຂົ້າມາສວຍງາມແລ້ວ ໂຕນັ້ນ ຢູ່ໃນສູນທ່ອງທ່ຽວ ຕລອດເລີຍ."
ເຂື່ອນເຊເຊັດ 2 ເປັນເຂື່ອນນໍ້າລົ້ນ ຂນາດກາງ ເຮັດໃຫ້ບໍ່ມີ ຜົລກະທົບ ຕໍ່ສພາບແວດລ້ອມ ປ່າໄມ້ແລະ ແມ່ນໍ້າ ຫລາຍພໍເທົ່າໃດ, ທ່ານກ່າວ. ແຕ່ເຖິງຢ່າງໃດ ກໍຕາມ ຣາຍງານຂອງ ອົງການແມ່ນໍ້າ ສາກົລ ເມື່ອວັນທີ7 ສິງຫາຜ່ານມາ, ບອກວ່າ ເຂື່ອນດັ່ງກ່າວ ອາຈສົ່ງຜົລກະທົບ ຕໍ່ພືດພັນແລະ ສັດນໍ້າ ແລະຊາວບ້ານ ໃນພື້ນເມືອງ ທີ່ຢູ່ລຸ່ມ ເຂື່ອນນັ້ນ, ຈະເຮັດໃຫ້ບໍ່ ສາມາດອາສັຍ ທໍາມາຫາກິນ ຢູ່ໃນເຂດນັ້ນໄດ້ ຄືແຕ່ກ່ອນ ອີກຕໍ່ໄປ.