ແຂວງຫົວພັນຕ້ອງການ ເພີ້ມພະນັກງານຣັຖ

ຜູ້ແທນ ແຂວງຫົວພັນ ຕ້ອງການຢາກ ໃຫ້ຣັຖບານເພີ້ມ ພະນັກງານຣັຖ ເພື່ອບໍຣິຫານ ການພັທນາໃໝ່ໆ.
ໂພໄຊສວັດ
2010.07.02

ຜູ້ແທນແຂວງຫົວພັນ ຕ້ອງການຢາກໃຫ້ ຣັຖບານ ຮັບພະນັກງານ ຣັຖຕື່ມ ເພື່ອບໍຣິຫານ ການພັທນາໃໝ່ໆ. ທ່ານຄຳເຫລັກ ແກ້ວສົມພັນ ສະມາຊິກ ສະພາ ແຫ່ງຊາດ ແຂວງຫົວພັນ ສເນີໃຫ້ຣັຖບານ ຈັດຫາໂຄຕາ ການອະນຸມັດ ຮັບເອົາ ພະນັກງານຣັຖ ໃຫ້ໄວຂື້ນເພາະວ່າ ກົມກອງຂອງພາກຣັຖ ທັງຂັ້ນສູນກາງ ແລະທ້ອງຖິ່ນ ກຳລັງຂາດແຄນ ພະນັກງານຣັຖ ເພື່ອມາປະຕິບັດ ໜ້າທີ່ວຽກງານ ຂອງຣັຖ ໃຫ້ພຽບພ້ອມໄປກັບ ການຂຍາຍຕົວ ຂອງເສຖກິດ ແລະສັງຄົມ. ທ່ານວ່າ ທາງການຕ້ອງໄດ້ ແກ້ໄຂບັນຫາ ນີ້ຢ່າງຮີບດ່ວນ:

"ດຽວນີ້ຄວາມຕ້ອງ ການພະນັກງານ ໃນແຕ່ລະຂແນງ ການອະນຸມັດ ໂຄຕາ ພະນັກງານ ມັນສວນທາງກັນ ດັ່ງນັ້ນບັນຫານີ້ ພວກເຮົາຊິສົມທົບ ກັນແນວໃດ ໃຫ້ມັນມີໂຕເລກ ພຽງພໍກັບຄວາມ ຕ້ອງການ".

ທ່ານເວົ້າຕໍ່ໄປວ່າ ການຂຍາຍໂຕທາງ ເສຖກິດ ເຮັດໃຫ້ສະພາບ ສັງຄົມ ປ່ຽນແປງຢ່າງວ່ອງໄວ ທຸຣະກິດ ກໍຂຍາຍໂຕ ແລະ ບັນຫາສັງຄົມ ຕ່າງໆກໍເກີດ ຂື້ນຢ່າງກວ້າງຂວາງ. ຣັຖບານ ທີ່ມີໜ້າທີ່ ປົກຄອງ ແລະບໍຣິຫານ ຈຶ່ງຈຳເປັນຕ້ອງໄດ້ ຊອກຫາຈຳນວນ ພະນັກງານຣັຖ ທີ່ມີຄຸນນະພາບ ແລະພຽງພໍ ກັບການພັທນາ ໃນປັດຈຸບັນ. ທີ່ຜ່ານມາເຫັນວ່າ ພະນັກງານຣັຖ ຍັງບໍ່ພຽງພໍ ແລະຍັງສັບສົນ ກັບການປະຕິບັດ ວຽກງານ ໂດຍສະເພາະການ ບໍຣິຫານ ການພັທນາໃໝ່ໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.