ວຽດນາມວິຕົກນໍາ ການສ້າງເຂື່ອນໃສ່ນໍ້າຂອງ ໃນລາວ

ວຽດນາມ ເປັນນຶ່ງ ໃນບັນດາ ປະເທດ ສະມາຊິກ ຄນະກັມມາທິການ ແມ່ນໍ້າຂອງ MRC ສະແດງຄວາມ ເປັນຫ່ວງ ໃນເລື້ອງຜົລ ກະທົບ ທີ່ຈະເກີດ ຈາກການ ສ້າງເຂື່ອນ ໃສ່ແມ່ນໍ້າ ສາຍຫລັກ.
ມະນີຈັນ
2010.08.11

ການສ້າງເຂື່ອນ ໃສ່ແມ່ນໍ້າ ສາຍຫລັກ ແມ່ນໍ້າຂອງ ຊຶ່ງຈະເຮັດ ໃຫ້ເກີດການ ປ່ຽນແປງ ໃນພື້ນທີ່ ຜລິດ ກະສິກັມ ທີ່ສໍາຄັນ ຂອງປະເທດ ແລະ ກໍເຖິງເວລາ ທີ່ປະເທດ ສະມາຊິກ MRC ຈະຍົກບັນຫາ ການຈັດການ ຊັພຍາກອນນໍ້າ ຂຶ້ນຫາຣືກັນ ຢ່າງຈິງຈັງ ເປັນທາງການ. ຕາມຄໍາເວົ້າ ຂອງທ່ານ ວິທູນ ເພີ່ມພົງສາຈະເຣີນ ນັກວິຊາການ ມູນນິທິ ຟື້ນຟູຊີວິດ ແລະ ທັມມະຊາດ:

"ທ່ານວ່າ ຝ່າຍຕົວແທນ ຣັຖບານ ວຽດນາມ ກໍໄດ້ ສະແດງຄວາມ ວິຕົກກັງວົນ ຕໍ່ການທີ່ ຈະສ້າງເຂື່ອນ ເຫລົ່ານັ້ນ ຊຶ່ງເປັນສິ່ງ ທີ່ຣັຖບານ ທັງ 4 ປະເທດ ຄວນຍົກຂຶ້ນ ຫາຣືກັນ ຢ່າງຈິງຈັງ ໄດ້ແລ້ວ".

ທ່ານ ວິທູນ ກ່າວຕໍ່ໄປວ່າ ໃນກອງປະຊຸມ ເລື້ອງສະພາບ ແວດລ້ອມ ທີ່ກ່ຽວຂ້ອງ ກັບໂຄງການ ເຂື່ອນໄຟຟ້າ ນໍ້າຕົກ ທີ່ມີການ ສເນີສ້າງໃສ່ ແມ່ນໍ້າຂອງ ເມື່ອວັນທີ 28-29 ມິຖຸນາ ປີ 2010 ຢູ່ນະຄອນ ໂຮຈິມິນ ພາກສ່ວນຝ່າຍ ບໍຣິຫານ ຈັດການນໍ້າ ຂອງ ວຽດນາມ ໄດ້ກ່າວໄປໂດຍ ບໍ່ມີການ ສຶກສາ ກ່ຽວກັບການ ຈັດການ ຊັພຍາກອນນໍ້າ ໂດຍລວມ ຂອງແມ່ນໍ້າຂອງ ຢ່າງລະອຽດ.

ການສ້າງເຂື່ອນ ກັ້ນແມ່ນໍ້າ ສາຍຫລັກ ຫລາຍເຂື່ອນຕໍ່ໆກັນ ຈະເຮັດໃຫ້ ກະແສນໍ້າ ແລະ ປະຣິມານນໍ້າ ມີການປ່ຽນແປງ ພື້ນທີ່ ເຂດປາກແບ່ງ ແມ່ນໍ້າຂອງ ຊຶ່ງເປັນ ແຫລ່ງກະສິກັມ ທີ່ສໍາຄັນນັ້ນ ຈະຖືກ ກະທົບກະເທືອນ ຈາກນໍ້າທະເລ ໝູນເຂົ້າມາ ຈົນເຮັດໃຫ້ ເກີດບັນຫາ ດິນເຄັມ ບໍ່ສາມາດ ທີ່ຈະປູກຝັງໄດ້ ຄືເກົ່າ.

ການສຶກສາ ຜົລກະທົບ ຕ່າງໆ ໃນລະຍະ ທີ່ຜ່ານມາ ຈໍາກັດໃນ ຂອບເຂດແຄບ ບໍ່ມີການ ເຊື່ອມໂຍງ ຂໍ້ມູນໃຫ້ ເຫັນພາບໃຫຍ່ ຈຶ່ງຄວນມີ ການສຶກສາ ຢ່າງຮີບດ່ວນ ເພື່ອທີ່ຈະ ໄດ້ຮັບຮູ້ ຜົລດີ ແລະຜົລຮ້າຍ ທີ່ຈະເກີດຂຶ້ນ ຕໍ່ພູມີພາກ ກ່ອນທີ່ ໂຄງການພັທນາ ຈະເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.