ທ່ານ ສີສວັນ ຈັນທະພັຍບູນ, ຫົວຫນ້າ ຜແນກການລົງທຶນ ທີ່ແຂວງອັຕປື, ເວົ້າວ່າ:
"ບໍຣີສັດ ຊົດດາ ຮາໂນຍ mou ກັບຣັຖບານ ໄດ້ເຊັນແລ້ວ ບັດນີ້ ມາປະຊຸມ ຢູ່ແຂວງອັຕປື ແມ່ນເພື່ອມາຕົກລົງກັນ ໃນຂັ້ນພື້ນຖານ ເພື່ອມາ ປະຕິບັດ, ແຂວງກຳລັງອະນຸຍາດ ໃຫ້ສຳຣວດເຂື່ອນໄຟຟ້າ ເຊກອງ 4 ຈະໃຊ້ເວລາ 18 ເດືອນ ໃຫ້ແລ້ວ. ຖືວ່າ ຈະຂາຍອອກສູ່ 3 ເປົ້າຫມາຍ ນື່ງໄທ, ສອງວຽດນາມ ແລະ ສາມຂເມນ.
ທ່ານກ່າວ ເພີ້ມອີກວ່າ ບໍຣີສັດ ສົງດ້າ ຮາໂນຍ ຂອງວຽດ ຈະເປັນຜູ້ລົງທືນ ໃນການກໍ່ສ້າງ ແລະ ກໍ່ຈະໃຊ້ເວລາ ໃນການສຳຣວດ ປະມານ 18 ເດືອນ ແລ້ວກໍ່ຈະເອົາຂໍ້ມູນ ຈາກການສຳຣວດ ໄປສເນີ ຕໍ່ຣັຖບານລາວ ເພື່ອຂໍອະນຸຍາດ ການສຳປະທານ ໃນການກໍ່ສ້າງ. ທ່ານວ່າ ອາດຈະມີນ້ຳຖ້ວມ ໃນຫລາຍພື້ນທີ່ ແລະ ຈະໄດ້ໂຍກຍ້າຍ ປະຊາຊົນ ໄປເຂດອື່ນ. ບໍຣິສັດດັ່ງກ່າວ ກໍ່ພ້ອມແລ້ວ ທີ່ຈະຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ. ເຂື່ອນເຊກອງ 4 ຈະສາມາດຜລິດກະແສໄຟຟ້າໄດ້ ປະມານ 250 ເມກາວັດ ແລະ ສ່ວນໃຫຍ່ກໍ່ຈະຂາຍໃຫ້ແກ່ ປະເທດເພື່ອນບ້ານ ຣັຖບານລາວ ມີຫຸ້ນສ່ວນ ໃນໂຄງການ 25 ສ່ວນຮ້ອຍ.
ແຂວງອັຕປື ນອກຈາກ ຈະມີເຂື່ນນໄຟຟ້າ ເຊກອງ 4 ແລ້ວ ກໍ່ຍັງມີເຂື່ອນໄຟຟ້າ ເຊຄະເມນນື່ງ ຂນາດ 460 ເມກາວັດ ທີ່ບໍຣີສັດ ວຽດນາມສ້າງ ໃກ້ຈະສຳເຣັດແລ້ວ. ນອກຈາກນັ້ນ ກໍ່ຍັງມີເຂື່ອນນ້ຳກົງ 3 ແລະ ນື່ງ ຂນາດ 250 ເມກາວັດ, ຊື່ງບໍຣີສັດ ຣັດເຊັຽ ກຳລັງສືກສາ ຄວາມເປັນໄປໄດ້ຢູ່ ແລະ ໂຄງການເຂື່ອນ ໄຟຟ້າເຊປ່ຽນ ແລະ ເຊນ້ຳນ້ອຍ ທີ່ບໍຣີສັດເກົາຫລີໃຕ້ ກຳລັງສົນໃຈ ທີ່ຢາກເຂົ້າມາສືກສາ ຄວາມເປັນໄປໄດ້.
ແຂວງອັຕປື ເປັນແຂວງ ທີ່ມີສັກະຍະພາບສູງ ທາງດ້ານພະລັງງານໄຟຟ້າ ເຫມືອນກັບ ແຂວງອື່ນໆ ຫລາຍແຂວງ ໃນລາວ.
