ໂຄງການສ້າງເຂື່ອນ ແຂວງຈໍາປາສັກ

ສປປລາວ ມີໂຄງການຈະສ້າງ ເຂື່ອນໄຟຟ້າ ນ້ຳຕົກອີກແປດແຫ່ງ ຢູ່ແຂວງຈຳປາສັກ.
ໂພໄຊສວັດ
2010.01.26

ເຈົ້າໜ້າທີ່ຜແນກ ພະລັງງານແລະບໍ່ແຮ່ ແຂວງຈຳປາສັກ ເປີດເຜີຍວ່າ ປັດຈຸບັນນີ້ແຂວງຈຳປາສັກ ກຳລັງສຳຣວດ ຄວາມເປັນໄປໄດ້ ຂອງໂຄງການເຂື່ອນໄຟຟ້າ ນ້ຳຕົກຂນາດນ້ອຍ ປະມານແປດໂຄງການ. ຖ້າຫາກຮວມກັບ ໂຄງການຂນາດກາງແລ້ວ ທັງໝົດຈະມີ 19ໂຄງການ ແລະຖ້າຫາກວ່າ ທຸກໆໂຄງການໄດ້ຮັບ ການອະນຸມັດ ແຂວງຈຳປາສັກ ກໍຈະກາຍເປັນແຫລ່ງ ຜລິດແລະຈຳໜ່າຍໄຟຟ້າ ລາຍໃຫຍ່ໃນພູມີພາກ ໃນອະນາຄົດ ໂດຍຈະສາມາດ ຜລິດໄຟຟ້າໄດ້ເຖິງ 4,000ເມັກກາວັດ. ທ່ານເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ເຂື່ອນນ້ອຍເຮົາຮັບໃຊ້ໃນ 5ເມກລົງມາ ພວກເຮົາເຊັນ ເຂົາຍັງສຶກສາສຳຣວດຢູ່ ກໍບໍ່ໄດ້ຫລາຍ ພວກເຮົາເຊັນກໍ7-8 ໂຄງການນີ້ແຫລະ ຂອງເອກກະຊົນ ພາຍໃນເຮົາ".

ທ່ານກ່າວຕື່ມວ່າ ການສຳຣວດ ຄວາມເປັນໄປໄດ້ ຂອງໂຄງການສ້າງເຂື່ອນໄຟຟ້າ ນ້ຳຕົກຂນາດນ້ອຍ ໃນແຂວງຈຳປາສັກ ສ່ວນຫລາຍຈະຢູ່ ບໍຣິເວນ ເມືອງປາກຊ່ອງ ຕາມແມ່ນ້ຳສາຍຕ່າງໆ ເຊັ່ນນ້ຳເຊປ່ຽນ ແລະ ຫ້ວຍຈຳປີ ຊຶ່ງແຕ່ລະໂຄງການ ຈະໃຊ້ເວລາ ສຳຣວດປະມານ 18 ເດືອນ. ທ່ານເວົ້າອີກວ່າ:

"ກໍມີແຜນແຕ່ວ່າ ເປັນໄປໄດ້ຫລືບໍ່ໄດ້ ຫລືບໍ່ມັນຕ້ອງຂື້ນຂັ້ນ ຕອນການສຳຣວດ ຕ້ອງໄດ້ເບິ່ງວ່າ ດ້ານບວກດ້ານລົບ ການທີ່ເຮົາສ້າງມາ ມີຜົນປໂຍດຫຍັງແດ່ ອາດຈະເປັນໄປໄດ້ ເພາະວ່າຢູ່ແຂວງເຮົານີ້ ຈະເປັນເງື່ອນໄຂອັນນຶ່ງ ທີ່ອຳນວຍທາງດ້ານ ທັມມະຊາດ ພູມີສຖານ ອີ່ຫຍັງຕ່າງໆ ກໍສາມາດເປັນໄປໄດ້".

ຫົວໜ້າຜແນກ ພະລັງງານແລະບໍ່ແຮ່ ແຂວງຈຳປາສັກ ດຣ ບຸນຖອງ ດີວິໄຊ ອະທິບາຍ ກ່ຽວກັບເຣື້ອງນີ້ວ່າ ໃນຈຳນວນໂຄງການ ສ້າງເຂື່ອນໄຟຟ້ານ້ຳຕົກ 19ໂຄງການ ທັງຂນາດນ້ອຍ ແລະ ຂນາດກາງທີ່ໄດ້ເຊັນ MoU ໄປແລ້ວ ບາງໂຄງການກໍຢູ່ ໃນລະຫວ່າງການສຳຣວດ ແລະບາງໂຄງການ ກໍສຳຣວດເສັດຊິ້ນ ໄປແລ້ວ ແລະບາງໂຄງການ ກໍກຳລັງກໍ່ສ້າງຢູ່ ແລະ ຄາດວ່າຈະໃຫ້ສຳເຣັດ ແລະຜລິດໄຟຟ້າໄດ້ ພາຍໃນປີ 2013.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.