ເຂື່ອນ ແລະ ຊັພຍາກອນ ທັມມະຊາດ

ການສ້າງເຂື່ອນ ໃນລາວ ຫາກຣັຖບານ ບໍ່ມີແຜນການ ທີ່ດີ ມັນກໍ່ຈະ ສົ່ງຜົນໃຫ້ ຊັພຍາກອນ ທັມມະຊາດ ສູນສີ້ນໄປ ຈາກ ປະເທດລາວ.

ປັດຈຸບັນ ໃນປະເທດລາວ ມີໂຄງການ ສ້າງເຂື່ອນ 70 ກວ່າແຫ່ງທົ່ວທຸກ ແຂວງໃນລາວ. ການສ້າງເຂື່ອນນັ້ນ ອາຈສົ່ງ ຜົລກະທົບ ໂດຍກົງໃສ່ ຊັພຍາກອນ ທັມມະຊາດ ແລະຕໍ່ຊາວລາວ ຫລາຍຄອບຄົວ ຂະນະທີ່ມີ ແນວໂນ້ມວ່າ ຈະຕ້ອງສູນເສັຽ ທີ່ທໍາມາ ຫາລ້ຽງຊີບ ຫາກໂຄງການ ທັງໝົດນັ້ນ ເກີດຂຶ້ນ ແລະທາງພາກ ຣັຖບານ ແລະໜ່ວຍງານ ທີ່ກ່ຽວຂ້ອງ ຫາກບໍ່ມີການ ວາງແຜນທີ່ດີ.

ເຈົ້າໜ້າທີ່ຫ້ອງການ ສີ່ງແວດລ້ອມ ແຂວງ ບໍລິຄໍາໄຊ ກ່າວກ່ຽວກັບ ເລື້ອງນີ້ວ່າ ໂດຍຈັດໃຫ້ ປະຊາຊົນ:

ເລື້ອງການສ້າງເຂື່ອນ ມີຜົລກະທົບ ແນ່ນອນຫາກ ຣັຖບານລາວ ບໍ່ມີແຜນ ຄຸ້ມຄອງເລື້ອງ ປ່າໄມ້ ເລື້ອງຕົ້ນນໍ້າ ລໍາທານ ຖ້າຫາກ ບໍ່ມີວິທີການ ປ້ອງກັນທີ່ດີ ຄິດວ່າ ໃນອານາຄົດ ການຕັດໄມ້ ທໍາລາຍປ່າ ທີ່ຕົ້ນນໍ້າ ອາຈເຮັດໃຫ້ ທຸກສີ່ງທຸກຢ່າງ ຊີວະນາໆພັນ ມັນຈະ ເຫືອດຫາຍໄປ ພ້ອມກັນກັບ ຄວາມແຫ້ງແລ້ງ.

ແລະວ່າໂຄງການ ເຂື່ອນໄຟຟ້າ ຂະໜາດໃຫຍ່ ໃນລາວ ປັດຈຸບັນ ສົ່ງຜົລໃຫ້ ຊາວລາວ ປະສົບກັບຄວາມ ຍາກຈົນຫລາຍຂຶ້ນ ເມື່ອຖືກໂຍກຍ້າຍ ບໍ່ມີລາຍໄດ້ ເທົ່າທີ່ ເຄີຍໄດ້ ຄືແຕ່ກ່ອນນັ້ນ ແລະຊາວບ້ານໃນ ພື້ນທີ່ອື່ນໆ ຕ້ອງສູນເສັຽ ອາຊີບການຫາປາ ແລະສວນພືດຜັກ ແຄມຂອງໂດຍ ບໍ່ໄດ້ຮັບຄ່າ ຊົດເຊີຍຫລືຄ່າ ທົດແທນ ທີ່ດິນ ຢ່າງບໍ່ເໝາະສົມ ແລະ ກໍມີໂຄງການ ສ້າງເຂື່ອນອຶ່ນໆ ທີ່ໄດ້ຮັບການ ອະນຸມັດ ແລ້ວນັ້ນ ກໍມີການ ເອົາໃຈໃສ່ ຫລຸດລົງ ໃນເລື້ອງສັງຄົມ ແລະສີ່ງແວດລ້ອມ.

ຢ່າງໃດກໍຕາມ ທົ່ວໄປແລ້ວ ໂຄງການສ້າງເຂື່ອນ ຕ່າງໆໃນລາວ ກໍມີຂໍ້ດີ ສາມາດຊ່ວຍໃຫ້ ປະຊາຊົນ ຫລຸດພົ້ນຈາກ ຄວາມຍາກຈົນໄດ້ ຕາມນະໂຍບາຍ ຂອງທາງ ຣັຖບານ. ເຈົ້າໜ້າທີ່ລາວ ກ່າວເນັ້ນຕື່ມເຖິງ ຜົລກະທົບ ໃນດ້ານຕ່າງໆ ຈາກການສ້າງເຂື່ອນ ວ່າ:

ແຕ່ວ່າຕ້ອງ ປັບປຸງ ວິທີເຮັດວຽກ ຂອງນໜ່ວຍງານ ຣັຖບານ ຕ້ອງເຮັດຢ່າງ ເອົາຈິງເອົາຈັງ ທາງດ້ານ ຄຸ້ມຄອງ ດ້ານສີ່ງແວດລ້ອມ.

ໃນຕອນທ້າຍ ເຈົ້າໜ້າທີ່ລາວ ທ່ານນີ້ ກ່າວຕື່ມວ່າ ໂຄງການ ກໍ່ສ້າງເຂື່ອນ ໃນລາວບໍ່ແມ່ນ ອົງການເພື່ອ ຊັພຍາກອນນໍ້າ ແລະສີ່ງແວດລ້ອມ ເປັນຜູ້ ອະນຸມັດ ແຜນ ທາງສັງຄົມແລະ ສີ່ງແວດລ້ອມ ຂອງໂຄງການ ຍ້ອນຂາດ ງົບປະມານ ແລະບຸຄລາກອນ ເພື່ອຕິດຕາມ ກວດກາ ໂຄງການເຂື່ອນ ໃນຣະຫວ່າງການ ກໍ່ສ້າງຫລື ໃນຣະຫວ່າງການ ດໍາເນີນໂຄງການ ດັ່ງນັ້ນ ໂຄງການທີ່ເປັນ ອັນຕະຣາຍ ກໍຍັງຈະ ດໍາເນີນຢູ່ຕໍ່ໄປ ໂດຍບໍ່ມີ ການກວດສອບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org