ບໍຣິການ ຣົຖໄຟ ເຊື່ອມຕໍ່ ລາວ-ໄທ
ພິທີ ເປີດໃຊ້ ບໍຣິການຣົຖໄຟ ເຊື່ອມຕໍ່ ລາວ-ໄທ ຄັນທໍາອິດ ຈັດຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າວັນພະຫັດ ທີ 5 ມີນາ
-
ຈະເຣີນສຸກ
2009-03-05 -
-
-
Your browser doesn’t support HTML5 audio
ພິທີ ເປີດໃຊ້ບໍຣິການ ຣົຖໄຟ ຄັ້ງປວັດສາດ ເຊື່ອມຕໍ່ ວຽງຈັນ-ໜອງຄາຍ ຈັດຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າ ວັນພະຫັດ ທີ 5 ມີນານີ້, ໂດຍມີເຈົ້າໜ້າທີ່ ຣະດັບສູງ ຂອງສອງປະເທດ ເຂົ້າຮ່ວມ.
ການເປີດພິທີ ດັ່ງກ່າວ ເຣີ້ມຈາກ ຝ່າຍໄທ, ໂດຍ ມີສົມເດັດ ພຣະເທບ ພຣະຣັຕນະ ຣາຊສຸດາ ສຍາມ ບໍຣົມມະຣາຊກຸມາຣີ ສະເດັດ ເປີດ ແລະ ສະເດັດ ພຣະຣາຊດໍາເນີນ ໂດຍຣົຖໄຟ ພຣະທີ່ນັ່ງ ຂ້າມຂົວ ມິຕພາບ ລາວ-ໄທ ໄປຍັງ ສະຖານີ ຣົຖໄຟ ທ່ານາແລ້ງ, ເມືອງຫາດຊາຍຟອງ, ເພື່ອເປີດພິທີ ທີ່ຝັ່ງລາວ, ຊຶ່ງຝ່າຍລາວ ແມ່ນ ທ່ານ ບຸນຍັງ ວໍຣະຈິດ, ຮອງປະທານ ປະເທດລາວ, ເຈົ້າໜ້າທີ່ ຣະດັບສູງ ແລະ ປະຊາຊົນລາວ ເຝົ້າລໍຖ້າຮັບ.
ເຈົ້າໜ້າທີ່ ຣະດັບສູງ ຝ່າຍລາວ ກ່າວໃນພິທີ ໃນຕອນນຶ່ງ ວ່າ:
“ຂໍອວຍພອນແດ່ ສາຍພົວພັນ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສອງປະເທດລາວ, ໄທ ຈົ່ງຍືນຍົງ ແລະ ໝັ້ນຄົງ ຕລອດກາລນານ ໃນໂອກາດ ອັນສງ່າຣາສີນີ້, ຂ້າພະເຈົ້າ ຂໍປະກາດ ເປີດ ການນໍາໃຊ້ ເສັ້ນທາງຣັຖໄຟ ແຕ່ ຈາກຂົວມິຕພາບ ທ່ານາແລ້ງ ນະຄອນຫລວງວຽງຈັນ ຢ່າງເປັນທາງການ ນັບແຕ່ ເວລານີ້ ເປັນຕົ້ນໄປ.”
ສໍາລັບ ການບໍຣິການນັ້ນ, ກໍານົດຂຶ້ນ ມື້ລະ 4 ຖ້ຽວ ໄປ ແລະ ກັບ ເປັນຂະບວນ ກຸງເທບ-ວຽງຈັນ ມື້ລະ 1 ຖ້ຽວ ແລະ ມີຣົຖໄຟ ລະຍະສັ້ນ ໜອງຄາຍ-ວຽງຈັນ ອີກ 1 ຖ້ຽວ, ຄ່າບໍຣິການ ຕັ້ງແຕ່ 20 ບາດ ຫາ 80 ບາດ.