ກໍ່ສ້າງ ເຂື່ອນນ້ຳເທີນ 2 ສຳເຣັດແລ້ວ 85%

ຝຣັ່ງເສດ ຖືຫຸ້ນ 35%. ຈະເລີ່ມ ອັດປະຕູເຂື່ອນ ຕົ້ນຣະດູຮ້ອນ ປີ 2008 ແລະ ຄາດວ່າ ຈະຜລິດ ໄຟຟ້າໄດ້ ໃນປີ 2009

0:00 / 0:00

ບໍຣີສັດ ໄຟຟ້າ ຝຣັ່ງເສດ ລາຍງານ ຄວາມຄືບໜ້າ ຂອງໂຄງການ ສ້າງເຂື່ອນໄຟຟ້າ ນ້ຳເທີນ 2 ໃນເວລານີ້ ວ່າ ຢູ່ໃນຂັ້ນຕອນ ທີ່ສຳຄັນ ໃນຣະບົບ ການສ້າງເຂື່ອນໄຟຟ້າ ໂດຍທົ່ວໄປ ຊຶ່ງທາງບໍຣີສັດ ຜູ້ກໍ່ສ້າງ ກຳລັງເປັ່ງນ້ຳ ເຂົ້າໃນ ອ່າງ ເກັບນ້ຳ ທີ່ຈະສາມາດ ໃຫ້ບັນຈຸນ້ຳໄດ້ ໃນປາຣີມານ ກວ່າ 3,000 ລ້ານ ແມ໊ດກ້ອນ ໃນເຂດ ອ່າງເກັບນ້ຳ ທົ່ງພຽງນາກາຍ ເພື່ອທີ່ຈະໃຊ້ ໃນການປັ່ນໄຟຟ້າ ດ້ວຍການອັດອຸປມົງແປວນ້ຳ ທີ່ໄຫລລົງໃສ່ ເຊບັງໄຟ ໃຫ້ໄຫລເຂົ້າໃນ ອ່າງເກັບນ້ຳຫນ້າເຂື່ອນ ໃນຣະດູຝົນ ປີນີ້.

ລາຍງານ ຣະບຸວ່າ ໂຄງການ ສ້າງເຂື່ອນ ໄຟຟ້ານ້ຳເທີນ 2 ສຳເຣັດໄປແລ້ວ 85% ແລະ ພາກສ່ວນຕໍ່ໄປ ກໍຈະເລີ້ມ ໃນຕົ້ນຣະດູຮ້ອນ ປີ 2008 ດ້ວຍການອັດ ປະຕູເຂື່ອນ ເພື່ອເປັ່ງນ້ຳ ເຂົ້າໃນອ່າງເກັບນ້ຳ ໃຫ້ພຽງພໍ່ ສຳລັບ ການປັ່ນໄຟຟ້າ. ບໍຣີສັດ ໄຟຟ້າຝຣັ່ງເສດ ແມ່ນນຶ່ງໃນຈຳນວນ ຜູ້ທີ່ຖືຫຸ້ນ ໃນໂຄງການ ດັ່ງກ່າວ 35% ເວົ້າວ່າ ໂຄງການ ເຂື່ອນນ້ຳເທີນ 2 ເປັນສິ່ງຈຳເປັນ ເພື່ອຜລິດ ກະແສໄຟ້ຟ້າ ໃຫ້ແກ່ລາວ ແລະ ປະເທດໄທ; ແລະວ່າ ໂຄງການນີ້ ຈະສາມາດ ດຳເນີນກິດຈການໄດ້ ໃນປີ 2009. ກຸ່ມບໍຣີຫານ ນ້ຳເທີນ 2 ຈະເປັນ ຜູ້ບໍຣີຫານ ໂຄງການ ດັ່ງກ່າວ ແລະ ບໍຣີສັດ ໄຟຟ້າຝຣັ່ງເສດ ກໍ່ແມ່ນນຶ່ງ ໃນຈຳນວນ ຜູ້ບໍຣີຫານ.

ໃນເວລາດຽວກັນ, ໃນຂນະທີ່ມີ ການຣະບາຍນ້ຳ ເຂົ້າອ່າງເກັບນ້ຳຢູ່ນັ້ນ ບໍຣີສັດໄຟຟ້າຝຣັ່ງເສດ ກໍ່ຈະຕັ້ງ ຫ້ອງທົດລອງຂື້ນ ເພື່ອວີຈັຍ ສພາບນ້ຳເສັຍ ແລະ ຄຸນນະພາບ ຂອງນ້ຳ ໃນເຂດອ່າງເກັບນ້ຳ ເພື່ອຈະມາໃຊ້ ເປັນຄວາມຮູ້ ໃນ ການພັທນາ ເຂື່ອນໄຟ້ຟ້າ ໃນເຂດ ປະເທດເມືອງຮ້ອນ ໃນອານາຄົດ.