ລາວ-ໄທ ເປີດພິທີ ວາງສີລາລຶກ ສ້າງຂົວ ມິຕພາບ
ລາວ-ໄທ ເປີດພິທີ ວາງສີລາລຶກ ກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ລະຫວ່າງ ທ່າແຂກ ແລະ ນະຄອນພະນົມ.
-
ຈຳປາທອງ
2009-03-09 -
-
-
Your browser doesn’t support HTML5 audio
ໃນພິທີວາງ ສິລາລຶກ ກໍ່ສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ລະຫວ່າງ ທ່າແຂກ ນະຄອນພະນົມ ໄດ້ມີ ທ່ານ ບຸນຍັງ ວໍລະຈິດ ຮອງປະທານ ປະເທດ ສ.ປ.ປ.ລາວ ແລະສົມເດັດ ພຣະເທບ ແຫ່ງຣາຊອານາຈັກໄທ ຮ່ວມເປັນປະທານ ໃນເບື້ອງຕົ້ນຂອງ ພິທີ ດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ສ.ປ.ປ.ລາວ ໄດ້ກ່າວວ່າ:
ການທີ່ຣັຖບານໄທ ແລະ ປະຂາຊົນໄທ ໃຫ້ຄວາມສຳຄັນ ແລະໃຫ້ການ ຊ່ວຍເຫລືອ ສ້າງເງື່ອນໄຂ ໃຫ້ລາວ ມີເສັ້ນທາງ ຕິດຕໍ່ລະຫວ່າງ ປະເທດ ທີ່ສະດວກ ຂື້ນນັ້ນ ເປັນການຊ່ວຍເຫລືອ ທີ່ລ້ຳຄ່າຍິ່ງ ແລະ ຣັຖບານ ກໍຄື ປະຊາຊົນລາວ ຖືສຳຄັນ ແລະສະແດງຄວາມ ຮູ້ບຸນຄຸນ ຕໍ່ນ້ຳໃຈໄມຕຣີ ດັ່ງກ່າວນັ້ນຢ່າງ ລົ້ນເຫລືອ ຖືເປັນເລີກ ງາມຍາມດີຍິ່ງ ຂ້າພະເຈົ້າ ຂໍຮຽນເຊີນ ສົມເດັດພຣະເທບ ແລະ ພະນະທ່ານ ບຸນຍັງ ວໍລະຈິດ ໃຫ້ກຽດເປີດ ພິທີວາງ ສີລາລຶກ ຢ່າງເປັນທາງການ ຂໍຮຽນເຊີນ.
ພາຍຫລັງ ເປີດພິທີ ວາງສີລາລຶກ ແລ້ວ ປະທານຮ່ວມ ທັງສອງທ່ານ ກໍໄດ້ຂ້າມ ເຮືອບັກຈາກທ່າເຮືອ ເມືອງທ່າແຂກ ຂອງລາວ ໄປຈຸດ ທີ່ຈະກໍ່ສ້າງ ຂົວຢູ່ຝັ່ງໄທ ທີ່ ບໍລິເວນ ຕາແສງ ອາດສາມາດ ແຂວງ ນະຄອນພະນົມ ເພື່ອວາງ ສີລາລຶກ ຮ່ວມກັນ ຊຶ່ງໃນນັ້ນ ທ່ານ ອະພິສິດ ເວດຊາຊີວະ ນາຍົກ ຣັຖມົນຕຣີໄທ ກໍໄດ້ຮຽນເຊີນ ປະທານ ຮ່ວມທັງສອງ ປະກອບພິທີ ວາງສີລາລຶກ ດັ່ງມີເນື້ອຄວາມ ຕອນນຶ່ງວ່າ:
ທ່ານວ່າ ບັດນີ້ ໄດ້ເວລາ ອັນເປັນ ອຸດົມມົງຄົນແລ້ວ ຂ້າພຣະພຸທເຈົ້າ ຂໍພຣະຣາຊທານ ກາບບັງຄົມທູນ ເຊີນ ໄຕ້ຝ່າຣະອອງ ພຣະບາດ ຊົງປະກອບພິທີ ວາງສີລາລຶກ ການກໍ່ສ້າງ ຂົວມິດຕະພາບ ໄທ-ລາວ ແຫ່ງທີ 3 ພ້ອມກັບ ທ່ານ ບຸນຍັງ ວໍລະຈິດ ເພື່ອເປັນ ສີລິມົງຄຸນ ເພື່ອຄວາມຈະເຣີນ ວັຖນາຖາວອນ ເປັນປໂຍດ ແກ່ປະຊາຊົນ ທັງ 2 ປະເທດ ແລະ ແກ່ຜູ້ໄຊ້ເສັ້ນ ທາງສາຍນີ້ ສືບໄປ.
ໂຄງການກໍ່ສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 3 ລະຫວ່າງ ຄຳມ່ວນ ນະຄອນພະນົມ ເປັນໂຄງການທີ່ ຣັຖບານໄທ ແລະ ຣັຖບານລາວ ຈະພັທນາການ ຮ່ວມມືທາງ ດ້ານ ເສຖກິດ ການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ຣະຫວ່າງ 2 ປະເທດ ລາວ-ໄທ ແລະ ອະນຸພາກພື້ນ ລຸ່ມແມ່ນ້ຳຂອງ ຂົວດັ່ງກ່າວ ຈະມີ ຄວາມຍາວ 780 ແມດ ກວ້າງ 13 ແມດ ມີທາງລົດແລ່ນ 2 ແຖວ.