ທາງກາຣລາວຕ້ອງໄດ້ ສໍາຣວດທີ່ດິນຄືນໃໝ່
ທາງກາຣລາວ ຍັງຈະຕ້ອງໄດ້ ກວດກາທີ່ດິນ ຄືນໃໝ່ ຍ້ອນຍັງມີບັນຫາ ທີ່ດິນທັບຊ້ອນ ຣະຫວ່າງທີ່ດິນ ຂອງປະຊາຊົນ ແລະທີ່ດິນ ໃຫ້ໂຄງກາຣ ສັມປະທານ.
-
ຫວາດ ສີມູນ
2010-04-08 -
-
-
Your browser doesn’t support HTML5 audio
ໃນປັຈຈຸບັນນີ້ ທາງກາຣລາວ ຍັງມີບັນຫາ ເຣື່ອງທີ່ດິນທັບຊ້ອນ ຣະຫວ່າງທີ່ດິນຂອງ ປະຊາຊົນ ແລະທີ່ດິນ ທີ່ໂຄງກາຣຕ່າງໆ ໄດ້ຮັບສັມປະທານ, ສະນັ້ນຈຶ່ງຕ້ອງ ໄດ້ມີກາຣກວດກາ ຄືນໃໝ່ຢ່າງຖີ່ຖ້ວນ ແລະກໍເປັນບັນຫາ ທີ່ແກ້ໄຂໄດ້ຍາກ ດັ່ງເຈົ້າໜ້າທີ່ ຈາກຫ້ອງກາຣອົງກາຣ ຄຸ້ມຄອງທີ່ດິນ ແຫ່ງຊາຕ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:
“ຫລາຍສາເຫຕ ເຊັ່ນວ່າ ລົງຣອຍກັນບໍ່ໄດ້ ອັນທີ່ສອງມາ ມັນກໍມີ ເຂົາເອົາຂໍ້ມູລ ບໍ່ຈະບໍ່ແຈ້ງບໍ? ຫລືວ່າມັນມີແນວໃດ ມັນຫລາຍໆ ປັຈຈັຍຕ້ອງໄດ້ ສຶກສາ ແຕ່ລະໂຄງກາຣ ຕົວນີ້ຕ້ອງໄດ້ ກວດຄືນ ຈະແກ້ໄຂ ບ່ອນບັນຫາໃດ ຖ້າວ່າເຫັນສົມຄວນ ແກ້ໄຂບໍ່ໄດ້ ມັນບາງເທື່ອ ກໍຍົກເລີກ ໂຄງກາຣ”.
ພ້ອມດຽວກັນນີ້ ທ່ານກໍວ່າ ທີ່ໂຄງກາຣໄປກວມ ເອົາພື້ນທີ່ດິນ ທີ່ປະຊາຊົນ ໃຊ້ເປັນບ່ອນ ທຳມາຫາກິນນັ້ນ ຈະຕ້ອງໃຫ້ມີກາຣ ຈ່າຍຄ່າເວນຄືນ ໃຫ້ຜູ້ເປັນເຈົ້າຂອງ ແຕ່ໃນເມື່ອຫາກ ບໍ່ສາມາດຕົກລົງ ກັນໄດ້ ທາງຄະນະກັມກາຣ ຜູ້ກວດກາ ຂອງຣັຖບາລ ຈະເປັນຜູ້ປະເມີນ ຣາຄາທີ່ດິນ ຊຶ່ງກໍເປັນກາຣເຮັດ ໃຫ້ປະຊາຊົນ ຜູ້ໄດ້ຮັບ ຜົລກະທົບເກິດ ຄວາມບໍ່ພໍໃຈ ຍ້ອນເປັນຈຳນວນເງິນ ທີ່ນ້ອຍກວ່າຈຳນວນ ທີ່ຄວນໄດ້ຮັບ.
ຢ່າງໃດກໍຕາມ ບັນຫາທີ່ມີ ທີ່ດິນທັບຊ້ອນ ດັ່ງກ່າວ ກໍຍ້ອນວ່າເຣື່ອງ ກາຣຈັດສັນທີ່ດິນ ໃນ ສປປລາວ ຍັງບໍ່ເປັນໄປ ຕາມຣະບຽບກາຣ ຈຶ່ງເກີດມີຊ່ອງວ່າງ ດ້ານຄວາມຖືກຕ້ອງ ແລະ ຄວາມບໍ່ຖືກຕ້ອງ:
“ເປັນບັນຫາທີ່ວ່າ ຫຍຸ້ງຍາກຢູ່ໃນ ປະເທສລາວ ເພາະວ່າພວກເຮົາ ຍັງບໍ່ທັນໄດ້ ຈັດສັນໃຫ້ມັນ ລະອຽດ ແຕ່ລະຕອນດິນ ແລະມັນກໍເກີດມີ ກາຣຊ່ອງວ່າງ ເພື່ອວ່າແກ້ບັນຫາ ບໍ່ໃຫ້ມັນມີບັນຫາ ຕາມມາ ຣັຖບາລລາວ ຈະໄດ້ເອົາໃຈໃສ່ ທີ່ສຸດທາງດ້ານເຣື່ອງ ທີ່ດິນ ແລະ ຊັພຍາກອນ ທັມມະຊາຕ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ໃຫ້ກາຣຊີ້ແຈງ ເພີ່ມວ່າ ບັນຫາກາຣຈ່າຍຄ່າ ຊົດເຊີຍ ໃຫ້ກັບປະຊາຊົນ ນັ້ນ ກໍຍັງມີບັນຫາ ຍ້ອນໄດ້ມີກາຣ ກວດກາທີ່ດິນ ຂອງປະຊາຊົນ ວ່າເປັນທີ່ດິນ ຈັບຈອງ ຫລືທີ່ດິນຂອງ ປະຊາຊົນ ເຄີຽໃຊ້ທຳມາຫາກິນ ມາໃນເມື່ອກ່ອນ ອັນເປັນກາຣສ້າງ ຄວາມບໍ່ພໍໃຈ ຣະຫວ່າງປະຊາຊົນ ແລະ ເຈົ້າໜ້າທີ່ ພນັກງານ ທີ່ດຳເນີນກາຣ ສຳຣວຈກວດກາ ນັ້ນ.