ຊາວລາວ 27% ຍັງຢູ່ໃນຣະດັບ ຕໍ່າກ່ວາ ຄວາມທຸກຍາກ

ປະຊາຊົນລາວ 27 ກ່ວາສ່ວນຮ້ອຍ ຫລື 1.5 ຄົນ ຍັງມີຊີວິດ ການເປັນຢູ່ ທີ່ທຸກຍາກລໍາບາກຢູ່, ຊຶ່ງຕໍ່າກ່ວາ ຣະດັບຂີດໝາຍ ຂອງຄວາມທຸກຍາກ.

ຄະນະ​ກຳມະການ ​ເພື່ອ​ການ​ພັດທະນາຊົນນະ​ບົດ ​ແລະ​ ຫລຸດຜ່ອນ ​ຄວາມທຸກ​ຍາກ ​ແຫ່ງ​ຊາດ ​ຂອງ​ລາວ​ໄດ້​ສຳ​ຫລວດ​ ເຫັນ​ວ່າປະຊາ​ຊົນ​ລາວຫລາຍ​ກວ່າ 1 ລ້ານ 5 ​ແສນ​ຄົນ ​ເທົ່າ​ກັບຈຳນວນ​ປະຊາຊົນ​ລາວ ​ໃນ​ທົ່ວ​ປະ​ເທດ 27.1 ສ່ວນຮ້ອຍມີ​ຊີວິດ​ການ​ປັນ​ຢູ່ ຕ່ຳ​ກວ່າຂີດໝາຍຂອງ​ຄວາມທຸກ​ຍາກ, ຕາມ​ຣາຍ​ງານຂອງອົງການ​ຂ່າວຊິນ​ຫົວຂອງ​ທາງ​ການ​ຈີນ ​ໃນ​ວັນ​ທີ 30 ມິຖຸນາ 2009 ນີ້.

ການ​ສຳ​ຫລວດ ​ທີ່ວ່າ​ນັ້ນ​ແມ່ນ​ໄດ້ປະຕິບັດ ​ໃນ​ລະຫວ່າງປີ 2007 ​ແລະ 2008. ການ​ສຳ​ຫລວດ ​ແບບ​ນີ້ ​ແມ່ນ​ມີ​ການ​ດຳ​ເນີນ​ໄປ ​ໃນ​ແຕ່ລະ 5 ປີ. ທ່ານສີວິ​ໄຊໄຊຊະນະ​ວົງ​ເພັດ,ຜູ້ອຳນຍການ​ຝ່າຍ​ບໍລິຫານຂອງ​ກອງ​ທຶນຫລຸດ​ຜ່ອນ​ຄວາມທຸກ​ຍາກຂອງ​ລາວກາວ​ວ່າຄວາມທຸກ​ຍາກ ​ຂອງ​ປະ​ເທດ​ຊາດມີ​ສາ​ເຫດ​ ມາ​ຈາກ​ຫລາຍປັດ​ໃຈຮວມທັງມາຕຖານ ​ການ​ສຶກສາ​ຕ່ຳ, ຄວາມ​ຫຍູ້​ງຍາກທາງ​ດ້ານ​ພູມີ​ປະ​ເທດ, ຂາດ​ໂຄງ​ສ້າງ​ພື້ນຖານ ​ແລະ ​ບໍ່ມີ​ໂອກາດ ​ເຂົ້າ​ເຖິງ​ການ​ພັດທະນາ.

ຢູ່​ ​ເຂດ​ພາກ​ເໜືອຂອງສ.ປ.ປ.ລາວປະຊາຊົນ 51 ສ່ວນ​ຮ້ອຍມີ​ຊີວິດ​ການ​ເປັນຢູ່ ​ໃນສະພາບ ​ທີ່​ທຸກ​ຍາກ.

ຢູ່​ເຂດ​ພາກ​ກາງມີ​ 32 ສ່ວນ​ຮ້ອຍ ​ແລະ​ ໃນ​ເຂດ​ພາກ​​ໃຕ້ມີ 17 ສ່ວນ​ຮ້ອຍ ຂອງ​ຈຳນວນ ​ປະຊາຊົນ​ທັງໝົດ, ຕາມ​ຄຳ​ເວົ້າຂອງທ່ານອ່ອນ​ເນື້ອພົມມະຈັນຣັດຖະມົນຕຣີປະຈຳ​ສຳນັກ​ ນາຍົກຣັດຖະມົນຕຣີສ.ປ.ປ.ລາວ.

ຢູ່​ປະ​ເທດ​ລາວມີ​ປະຊາຊົນປະມານ 80 ສ່ວນ​ຮ້ອຍ ​ເປັນຊາວ​ກະສິກອນ. ຜົນລະປູກ ​ໄດ້​ຮັບ​ຜົນ​ກະທົບ ​ຢ່າງ​ເປັນ​ປະຈຳຈາກ​ຝົນຕົກ ​ທີ່​ບໍ່​ເປັນ​ປົກກະຕິ ​ແລະ ຈາກ​ສັດຕູ​ພືດ.