ປະຊາຊົນ ເລີ້ມໂຍກຍ້າຍ ຈາກບໍຣິເວນ ເຂື່ອນເທີນຫີນບູນ ພາກຂຍາຍ

ບໍຣິສັດໄຟຟ້າ ເທີນຫິນບູນ ເລິ້ມໂຍກຍ້າຍ ປະຊາຊົນ ຂັ້ນຕອນທີ່ສອງ ອອກຈາກບໍຣິເວນ ທີ່ຈະມີການຂຍາຍ ການສ້າງເຂື່ອນ ໄຟຟ້າ ເທີນຫິນບູນນັ້ນ ແລະປະຊາຊົນ ຈະມີທາງເລືອກ ຢູ່ສອງຢ່າງຄື ຈະໂຍກຍ້າຍໄປ ກັບໂຄງການ ຫລືຈະຮັບເງິນ ຄ່າຊົດເຊີຍແລ້ວ ໂຍກຍ້າຍ ດ້ວຍຕົນເອງ.
ອາວະຣີ
2009.10.06

ເຈົ້າໜ້າທີ່ໂຍກຍ້າຍ ຈັດສັນ ຂອງໂຄງການຂຍາຍ ເຂື່ອນໄຟຟ້າ ເທີນຫິນບູນ ທີ່ແຂວງບໍຣິຄຳໄຊ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

‘ເລິ້ມຈະສືບຕໍ່ ຣະຍະສອງແລ້ວ ກໍສືບຕໍ່ແຕ່ມັນ ຕ້ອງໄດ້ໃຊ້ເວລາ ຊ່ວງອາທິດທີ່ແລ້ວ ວິຊາການລົງໄປ ຫາທາບທາມ ຊາວບ້ານ ຮ່ວມກັບບໍຣິສັດ ແລະ ໄດ້ຂໍ້ມູນທີ່ວ່າ ຈະຕັດສິນໃຈ ໄປກັບໂຄງການ ຫລືຈະໄປ ດ້ວຍຕົນເອງ.”

ປັດຈຸບັນ ເຈົ້າໜ້າທີ່ກຳລັງ ສຳຣວດຈຳນວນ ປະຊາຊົນຕົວຈິງ ທີ່ຈະໂຍກຍ້າຍ ໄປກັບໂຄງການ ຫລືຈະໂຍກຍ້າຍ ດ້ວຍຕົນເອງ ຈະມີເທົ່າໃດ. ເຈົ້າໜ້າທີ່ທ່ານ ດຽວກັນນັ້ນກ່າວ ຢ້ຳຕື່ມວ່າ, ການສຳຣວດດັ່ງກ່າວ ຕ້ອງໃຊ້ ເວລາດົນນານ ເພາະວ່າ ເຈົ້າໜ້າທີ່ຕ້ອງ ອະທິບາຍໃຫ້ ປະຊາຊົນເຂົ້າໃຈ ກ່ອນຈະໂຍກຍ້າຍ.

ຫລັງຈາກຮູ້ຈຳນວນ ຢ່າງຄັກແນ່ແລ້ວ ເຈົ້າໜ້າທີ່ຈະຄິດ ໄລ່ຄ່າຊົດເຊີຍ ດັ່ງເຈົ້າໜ້າທີ່ ທ່ານນັ້ນເວົ້າໃນ ຕອນນຶ່ງອີກວ່າ:

“ຫລັງຈາກຮູ້ແລ້ວ ກໍກະຕຽມເງິນ ທົດແທນ ແລະ ກະຕຽມປຸກບ້ານ ໃຫ້ເຂົາເຈົ້າ ດຽວນີ້ກຳລັງ ຢູ່ບ້ານ 3,4,5,6 ຍັງບໍ່ໄດ້ ທົດແທນເທື່ອ ຍັງບໍ່ໄດ້ຄິດ ມີແຕ່ລົງໄປ ທາບທາມ.”

ເຈົ້າໜ້າທີ່ທ່ານນີ້ ອະທິບາຍຕື່ມວ່າ ໃນການໂຍກຍ້າຍ ຄັ້ງນີ້, ເຈົ້າໜ້າທີ່ບໍ່ໄດ້ ບັງຄັບປະຊາຊົນ ແຕ່ຢ່າງໃດ ເປີດໂອກາດໃຫ້ ພວກເຂົາຕັດສິນໃຈ ດ້ວຍຕົນເອງ ວ່າຈະໂຍກຍ້າຍ ກັບໂຄງການ ຫລືດ້ວຍຕົນເອງ. ໂຍກຍ້າຍກັບ ໂຄງການ ແປວ່າໂຍກຍ້າຍ ໄປຢູ່ບ້ານໃໝ່ ທີ່ເຈົ້າໜ້າທີ່ ຂອງບໍຣິສັດ ໄດ້ຈັດສັນໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.